ໄຂກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານນິວເຄຼຍປີ2016

ໄຂກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານນິວເຄຼຍປີ2016 - ảnh 1
ກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານນິວເຄຼຍ
(ພາບ: infonet)

(vovworld) – ​  ຕອນ​ບ່າຍ​ວັນ​ທີ 31/3, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ທຳນຽບຂາວ, ທ່ານ Barack Obama, ປະທານາທິບໍດີ ອາ​ເມ​ລິ​ກາ ​ໄດ້​ເປັນ​​ເຈົ້າພາບ​ຄາບ​ອາຫານ​ຄຳ່ ​ແລະ ​ການເຮັດ​ວຽກ​ດ້ວຍ​ຫົວ​ຂໍ້​ວ່າ “ທັດສະນະ​ກ່ຽວ​ກັບ​ໄພ​ນາບ​ຂູ່​ຈາກ​ຄວາມ​ໝັ້ນຄົງດ້ານ​ນິວ​ເຄຼຍ”, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳທີ່​ມາ​ຈາກ 50 ປະ​ເທດ, ​ຊຶ່ງ​ເປັນ​ຂີດ​ໝາຍ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ​ດ້ານ​ນິວ​ເຄຼຍຄັ້ງ​ທີ 4 ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ. ກອງ​ປະຊຸມ​ສຸດ​ຍອດ​ຄວາ​ມໝັ້ນຄົງ​ດ້ານ​ນິວ​ເຄຼຍ ປີ​ນີ້, ​ຖືກ​ຈັດ​ຂຶ້ນ​​​ໃນ​ລະ​ຫວ່າງ​ວັນ​ທີ 31/3 – 1/4, ມີ​ຈຸດປະສົງ​ຊຸກຍູ້​ປະຊາ​ຄົມ​ໂລກ​ໃກ້ຊິດ​ກັນ​ກ່ວາ​ເພື່ອ​ພ້ອມ​ກັນ​ຮັບ​ມື​ກັບ​​ໄພ​ນາບ​ຂູ່​ຈາກ​ການກໍ່ການ​ຮ້າຍ​ດ້ານ​ນິວ​ເຄຼຍ​ໃນ​ທົ່ວ​ໂລກ. ນີ້​ກໍ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ການ​ນຳ​ໂລກ​ຢັ້ງຢືນ​ບັນດາ​ຄຳ​ໝັ້ນ​ສັນຍາ​ຄືນ​ໃໝ່​ຢູ່​ລະດັບ​ສູ​ງສຸດ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ດ້ານ​ນິວ​ເຄຼຍ, ວັດຖຸ​ກຳ​ມັນ​ຕະພາບ​ລັງ​ສີ ​ແລະ ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ນິວ​ເຄຼຍ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ຟ້າ​ມບີ່​ງມີ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເພື່ອ​ຢັ້ງຢືນ ​ແລະ ຍົກ​ສູງ​ນະ​ໂຍບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ກ່ຽວ​ກັບ​ການ​ບໍ່​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ປອດ​ກ​ຳລັງ​ອາວຸດ ​ແລະ ອາວຸດ​ລ້າງ​ຜານ​ຢ່າງ​ສິນ​ເຊິ່ງ, ​ໃນ​ນັ້ນ​ມີ​ອາວຸດ​ນິວ​ເຄຼຍ, ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເຂົ້າ​ຈຸດໝາຍ​ສັນຕິພາບ, ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ນິວ​ເຄຼຍ, ກ່າວ​ປະນາມ​ເລື່ອງ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ນາບ​ຂູ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ກໍ່​ຄື​ໃນ​ໂລກ.


ຂ່າວ/ບົດ​ອື່ນ