ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 79

(VOVWORLD) -       ມື້ທຳອິດຂອງສັບປະດາຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 79 ຈະເລີ່ມແຕ່ວັນທີ 24 ກັນຍາ, ດ້ວຍການເຂົ້າຮ່ວມຂອງບັນດາປະມຸກລັດ ແລະ ເຈົ້າໜ້າທີ່ຂັ້ນສູງບັນດາປະເທດສະມາຊິກ ສປຊ.
ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ  79 - ảnh 1(ພາບເອກະສານ:  AFP/TTXVN)

ຕອນບ່າຍວັນທີ 10 ກັນຍາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 79 ໄດ້ໄຂກອງປະຊຸມຄົບຄະນະທຳອິດ. ນັກການທູດ Cameron Philemon Yang ໄດ້ມີບົດປາໄສ ໃນວາລະໄຂ ດ້ວຍຖານະເປັນປະທານກອງປະຊຸມສະມັດຊາໃຫຍ່ ຊຸດທີ 79. ທ່ານ Yang ໄດ້ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນ ເພື່ອແກ້ໄຂບັນດາສິ່ງທ້າທາຍຂ້າມຊາຍແດນໃນປັດຈຸບັນ, ເຊັ່ນ ສະພາບການປ່ຽນແປງຂອງດິນຟ້າອາກາດ, ການປະທະກັນ ແລະ ການໃຊ້ຄວາມຮຸນແຮງດ້ວຍອາວຸດ.

        ສ່ວນທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢືນວ່າ ປະຊາຄົມສາກົນ ພວມປະເຊີນໜ້າກັບສະພາບການໂລກທີ່ຂາດສະຖຽນລະພາບ, ພ້ອມທັງເນັ້ນໜັກວ່າ ກອງປະຊຸມສະມັດຊາໃຫຍ່ ສປຊ ແມ່ນກົນໄກທີ່ຂາດບໍ່ໄດ້ ແລະ ແມ່ນເສັ້ນທາງສຳຄັນມຸ່ງໄປເຖິງອະນາຄົດແຫ່ງສັນຕິພາບ ແລະ ຍຸຕິທຳໃຫ້ແກ່ປະຊາຊົນທຸກຄົນ. ຄາດວ່າ ວາລະໄຂ ຈະແກ່ຍາວແຕ່ວັນທີ 10 – 30 ກັນຍາ.

        ມື້ທຳອິດຂອງສັບປະດາຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 79 ຈະເລີ່ມແຕ່ວັນທີ 24 ກັນຍາ, ດ້ວຍການເຂົ້າຮ່ວມຂອງບັນດາປະມຸກລັດ ແລະ ເຈົ້າໜ້າທີ່ຂັ້ນສູງບັນດາປະເທດສະມາຊິກ ສປຊ.


ຕອບກັບ

ຂ່າວ/ບົດ​ອື່ນ