ໄຂກອງປະຊຸມສະມັດຊາໃຫຍ່ສປຊຊຸດທີ70

ໄຂກອງປະຊຸມສະມັດຊາໃຫຍ່ສປຊຊຸດທີ70 - ảnh 1
ໄຂກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 70
​ພາບ:baotintuc.vn

(vovworld)-  ຕອ​ນ​ບ່າຍ​ວັນ​ທີ 15/9, ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 70 ໄດ້​ໄຂ​ຂຶ້ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂ​ອງ​ຜູ້​ຕາງ​ຫນ້າ​ມາ​ຈາກ 193 ປະ​ເທດ​ສະ​ມາ​ຊິກ ແລະ ບັນ​ດາ​ອົງ​ການ​ສາ​ກົນ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ  Mogens Lykketoft, ປະ​ທານ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 70  ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban ki moon. ຈຸດ​ສຸມ​ຂອງກອງ​ປະ​ຊຸມ​ຄັ້ງນີ້ ແມ່ນ​ການ​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຊື່ງ​ຄາດ​ວ່າ ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸ​ມ​ຂັ້ນ​ສູງ​ຂອງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ເຊິ່ງ​ດຳ​ເນີນ​ໃນ​ອາ​ທິດ​ຫນ້າ. ທີ່​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Bankimoon ຢືນ​ຢັນ: ສ​ປ​ຊ ໄດ້​ມີ​ກົນ​ໄກ​ພ້ອມ​ແລ້ວ ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030.

ຂ່າວ/ບົດ​ອື່ນ