ໄຂກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດລາວຊຸດທີ 7

  ໄຂກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດລາວຊຸດທີ 7 - ảnh 1
ສຳນັກງານສະພາແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ

(vovworld)- ວັນ​ທີ 9/12, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະພາ​ແຫ່ງ​ຊາດ​ລາວ​ໄດ້​​ໄຂ​ກອງ​ປະຊຸມ​ສ​ະໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7. ​ເຂົ້່າຮ່ວມ​ກອງ​ປະຊຸມ, ມີ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ທ່ານ​ນາຍົກ ລັດຖະມົນຕີ ທອງ​ສິງ​ທຳ​ມະ​ວົງ, ພ້ອມ​ກັບ​ບັນດາ​ຜູ້ນຳ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ​ລາວ ​ແລະ ບັນດາ​ຄະນະ​ທູຕານຸທູດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ນາງ ປານີ​ຢາ​ທໍ​ຕູ້ ປະທານ ສະພາ​ແຫ່ງ​ຊາດ​ລາວ​ ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ສ​ະໄໝ​ສາມັນ​ເທື່ອ​ນີ້, ບັນດາ ສສຊ ຈະ​ຮັບ​ຟັງ​ບັນດາ​ບົດ​ລາຍ​ງານ​ທີ່​ກ່ຽວຂ້ອງ​ເຖິງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະກິດ​ສັງຄົມ, ການຈັດ​ຕັ້ງ​ແຜນ​ງົບປະມານ​ແຫ່ງ​ລັດ, ການຈັດ​ຕັ້ງ​ແຜນ​ການ​ເງິນ​ຕາ​ສົກ​ປີ 2012-2013 ​ແລະ 2013-2014; ລາຍ​ງານ​ສະພາບ​ການ​ທີ່​ພົ້ນ​ເດັ່ນ​ຂອງ​ເສດຖະກິດມະຫາ​ພາກ, ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ແຜນການ​ສ້າງ​ຕັ້ງ​ແຂວງ​ໃໝ່. ນອກຈາກ​ນັ້ນ, ສະພາ​ແຫ່ງ​ຊາດ​ລາວ​ຍັງຈະ​ປຶກສາ​ຫາລື​ການ​ສ້າງ ​ແລະ ປັບປຸງ​ກົດໝາຍ 15 ສະບັບ, ​ໃນ​ນັ້ນ​ມີ​ກົດໝາຍ​ໃໝ່ 6 ສະບັບ. ກອງ​ປະຊຸມ​ສ​ະໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທີ 27/12 ຈຶ່ງ​ຈະ​ອັດ​ລົງ. 

ຂ່າວ/ບົດ​ອື່ນ