​ໄຂ​ກອງ​ປະ​ຊຸມ​ໃຫຍ່ ​ຜູ້​ແທນຊາວ​ຄຼິດ​ຫວຽດ​ນາມ ​ເພື່ອ​ການ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຄັ້ງ​ທີ 8

(VOVWORLD) - ຊາວຄຼິດ ຫວຽດນາມ ມີຄວາມຈົ່ງຮັກພັກດີຕໍ່ເສັ້ນທາງຂອງ ສະພາສັງຄະລາດ ນັ້ນແມ່ນ ດຳລົງຊີວິດຕາມຫຼັກພະທຳຄຳສັ່ງສອນຂອງພະເຢ ທ່າມກາງຈິດໃຈຂອງຊາດ, ນຳຄວາມຜາສຸກມາໃຫ້ພໍ່ແມ່ປະຊາຊົນ”.
​ໄຂ​ກອງ​ປະ​ຊຸມ​ໃຫຍ່ ​ຜູ້​ແທນຊາວ​ຄຼິດ​ຫວຽດ​ນາມ ​ເພື່ອ​ການ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຄັ້ງ​ທີ 8 - ảnh 1ທ່ານໂດວັນຈຽນ ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບການມອບສິດຈາກປະທານປະເທດ ມອບຫຼຽນກາແຮງງານຊັ້ນ 3 ໃຫ້ແກ່ສ່ວນບຸກຄົນ 2 ຄົນ (ພາບ: hanoimoi.vn)

ດ້ວຍຫົວຂໍ້ “ຮ່ວມເດີນທາງ - ແບ່ງປັນ - ຮັບໃຊ້”  ກອງປະຊຸມໃຫຍ່ ຜູ້ແທນ ຊາວຄຼິດ ຫວຽດນາມ ເພື່ອການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ ຄັ້ງທີ 8 (ອາຍຸການ 2023 - 2028) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ. ກອງປະຊຸມໃຫຍ່ມີໜ້າທີ່ສະຫຼຸບ, ຕີລາຄາໝາກຜົນ 5 ປີແຫ່ງການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 7 ອາຍຸການ 2018 - 2023, ສ້າງທິດທາງ, ໜ້າທີ່ໃຫ້ແກ່ຂະບວນການແຂ່ງຂັນຮັກຊາດ ໃນພໍ່ແມ່ປະຊາຊົນຊາວຄຼິດ ໄລຍະ 2023 - 2028.

ຕາມຄຸນພໍ່ ເຈິ່ນຊວັນແມັງ, ປະທານຄະນະກຳມະການສາມັກຄີ ສາສະໜາກາໂຕລິກ ຫວຽດນາມແລ້ວ, ຊາວຄຼິດ ຫວຽດນາມ ມີຄວາມຈົ່ງຮັກພັກດີຕໍ່ເສັ້ນທາງຂອງ ສະພາສັງຄະລາດ ນັ້ນແມ່ນ ດຳລົງຊີວິດຕາມຫຼັກພະທຳຄຳສັ່ງສອນຂອງພະເຢ ທ່າມກາງຈິດໃຈຂອງຊາດ, ນຳຄວາມຜາສຸກມາໃຫ້ພໍ່ແມ່ປະຊາຊົນ” ແລະ ຕາມຄຳເຕືອນຂອງ ສັນຕະປາປາ Benedicto XVI ແມ່ນ “ຊາວຄຼິດທີ່ດີ ກໍ່ແມ່ນພົນລະເມືອງດີ”. ຄຸນພໍ່ ເຈິ່ນຊວັນແມັງ ແບ່ງປັນວ່າ:

ພວກຂ້າພະເຈົ້າ ເອົາໃຈໃສ່ເຖິງການໂຄສະນາໃຫ້ພໍ່ແມ່ປະຊາຊົນຊາວຄຼິດ ເພື່ອໃຫ້ເຂົາເຈົ້າມີສະຕິໃນການປະຕິບັດແຜນນະໂຍບາຍ, ແນວທາງຂອງລັດ. ພວກຂ້າພະເຈົ້າໄດ້ລະດົມພໍ່ແມ່ປະຊາຊົນ ເຂົ້າຮ່ວມບັນດາຂະບວນການກໍ່ສ້າງຊົນນະບົດໃໝ່, ຕົວເມືອງສິວິໄລ, ບັນດາໂຄງການສະຫວັດດີການ, “ການຮັກແພງສັງຄົມ” ຢ່າງຕັ້ງໜ້າ. ພວກຂ້າພະເຈົ້າກໍ່ລະດົມທຸກໆຄົນໃນສາສະໜາຈົ່ງສາມັກຄີກັນ ເພື່ອສ້າງສາ, ປົກປັກຮັກສາປະເທດຊາດ, ມີຄວາມເອກອ້າງທະນົງໃຈວ່າ ເຮົາແມ່ນລູກຫຼານ ຫວຽດນາມ ແລະ ຮູ້ສຶກດີໃຈເມື່ອປະເທດຊາດຕ້ອງການຕົນເອງ, ລະດົມຊາວຄຼິດເຂົ້າຮ່ວມວຽກງານຕ່າງໆຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ