ໄຂກອງປະຊຸມໃຫຍ່ຂອງສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ສິດຂອງແມ່ຍິງ

(VOVWORLD) - ແນໃສ່ຊຸກຍູ້ວຽກງານຮັບປະກັນຊີວິດສັງຄົມ ເພື່ອມອບສິດໃຫ້ແມ່ຍິງຫລາຍກ່ວາອີກ ກໍ່ຄືປະກອບສ່ວນຮັດແຄບຊ່ອງຫວ່າງຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ
ໄຂກອງປະຊຸມໃຫຍ່ຂອງສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ສິດຂອງແມ່ຍິງ - ảnh 1ພາບປະກອບ (THX/TTXVN)

ຍົກສູງຄຸນນະພາບຂອງບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ການບໍລິການສາທາລະລະ ແລະ ພື້ນຖານໂຄງລ່າງ ເພື່ອນັບມື້ນັບກ້າວໄປເຖິງເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ - ຊາຍ ແມ່ນຫົວເລື່ອງຈຸດສຸມຂອງກອງປະຊຸມປະຈຳໄລຍະຄັ້ງທີ 63 ຂອງຄະນະກຳມະການຖານະບົດບາດຂອງແມ່ຍິງສະຫະປະຊາຊາດ (CSW) ໄດ້ດຳເນີນໃນຕອນເຊົ້າວັນທີ 11 ມີນາ ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ, ອາເມລິກາ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ກອງປະຊຸມປຶກສາຫາລືໃນຕອນບ່າຍວັນທີ 12 ມີນາ ກ່ຽວກັບບັນດາຜົນງານຂອງ ຫວຽດນາມ ທີ່ບັນລຸໄດ້ໃນການຮັບປະກັນຊີວິດສັງຄົມ. ທ່ານລັດຖະມົນຕີ ດ່າວງອັກຢຸງ ກໍ່ປະກອບຄຳເຫັນ ເພື່ອແນໃສ່ຊຸກຍູ້ວຽກງານຮັບປະກັນຊີວິດສັງຄົມ ເພື່ອມອບສິດໃຫ້ແມ່ຍິງຫລາຍກ່ວາອີກ ກໍ່ຄືປະກອບສ່ວນຮັດແຄບຊ່ອງຫວ່າງຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ.

ຕອບກັບ

ຂ່າວ/ບົດ​ອື່ນ