ໄຂກອງປະຊຸມໃຫ່ຍຜູ້ແທນ ທົ່ວປະເທດຄັ້ງທີ 18 ພັກກອມມູນິດຈີນ

ໄຂກອງປະຊຸມໃຫ່ຍຜູ້ແທນ ທົ່ວປະເທດຄັ້ງທີ 18 ພັກກອມມູນິດຈີນ - ảnh 1

(ພາບ:vtv.vn)

(VOV)- ​ວັນ​ທີ 8/11, ຢູ່​ປັກ​ກີ​ງ, ກອງ​ປະຊຸມ​​ໃຫ່ຍ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ ພັກ​ກອມ​ມູນິດ​ຈີນ​ ໄດ້​ຖືກໄຂຂຶ້ນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງບັນດາ​ການ​ນຳ​ພັກ ​ແລະ ລັດ​ຈີນ, ​ຜູ້​ແທນ​ກ່ວາ 2300 ທ່ານຊື່​ງຕາງໜ້າ​ໃຫ້​ສະມາຊິກ​ພັກ​ກ່ວາ 80 ລ້ານ​ຄົນ ​ແລະ ບັນດາ​​ແຂກ​ຖືກ​ເຊີນ. ຫົວ​ເລື່ອງ​ຂອງ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 18 ​ແມ່ນ “ຍົກ​ສູງ​ຄັນທຸງ​ຂອງ​ລັດທິ​ສັງຄົມ​ນິຍົມ​ພິເສດສະ​ເພາະ​ຂອງ​ຈີນ ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ທິດ​ສະ​ດີ​ເຕິ້ງ​ຊຽວ​ຜີ​ງ ​ແລະ ທັດສະນະ​ພັດທະນາ​ວິທະຍາສາດ, ປົດ​ປ່ອຍ​ແນວ​ຄິດ, ປະຕິບັດ​ນະ​ໂຍບາຍ​ເປີດ​ປະຕູ, ​ເພີ່ມ​ທະວີ​ກຳລັງ​ແຮງ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້​ງຍາກ, ຍຶດໝັ້ນ​ເສັ້ນທາງສັງຄົມ​ນິຍົມ​ພິີ​ເສດສະ​ເພາະ​ຂອງ​ຈີນ ​ແລະ ​ສູ້​ຊົນ​ປະຕິບັດ​ຈຸດໝາຍ​ສ້າງ​ສັງຄົມ​ຮັ່ງມີ​ສຳ​ເລັດ​ຜົນ​“. ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ​ໃຫ່ຍ, ທ່ານ​ເລຂາທິການ​ໃຫ່ຍຫູ​ຈິນ​ເທົ່າ ​ໄດ້​ຮຽກຮ້ອງ​ໃຫ້​ສະມາຊິກ​ພັກ ​ແລະ ປະຊາຊົນ​ທັງ​ໝົດ​ຈົ່ງ​ຍຶດໝັ້ນ​ເສັ້ນທາງສັງຄົມ​ນິຍົມ​ພິີ​ເສດສະ​ເພາະ​ຂອງ​ຈີນ​ ​ແລະ ແລະ ​ສູ້​ຊົນ​ປະຕິບັດ​ຈຸດໝາຍ​ສ້າງ​ສັງຄົມ​ຮັ່ງມີ​ສຳ​ເລັດ​ຜົນ​ ​ແລະ ທ່ານ​ໄດ້ຊີ້​ແຈ້ງວ່າ: ພັກ​ກອມູນິດ​ຈີນ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ພັດທະນາ​ຢ່າງ​ມີ​ລັກສະນະ​ວິ​ທະຍາສາ​ດ, ຊຸກຍູ້​ສັງຄົມ​ປອງດອງ, ປົວ​ແປງ​ຊີວິດການເປັນຢູ່​ຂອງ​ປະຊາຊົນ.

 

ຂ່າວ/ບົດ​ອື່ນ