ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 7, ອາຍຸການ 2018 – 2023

(VOVWORLD) - ຕອນເຊົ້າວັນທີ 12 ທັນວາ, ທີ່ຫໍກອງປະຊຸມແຫ່ງຊາດ, ຮ່າໂນ້ຍ, ໄດ້ດຳເນີນພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 7, ອາຍຸການ 2018 – 2023 ດ້ວຍການເຂົ້າຮ່ວມຂອງຜູ້ແທນ 999 ຄົນ. 
ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 7, ອາຍຸການ 2018 – 2023 - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ; ທ່ານນາງນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມພິທີ.

        ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ ສະມາຄົມຊາວກະສິກອນ ຫວຽດນາມ ຍາມໃດກໍ່ແມ່ນຂົວເຊື່ອມຕໍ່ທີ່ໄວ້ເນື້ອເຊື່ອໃຈລະຫວ່າງພັກ, ລັດກັບຊົນຊັ້ນຊາວກະສິກອນ; ເປັນພື້ນຖານດ້ານການເມືອງຂອງສັງຄົມ, ເປັນຕົວແທນໃຫ້ສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວກະສິກອນ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ: ໃນສະພາບການໃໝ່, ສະມາຄົມຊາວກະສິກອນທຸກຂັ້ນຄວນປ່ຽນແປງໃໝ່ທາງດ້ານເນື້ອໃນ, ແບບວິທີການເຄື່ອນໄຫວ; ໂຄສະນາ, ຂົນຂວາຍເພື່ອໃຫ້ຊາວກະສິກອນກາຍເປັນກຳລັງປະຕິວັດ, ກຳລັງເສດຖະກິດ, ການເມືອງ, ສັງຄົມເຂັ້ມແຂງຂອງພັກ ແລະ ລັດຢ່າງແທດຈິງ.ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວວ່າ:

        ພະນັກງານ, ສະມາຊິກ, ຊາວກະສິກອນແຕ່ລະຄົນ ຄວນເຂົ້າໃຈແຈ້ງ ພາລະກິດຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ, ທັນສະໄໝ ແລະ ກໍ່ສ້າງຊົນນະບົດໃໝ່ ແມ່ນພາລະກິດຂອງທົ່ວປວງຊົນ, ໃນນັ້ນ, ສະມາຊິກ, ຊາວກະສິກອນສວມບົດບາດເປັນເຈົ້າກຳ, ທັງແມ່ນກຳລັງປະຕິບັດທັງແມ່ນຜູ້ໄດ້ຮັບໝາກຜົນ. ສູ້ຊົນປະຕິບັດເປົ້າໝາຍກໍ່ສ້າງພື້ນຖານກະສິກຳວັດທະນາຖາວອນ, ຊາວກະສິກອນຮັ່ງມີ, ຊົນນະບົດສີວິໄລ, ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ