ໄຂການສຳມະນາ ”ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນເດຍ”

ໄຂການສຳມະນາ ”ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນເດຍ” - ảnh 1
ທີ່ການການ​ສຳ​ມະ​ນາ ຫວຽດນາມ - ອິນ​ເດຍ
( ພາບ: dangcongsan.vn )

(vovworld) -  ການ​ສຳ​ມະ​ນາ ”ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອິນ​ເດຍ: ກຳນົດ​ທິດ​ທາງ​ໃຫ້​ອະນາຄົດ” ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/7 ຢູ່​ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະ​ຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (1/1972 – 1/2012) ​ແລະ 5 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອີນ​ເດຍ (2007-2012). ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ໃຫ້​ວົງ​ການ​ນັກຮຽນ​ຮູ້​ຂອງ​ສອງ​ປະ​ເທດ ຍົກ​ອອກ​ບັນດາ​ຄຳ​ເຫັນ​ອັນ​ລະອຽດ ​​ເພື່ອ​ແນ​ໃສ່​ພັດທະນາ ກໍ່​ຄື​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ສະ​ສາດ​​ຫວຽດນາມ - ອີນ​ເດຍ ກວ່າ​ອີກ . ສາດສະດາ​ຈານ  Dang Dinh Quy, ອະທິການ​ບໍດີ ສະ​ຖາ​ບັນ​ການ​ຕ່າງປະ​ເທດ ຊີ້​ແຈ້ງວ່າ:

”ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ມີ​ການ​ຫັນປ່ຽນ​ຢ່າງ​ວ່ອງ​ໄວ, ​ແຕ່ລະ​ປະ​ເທດ​ພວກ​ເຮົາ​ພວມ​ຢືນ​ຢູ່​ຕໍ່ໜ້າ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ​ໃໝ່ຫຼາຍ​ຢ່າງ. ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ພວກ​ເຮົາ​ຕ້ອງມີການ​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ, ວິທະຍາສາດ​ກ່ຽວ​ກັບ​ໄລຍະ​ທາງທີ່​ຜ່ານ​ມາ, ຍົກ​ອອກ​ບັນດາ​ຂໍ້​ລິ​ເລີ່​ມ, ບັນດາ​ແນວ​ຄວາມ​ຄິດ​ໃໝ່​ໃຫ້​ໄລຍະ​ທາງ​ຈະ​ມາ​ເຖິງ”.

ຕີ​ລາຄາ​ບົດບາດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ​ອາ​ຊຽນ, ທ່ານ​ເອອັກຄະ​ລັດຖະທູດ​ອິນ​ເດຍປະ​ຈຳ​ຫວຽດນາມ Ranjit Rae ຢືນຢັນວ່າ​ອິນ​ເດຍຖື​​ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ສຳຄັນ​ໃນ​ນະ​ໂຍບາຍ​ມຸ້ງ​ໄປ​ສູ່​ທິດຕາ​ເວັນ​ອອກ, ປາດ​ຖະໜາ​ຈະ​ພ້ອມ​ກັບ​ຫວຽດນາມ​ຮ່ວມ​ມື ​ເພື່ອ​ພາກ​ພື້ນ​ອາຊີ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຂື່ອນ.

ຂ່າວ/ບົດ​ອື່ນ