ໄຂງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2023

(VOVWORLD) - ຫວຽດນາມ ມີຮ້ານວາງສະແດງ 120 ຮ້ານ ໃນຈຳນວນ 240 ຮ້ານ, ໃນນັ້ນມີບັນດາຮ້ານວາງສະແດງຂະແໜງສິນຄ້າ, ຄື: ການຢາ ແລະ ເຄື່ອງອຸປະກອນການແພດ; ຜະລິດຕະພັນກະເສດ
ໄຂງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2023 - ảnh 1(ພິທີໄຂງານຕະຫຼາດນັດການຄ້າ ຫວຽດນາມ - ລາວ  2023)

        ວັນທີ 27 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດງານຕະຫຼາດນັດການຄ້າ ຫວຽດນາມ - ລາວ (VIETLAO EXPO 2023). ນີ້ແມ່ນເຫດການສົ່ງເສີມການຄ້າປະຈຳປີ ແລະ ໃຫຍ່ທີ່ສຸດ ໂດຍກະຊວງອຸດສາຫະກຳ ແລະ ການຄ້າຂອງ 2 ປະເທດຈັດຂຶ້ນ.

        ທີ່ງານຕະຫຼາດນັດປີນີ້, ຫວຽດນາມ ມີຮ້ານວາງສະແດງ 120 ຮ້ານ ໃນຈຳນວນ 240 ຮ້ານ, ໃນນັ້ນມີບັນດາຮ້ານວາງສະແດງຂະແໜງສິນຄ້າ, ຄື: ການຢາ ແລະ ເຄື່ອງອຸປະກອນການແພດ; ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ຜະລິດຕະພັນໃຊ້ສອຍ… ກ່າວຄຳເຫັນທີ່ພິທີໄຂ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໃຫ້ຮູ້ວ່າ, ງານຈະຫຼາດນັດນີ້ໄດ້ກາຍເປັນເຫດການມີອິດທິພົນຊື່ສຽງ, ແມ່ນສະຖານທີ່ເລີ່ມຕົ້ນທຸລະກິດ ແລະ ການລົງທຶນລະຫວ່າງຕະຫຼາດຂອງ 2 ປະເທດ.

        ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ກໍ່ສະແດງຄວາມພາກພູມໃຈເມື່ອເຫັນວ່າ ງານຕະຫຼາດນັດປີນີ້ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່, ວາງສະແດງສິນຄ້າຫຼາຍປະເພດ, ອຸດົມສົມບູນ, ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກຂອງ 2 ປະເທດ. ທ່ານເຊື່ອໝັ້ນວ່າ, ຜົນສຳເລັດຂອງງານຕະຫຼາດນັດປີນີ້ ຈະປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງວິສາຫະກິດ ແລະ ປະຊາຊົນ 2 ປະເທດຫຼາຍກວ່າອີກ.

        ງານຕະຫຼາດນັດ ຫວຽດນາມ - ລາວ 2023 ຈະຈັດຂຶ້ນຮອດວັນທີ 31 ກໍລະກົດ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ