ໄຂງານບຸນ “ກິ່ນຫອມເຂົ້າເໝົ້າລະດູໃບໄມ້ຫຼົ່ນເຫຼືຶອງ” ຢູ່ບັກຮ່າ

(VOVWORLD) - “ກິ່ນຫອມເຂົ້າເໝົ້າລະດູໃບໄມ້ຫຼົ່ນເຫຼືອງ” ດ້ວຍການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາຊົນເຜົ່າທີ່ເປັນເອກະລັກສະເພາະ, ດຶງດູດໃຈ.
ໄຂງານບຸນ “ກິ່ນຫອມເຂົ້າເໝົ້າລະດູໃບໄມ້ຫຼົ່ນເຫຼືຶອງ” ຢູ່ບັກຮ່າ - ảnh 1ການສະແດງສິລະປະທີ່ລາຍການ

ຕອນຄ່ຳວັນທີ 17 ກັນຍາ, ຄະນະກຳມະການປະຊາຊົນເມືອງ ບັກຮ່າ, ແຂວງລ່າວກາຍ ໄດ້ໄຂງານບຸນລະດູໃບໄມ້ຫຼົ່ນ ບັກຮ່າ ປີ 2022 ດ້ວຍຫົວຂໍ້ວ່າ: “ກິ່ນຫອມເຂົ້າເໝົ້າລະດູໃບໄມ້ຫຼົ່ນເຫຼືອງ” ດ້ວຍການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາຊົນເຜົ່າທີ່ເປັນເອກະລັກສະເພາະ, ດຶງດູດໃຈ. ນີ້ແມ່ນຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງເຂດພູູພຽງຂາວ ບັກຮ່າ ເພື່ອແນໃສ່ໂຄສະນາພາບພົດວັດທະນະທຳ, ການທ່ອງທ່ຽວບັກຮ່າ ເວົ້າສະເພາະ ແລະ ລ່າວກາຍ ເວົ້າລວມເຖິງແຂກທ່ອງທ່ຽວ ແລະ ປະຊາຊົນເປັນຈຳນວນຫຼວງຫຼາຍ, ພ້ອມທັງຟື້ນຟູ, ສົ່ງເສີມການເຕີບໂຕການທ່ອງທ່ຽວພາຍຫຼັງໂລກລະບາດໂຄວິດ -19.

ເມື່ອເຂົ້າຮ່ວມງານບຸນ, ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວສະແດງອາຊີບຫັດຖະກຳທີ່ເປັນມູນເຊື້ອຄື: ເຮັດເຂົ້າເໝົ້າຢູ່ເວທີຕະຫຼາດມືດ ບັກຮ່າ ແລະ ຫໍວັດທະນະທຳຕາແສງ ຕ່າຈ໋າຍ. ນອກຈາກນັ້ນ, ໃນຂອບເຂດງານບຸນ, ໄດ້ຈັດງານມະຫາກຳກິລາເພື່ອສະເຫຼີມສະຫຼອງ ວັນປົດປ່ອຍ ບັກຮ່າ ຄົບຮອບ 72 ປີ (20/9/1950 – 20/9/2022). ຜ່ານງານບຸນລະດູໃບໄມ້ຫຼົ່ນປີ 2022, ຄາດວ່າ, ເມືອງບັກຮ່າ ຈະຕ້ອນຮັບແຂກທ່ອງທ່ຽວ 30.000 ເທື່ອຄົນ, ສ້າງປະຖົມປັດໄຈເພື່ອໃຫ້ເມືອງສືບຕໍ່ຈັດຕັ້ງ “ງານບຸນລະດູໜາວ” ໃນເດືອນທັນວາ. ງານບຸນດັ່ງກ່າວຈະແກ່ຍາວຮອດວັນທີ 18 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ