ໄຂງານບຸນວັດທະນະທຳ, ທ່ອງທ່ຽວ ແລະ ອາຫານການກິນສາກົນ ຮ່າຢາງ ປີ 2024

(VOVWORLD) -ງານບຸນວັດທະນະທຳ, ທ່ອງທ່ຽວ ແລະ ອາຫານການກິນສາກົນ ຮ່າຢາງ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 29 ມີນາ ຢູ່ນະຄອນ ຮ່າຢາງ
ໄຂງານບຸນວັດທະນະທຳ, ທ່ອງທ່ຽວ ແລະ ອາຫານການກິນສາກົນ ຮ່າຢາງ ປີ 2024 - ảnh 1ບັນດາເຍື່ອງອາຫານພິເສດຂອງບັນດາເຜົ່າໃນຮ່າຢາງ

     ເຂົ້າຮ່ວມມີການນຳຂອງຫຼາຍກະຊວງ, ຂະແໜງການຂັ້ນສູນກາງ, ສະຖານທູດຂອງບັນດາປະເທດຄື: ອາແຊກໄບຊານ, ຈີນ; ຜູ້ຕາງໜ້າວິສາຫະກິດທີ່ມາຈາກບັນດາທ້ອງຖິ່ນຂອງຫວຽດນາມ ແລະ ແຂວງຢຸນນານ (ຈີນ)... ພ້ອມດ້ວຍແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.

   ໂດຍໄດ້ດຳເນີນເປັນເວລາ 3 ວັນ, ແຕ່ວັນທີ 29 ຫາ 31 ມີນາ, ງານບຸນເພື່ອແນໃສ່ໂຄສະນາບັນດາຄຸນຄ່າທາງດ້ານວັດທະນະທຳ, ທ່ອງທ່ຽວ ແລະ ອາຫານການກິນໃນລະດັບສາກົນ, ເພື່ອຍົກສູງລະດັບເຄື່ອງໝາຍ, ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ບັນດາປະເທດ, ເພີ່ມທະວີການສົ່ງເສີມ ແລະ ແນະນຳແຫຼ່ງທ່ອງທ່ຽວ, ສ້າງກາລະໂອກາດໃຫ້ບັນດາວິສາຫະກິດ, ອົງການ ແລະ ສວ່ນບຸກຄົນໄດ້ພົບປະ, ແລກປ່ຽນ, ວາງສະແດງ ແລະ ແນະນຳບັນດາຜະລິດຕະພັ ແລະ ອາຫານການກິນຂອງທ້ອງຖິ່ນ. ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຫງວຽນວັນເຊີນ ໃຫ້ຮູ້ວ່າ: ງານບຸນ ມີ 65 ຮ້ານວາງສະແດງ, ໃນນັ້ນມີ 22 ຮ້ານທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດ; 17 ຮ້ານວາງສະແດງອາຫານການກິນທີ່ເປັນຕົວແທນໃຫ້ຫຼາຍປະເທດຄື: ຈີນ, ອາແຊກໄບຈານ, ສ.ເກົາຫຼີ, ຍີ່ປຸ່ນ, ໄທ... ພ້ອມກັບຮ້ານວາງສະແດງແນະນຳອາຫານການກິນ ແລະ ໂຄສະນາວັດທະນະທຳ, ການທ່ອງທ່ຽວຂອງ 11 ເມືອງ, ນະຄອນຂອງຮ່າຢາງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ