ໄຂງານປະກວດຍິງປືນ ກອງທັບບັນດາປະເທດ ອາຊຽນຄັ້ງທີ 24


ໄຂງານປະກວດຍິງປືນ ກອງທັບບັນດາປະເທດ ອາຊຽນຄັ້ງທີ 24 - ảnh 1

(ພາບ: http://nguyentandung.org)

 (vovworld)-​ພີ​ທີ​ໄຂງານ​ປະ​ກວດ​ຍິງ​ປືນ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນຄັ້ງທີ 24 (AARM-24) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 19/11 ຢູ່​ສູນ​ຝຶກ​ຊ້ອມ​ມຽວມົນ-​ເມືອງ​ມີ້​ດຶກ-​ນະຄອນ​ຮ່າ​ໂນ້ຍ ​ໂດຍ​ກອງທັບ ປຊຊ ຫວຽດນາມ ຈັດຕັ້ງຂຶ້ນ. AARM-24 ມີ​ການ​ເຂົ້າຮ່ວມຂອງ 10 ຄະນະ​ຍິງ​ປືນ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ ລວມມີ: ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງກະ​ໂປ, ​ໄທ, ມຽນມາ ​ແລະ ຫວຽດນາມ. ຄະນະ​ຍິງ​ປືນ​ຫວຽດນາມ ມີ 31 ຄົນ​ເຂົ້າຮ່ວມ AARM-24.

  AARM ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ໃນ​ການ​ພົວພັນ​ຂອງ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ. AARM-24 ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດນາມ ດ້ວຍ​ຫົວ​ເລື່ອງ “ສາມັກຄີ-​ມິດຕະພາບ-​ເຂົ້າອົກ​ເຂົ້າ​ໃຈ ​ແລະ ຮ່​ຳຮຽນ​ຊື່​ງກັນ ​ແລະ ກັນ“. AARM-24 ຈະ​ອັດ​ລົງ​ໃນ​ວັນ​ທີ 28/11 ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ