ໄຂງານວາງສະແດງພາບແຕັ່ມສະເຫຼີມສະຫຼອງ 38 ປີແຫ່ງວັນປົດປ່ອຍພາກໃຕ້

ໄຂງານວາງສະແດງພາບແຕັ່ມສະເຫຼີມສະຫຼອງ 38 ປີແຫ່ງວັນປົດປ່ອຍພາກໃຕ້ - ảnh 1
ພາບແຕ້ມແຜ່ນໜຶ່ງທີ່ງານວາງສະແດງ
(ພາບ: qdnd)

(vovworld) – ​​ເພື່ອ​ເປັນ​ການ​ສະ​ເຫຼີ​ມສະຫຼອງ 38 ປີ​ແຫ່​ງວັນ​ປົດ​ປ່ອຍ​ພາກ​​ໃຕ້ ກໍ່​ຄື​ສະ​ແດງ​ຄວາມ​ຮູ້​ບູນຄຸນ​ບັນດາ​ນັກຮົບ​ໄດ້​ເສຍສະຫຼະ​ຊີວິດໃນ​ສາຍພູ​ຫຼວງ, ຕອນ​ບ່າຍ​ວັນ​ທີ 25/4, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ວິຈິດ​ສິນ ຫວຽດນາມ ​ໄດ້​ສົມທົບ​ກັບ​ນັກ​ຈິດຕະກອນ ຫງວຽນ​ດຶກ​ຢູ້ ​ໄຂ​ງານ​ວາງສະ​ແດງ​ພາບ​​ແຕ້ມທີ່​ມີ​ຊື່ວ່າ “ ຍື່ນ​ຍົງ​ໂຄງ​ຕົວ​ກັບ​ການ​ເວລາ”. ພາບ​ແຕ້ມກ່ວາ 120 ​ແຜ່ນທີ່​ນຳ​ມາວາງສະ​ແດງ​​ໄດ້​ວາດ​ພາບ​ເຖິງ​ສະພາບ​ການ​ດຸ​ເດືອດ​ໃນ​ສາຍພູ​ຫຼວງ​ຢ່າງ​ມີ​ຊີວິດ​ຊີວາ, ບັນດາ​ວິລະ​ກຳ ​ແລະ ການ​ເສຍສະຫຼະ​ຊີວິດ​ທີ່​ພິລະ​ອາດ​ຫານ​ຂອງ​ກອງທັບ ຫວຽດນາມ ​​ເມື່ອ​ກ່ອນນີ້. ພິ​ເສດ, ​ເປັນ​ຄັ້ງ​ທຳ​ອິດ​ບັນດາ​ພາບ​ແຕ້ມກ່ຽວ​ກັບກອງພັນ​ນ້ອຍ ຍິງ ທີ່​ມີ​ຊື່ວ່າ: ຈຶງຈັກ ຂອງ ກອງ​ບັນຊາ​ການ​ທະຫານ​ແຂວງ ຮ່າ​ໄຕ (​ເກົ່າ) ປະຈຸ​ບັນ​ແມ່ນ​ກອງ​ບັນຊາ​ການ​ນະຄອນຫຼວງ ຮ່າ​ໂນ້ຍ ​ໄດ້​ແນະນຳ​ເຖິງ​ມະຫາຊົນ.

ຂ່າວ/ບົດ​ອື່ນ