ໄຂງານວາງສະແດງຮູບພາບ “ສາຍພົວພັນ ຫວຽດນາມ - ລາວ ໜັກແໜ້ນຍືນຍົງກວ່າພູເຂົາກ້າ, ກວ່າແມ່ນ້ຳລຳເຊ”

(VOVWORLD) - ງານວາງສະແດງໄດ້ສະແດງເອກະສານພາບຖ່າຍທີ່ມີຄ່າຂາວດຳ ແລະ ສີກວ່າ 100 ແຜ່ນ ໂດຍບັນດານັກຂ່າວສຳນັກຂ່າວສານ ຫວຽດນາມ ໄດ້ຖ່າຍເອົາ
ໄຂງານວາງສະແດງຮູບພາບ “ສາຍພົວພັນ ຫວຽດນາມ - ລາວ ໜັກແໜ້ນຍືນຍົງກວ່າພູເຂົາກ້າ, ກວ່າແມ່ນ້ຳລຳເຊ” - ảnh 1 ພິທີໄຂງານວາງສະແດງຮູບພາບ “ສາຍພົວພັນ ຫວຽດນາມ - ລາວ ໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນ້ຳລຳເຊ”

ຕອນເຊົ້າວັນທີ 06 ທັນວາ, ທີ່ຫໍວັດທະນະທຳແຫ່ງຊາດລາວຢູ່ນະຄອນຫລວງ ວຽງຈັນ, ສຳນັກຂ່າວສານ ຫວຽດນາມ ແລະ ສຳນັກຂ່າວສານ ລາວ ໄດ້ຈັດຕັ້ງພິທີໄຂງານວາງສະແດງຮູບພາບ “ສາຍພົວພັນ ຫວຽດນາມ - ລາວ ໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນ້ຳລຳເຊ”. ນີ້ແມ່ນເຫດການໂດຍສຳນັກຂ່າວສານ 2 ປະເທດຮ່ວມກັນຈັດຕັ້ງ ເພື່ອສະເຫຼີມສະຫຼອງປີມິດຕະພາບ, ສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ 2017. ງານວາງສະແດງໄດ້ສະແດງເອກະສານພາບຖ່າຍທີ່ມີຄ່າຂາວດຳ ແລະ ສີກວ່າ 100 ແຜ່ນ ໂດຍບັນດານັກຂ່າວສຳນັກຂ່າວສານ ຫວຽດນາມ ໄດ້ຖ່າຍເອົາ, ໃນນັ້ນ ມີບັນດາຮູບພາບລ້ຳຄ່າຄື ຮູບຖ່າຍປະທານໂຮ່ຈີມິນ ພົບປະແລກປ່ຽນກັບປະທານ ສຸພານຸວົງ ຢູ່ເຂດຖານທີ່ໝັ້ນ ຫວຽດບັກ, ຢູ່ທາງຂ້າງແມ່ນຮູບຖ່າຍປະທານໂຮ່ຈີມິນ ແລະ ທ່ານເລຂາທິການໃຫຍ່ ໄກສອນ ພົມວິຫານ ຢູ່ ຮ່າໂນ້ຍ ປີ 1966…

ໄຂງານວາງສະແດງຮູບພາບ “ສາຍພົວພັນ ຫວຽດນາມ - ລາວ ໜັກແໜ້ນຍືນຍົງກວ່າພູເຂົາກ້າ, ກວ່າແມ່ນ້ຳລຳເຊ” - ảnh 2 ຫໍວັດທະນະທຳແຫ່ງຊາດລາວຢູ່ນະຄອນຫລວງ ວຽງຈັນ
ໄຂງານວາງສະແດງຮູບພາບ “ສາຍພົວພັນ ຫວຽດນາມ - ລາວ ໜັກແໜ້ນຍືນຍົງກວ່າພູເຂົາກ້າ, ກວ່າແມ່ນ້ຳລຳເຊ” - ảnh 3
ໄຂງານວາງສະແດງຮູບພາບ “ສາຍພົວພັນ ຫວຽດນາມ - ລາວ ໜັກແໜ້ນຍືນຍົງກວ່າພູເຂົາກ້າ, ກວ່າແມ່ນ້ຳລຳເຊ” - ảnh 4
ໄຂງານວາງສະແດງຮູບພາບ “ສາຍພົວພັນ ຫວຽດນາມ - ລາວ ໜັກແໜ້ນຍືນຍົງກວ່າພູເຂົາກ້າ, ກວ່າແມ່ນ້ຳລຳເຊ” - ảnh 5 ລາຍການສະແດງສິລະປະ

ພາຍຫລັງງານວາງສະແດງຮູບພາບໄດ້ສິ້ນສຸດລົງ, ຮູບພາບໃນງານວາງສະແດງທັງໝົດນັ້ນ ຈະຖືກສຳນັກຂ່າວສານ ຫວຽດນາມ ມອບໃຫ້ສຳນັກຂ່າວສານ ລາວ ເພື່ອເປັນເອກະສານວັດຖຸພັນນຳໃຊ້ໃຫ້ແກ່ວຽກງານໂຄສະນາເຜີຍແຜ່ກ່ຽວກັບການພົວພັນແບບພິເສດລະຫວ່າງ 2 ປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ.

        ງານວາງສະແດງຈະອັດລົງໃນວັນທີ 09 ທັນວາ .

ຕອບກັບ

vov5

ຂໍ​ຂອບ​ໃຈ​ທີ່ທ່ານ​ໄດ້​ຕິດ​ຕາມ​ລາຍ​ການ​ຂອງ​ພວກ​ເຮົາ. ​ທ່ານ​ເຄີຍ​ຕິດ​ຕາມ​ລາຍ​ການ​ຂອງ​ພວກ​ເຮົາ​ບໍ່, ຖ້າ​ຫາກ​ເຄີຍ​ຕິດ​ຕາມ​ຢ່າ​ລື່ມ​ສົ່ງ​ອີ​ແມວ ຫຼື ຕີ​ລາ​ຄາ​ບົດ​ຂຽນ, ຂ່າວ​ຂອງ​ລາຍ​ການ​ເພື່ອ​ໄດ້​ຮັບ​ຂອງ​ຂວັນ​ທ​ີ່​ລະ​ນຶກ​ຈາກ​ພວກ​ເຮົາ​ແດ່​ເດີ

vov5

ຂໍ​ຂອບ​ໃຈ​ທ່ານ​ທີ່​ໄດ້​ຕິດ​ຕາມ​ລາຍ​ການ​ຂອງ​ພວກ​ເຮົາ.

ວຽງມອນ

ຂ້ອຍກໍແມ່ນຜູ້ນຶ່ງທີ່ໄດ້ເຂົ້າຮ່ວມເບ່ງຮູບພາບໃນງານມື້ນີ້...ເປັນພາບທີ່ມີຄຸນຄ່າທາງປະຫວັດສາດແຫ່ງມິດຕະພາບສອງຊາດລາວຫວຍດນາມຍືນຍົງຕະຫລອດໄປ..

ຂ່າວ/ບົດ​ອື່ນ