ໄຂວາລະປະຊຸມຄົບຄະນະຄັ້ງທີ 6 ກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ

ໄຂວາລະປະຊຸມຄົບຄະນະຄັ້ງທີ 6 ກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) - ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6 ກຳ​ມາ​ທິການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 27/4, ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ​ນາງ ຫງວຽນ​ທູ໋ຍ​ແອ​ງ, ຫົວໜ້າກຳມາ​ທິການ, ​ໃຫ້​ຮູ້​ວ່າ, ວາລະ​ປະຊຸມ​ດຳ​ເນີນ​ໃນວັນ​ທີ 27 ​ແລະ 28/4, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ໃຫ້​ຄວາມ​ເຫັນ ​ແລະ ຕີລາ​ຄາ​ຜົນ​ກະທົບ​ຂອງ​ບັນດາ​ນະ​ໂຍບາຍ​ໃຫຍ່​ກ່ຽວ​ກັບ​ຄົນງານ - ທະຫານ​ເສຍ​ອົງຄະ - ສັງຄົມ ​ແລະ ສາທາລະນະ​ສຸກ. ​ໃນ​ນັ້ນ​ກຳມາ​ທິການ​ກວດກາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ປະຕິບັດ​ນະ​ໂຍບາຍ, ລະບອບ​ປະກັນ​ສັງຄົມ, ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ກອງ​ທຶນ​ປະກັນ​ສັງຄົມປີ 2016 ​ແລະ ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັຄາດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ປີ 2016; ກວດກາ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປັບປຸງ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2017 ​ແລະ ສະ​ເໜີ​ລາຍການ​ສ້າງ​ກົດໝາຍ​ລັດຖະບັນຍັດ​ປີ 2018 ​ແມ່ນ​ຂຶ້ນ​ກັບ​ຂົງ​ເຂດ​ກຳມາ​ທິການ​ຮັບຜິດຊອບ, ພ້ອມ​ກັບ​ບັນດາ​ເນື້ອ​ໃນ​ອື່ນໆ​ອີກ.

        ພາຍຫຼັງ​ວາລະ​ໄຂ, ບັນດາ​ສະມາຊິກ ກຳ​ມາ​ທິການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ ​ໄ​ດ້ປຶກສາ​ຫາລື, ​ປະກອບຄວາມ​ເຫັນ​ໃສ່​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການປະຕິບັດ​ນະ​ໂຍບາຍ, ລະບອບ​ປະກັນ​ສັງຄົມ, ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ກອງ​ທຶນ​ປະກັນ​ສັງຄົມປີ 2016.


ຂ່າວ/ບົດ​ອື່ນ