ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ

(VOVWORLD) - ສັບປະດາວັດທະນະທຳ ລາວ 2023 ຢູ່ ຫວຽດນາມ ຈັດຂຶ້ນແຕ່ວັນທີ 13-18 ທັນວາ 202
ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ - ảnh 1(ລາຍການສະແດງສິລະປະ)

ພິທີໄຂສັບປະດາວັດທະນະທຳ ລາວ 2023 ຢູ່ ຫວຽດນາມ ໄດ້ຈັດຂຶ້ນຢູ່ໂຮງລະຄອນໃຫຍ່, ນະຄອນຫຼວງ ຮ່າໂນ້ຍ, ໃນຕອນຄ່ຳວັນທີ 14 ທັນວາ. ເຫດການໂດຍ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຈັດຂຶ້ນແຕ່ວັນທີ 13-18 ທັນວາ 2023.

        ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕະກວາງດົງ, ຖືວ່າ: ເລື່ອງຈັດສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ ປີ 2023 ມີຄວາມໝາຍສຳຄັນ, ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ຫຼາຍກວ່າອີກ.

ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ - ảnh 2(ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕະກວາງດົງ)

“ຜ່ານລາຍການສະແດງສິລະປະຮ້ອງລຳທຳເພງທີ່ເປັນມູນເຊື້ອ ໂດຍບັນດານັກສິລະປິນ ລາວ ສະແດງ, ຜູ້ຊົມ ຫວຽດນາມ ແລະ ລາວ ພ້ອມກັບເພື່ອນມິດສາກົນມີໂອກາດເຂົ້າໃຈກ່ຽວກັບພື້ນຖານວັດທະນະທຳຂອງ ລາວ ຫຼາຍກວ່າ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນມູນເຊື້ອມິດຕະພາບລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ, ພ້ອມກັນມຸ່ງໄປສູ່ການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ ແລະ ບັນລຸປະສິດທິຜົນກວ່າ ໃນອະນາຄົດ”.

ນອກຈາກການແນະນຳກ່ຽວກັບວັດທະນະທຳ, ສິລະປະ, ດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ເຂັ້ມຂຸນໄປດ້ວຍວັດທະນະທຳຂອງແຕ່ລະເຂດພາກຂອງປະເທດ ລາວ ແລ້ວ. ລາຍການຍັງນຳມາເຊິ່ງບັນຍາກາດເບີກບານ ແລະ ເຕັມໄປດ້ວຍນ້ຳໃຈມິດຕະພາບ ຫວຽດນາມ - ລາວ. ກ່າວຄຳເຫັນໄຂສັບປະດາ, ທ່ານນາງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ສວນສະຫວັນ ວິຍະເກດ, ໃຫ້ຮູ້ວ່າ:

ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ - ảnh 3(ທ່ານນາງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ສວນສະຫວັນ ວິຍະເກດ)
 

(ທ່ານນາງ ສວນສະຫວັນ ວິຍະເກດ)

        ສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ, ລວມມີລາຍການສະແດງສິລະປະຮັບໃຊ້ມະຫາຊົນຢູ່ນະຄອນ ຫຼວງ ຮ່າໂນ້ຍ ແລະ ນິງບິ່ງ ຂອງຄະນະສິລະປະແຫ່ງຊາດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ