ໄຂສັບປະດາວັດທະນະທຳ ແລະ ທ່ອງທ່ຽວແຂວງ ຟູອຽນ 2024

(VOVWORLD) -ຕອນຄ່ຳວັນທີ 30 ມີນານີ້, ຢູ່ນະຄອນ ຕຸຍຮ່ວາ, ຄະນະກຳມະການປະຊາຊົນແຂວງ ຟູອຽນ ໄດ້ເປີດ ສັບປະດາວັດທະນະທຳ - ທ່ອງທ່ຽວ ປີ 2024 ດ້ວຍຫົວຂໍ້ “ກັບຄືນສູ່ເຂດມໍລະດົກຟູອຽນ”
ໄຂສັບປະດາວັດທະນະທຳ ແລະ ທ່ອງທ່ຽວແຂວງ ຟູອຽນ 2024 - ảnh 1ລາຍການສະແດງສິລະປະໃນພິທີໄຂສັບປະດາວັດທະນະທຳ ແລະ ທ່ອງທ່ຽວຟູອຽນ 2024 

      ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍແຂວງ ຟູອຽນ (1 ເມສາ 1975 – 1 ເມສາ 2024), ໃນຕອນຄ່ຳວັນທີ 30 ມີນານີ້, ຢູ່ນະຄອນ ຕຸຍຮ່ວາ, ຄະນະກຳມະການປະຊາຊົນແຂວງ ຟູອຽນ ໄດ້ເປີດ ສັບປະດາວັດທະນະທຳ - ທ່ອງທ່ຽວ ປີ 2024 ດ້ວຍຫົວຂໍ້ “ກັບຄືນສູ່ເຂດມໍລະດົກຟູອຽນ”.                ການເຄື່ອນໄຫວຕົ້ນຕໍຂອງສັບປະດາວັດທະນະທຳ ແລະ ທ່ອງທ່ຽວ ຟູອຽນ ປີ 2024 ລວມມີ: ງານວາງສະແດງສິນຄ້າ, ໂຄສະນາຜະລິດຕະພັນ OCOP (ໂຄງການແຫ່ງຊາດ, ຜະລິດຕະພັນໜຶ່ງ ຕໍ່ຕາແສງ), ອາຫານການກິນ ແລະ ການທ່ອງທ່ຽວ; ການແຂ່ງຂັນບັນດາວົງດົນຕີພາຍໃນແຂວງ; ລາຍການສະແດງບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸສົມທົບກັບການສະແດງຊຸດອາພອນທີ່ເປັນເອກະລັກສະເພາະຢູ່ຟູອຽນ.

     ໃນຂະນະດຽວກັນ ຢູ່ທ້ອງຖິ່ນຕ່າງໆຂອງແຂວງກໍ່ໄດ້ຈັດບັນດາລາຍການເຄື່ອນໄຫວຕອບສະໜອງເຊັ່ນ: ການສະແດງສິລະປະຂັບບາຍຈ່ອຍ; ຊ່ວງເຮືອ,ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກ…

           ສັບປະດາວັດທະນະທຳ ແລະ ທ່ອງທ່ຽວຟູອຽນ 2024 ດຳເນີນແຕ່ວັນທີ 30ມີນາ ຫາວັນທີ 5 ເມສາຈື່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ