ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ:​ ຄຸນ​ທາດ, ສະ​ຕິປັນ​ຍາ ຫວຽດ​ນາມ

(VOVWORLD) -ພາຍຫຼັງສູ້ຮົບເປັນເວລາ 56 ວັນ ແລະ ຄົນ, ຮອດຕອນບ່າຍວັນທີ 7 ພຶດສະພາ 1954, ຫວຽດນາມ ຢຶດໄດ້ກອງບັນຊາການທະຫານຈາກສັດຕູ, ນາຍພົນ ເດີກາດ ພ້ອມດ້ວຍ ກອງເສນາທິການ ແລະ ນາຍທະຫານຢູ່ເຂດຖານທີ່ໝັ້ນ ດ້ຽນບຽນຝູ ຕ້ອງອອກຍອມຈຳນົນ. ທຸງ “ຕໍ່ສູ້ເດັດດ່ຽວ - ເດັດຂາດມີໄຊ” ຂອງກອງທັບ ຫວຽດນາມ ໄດ້ປິວສະບັດຢູ່ຈອມຂຸມຄອງກອງບັນຊາການທະຫານຂອງສັດຕູ. ບັ້ນຮົບ ດ້ຽນບຽນຝູ ຍາດໄດ້ໄຊຊະນະຢ່າງສົມບູນ.

  ດ້ຽນບຽນຝູ ແມ່ນຮ່ອມພູທີ່ກວ້າງໃຫຍ່ຢູ່ເຂດພູດອຍທາງທິດຕາເວັນຕົກພາກເໜືອ ທີ່ມີລວງຍາວປະມານ 20km, ກວ້າງແຕ່ 6 – 8km; ຫ່າງຈາກນະຄອນ ຮ່າໂນ້ຍປະມານ 200km. ຕາມການຕີລາຄາຂອງນາຍພົນ H.Navarre ແລະ ບັນດານັການທະຫານ ຝລັ່ງ - ອາເມລິກາ ແລ້ວ, ດ້ຽນບຽນຝູ ມີທີ່ຕັ້ງຍຸດທະສາດສຳຄັນສຳລັບສະໜາມຮົບອິນດູຈີນ ແລະ ນັບທັງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງນອນໃນລະບົບຄົມມະນາຄົມທີ່ເຊື່ອມຕໍ່ກັບຊາຍແດນຂອງ ລາວ, ໄທ, ມຽນມາ ແລະ ຈີນ. ສະນັ້ນ, ພາຍຫຼັງທີ່ຕໍ່ສູ້ຢຶດເອົາ ດ້ຽນບຽນຝູ ໃນວັນທີ 20 ພະຈິກ 1953, ກອງທັບ ຝລັ່ງ ໄດ້ຈັດສົ່ງກຳລັງພົນທະຫານ, ອາວຸດ, ຍຸດທະພັນເພີ່ມເຕີມຢ່າງບໍ່ຢຸດຢັ້ງ ເພື່ອຫັນ ດ້ຽນບຽນຝູ ໃຫ້ກາຍເປັນເຂດຖານທີ່ໝັ້ນການທະຫານທີ່ເຂັ້ມແຂງທີ່ສຸດໃນ ອິນດູຈີນ.

        ສ່ວນຝ່າຍ ຫວຽດນາມ, ດ້ວຍຄຳຂວັນທີ່ວ່າ “ທຸກຢ່າງເພື່ອແນວໜ້າ, ທຸກຢ່າງເພື່ອໄຊຊະນະ!”, ທົ່ວປະເທດໄດ້ສຸມແຫຼ່ງກຳລັງໃຫ້ແກ່ສະໜາມຮົບ ດ້ຽນບຽນຝູ. ພາຍຫຼັງສູ້ຮົບເປັນເວລາ 56 ວັນ ແລະ ຄົນ, ຮອດຕອນບ່າຍວັນທີ 7 ພຶດສະພາ 1954, ຫວຽດນາມ ຢຶດໄດ້ກອງບັນຊາການທະຫານຈາກສັດຕູ, ນາຍພົນ ເດີກາດ ພ້ອມດ້ວຍ ກອງເສນາທິການ ແລະ ນາຍທະຫານຢູ່ເຂດຖານທີ່ໝັ້ນ ດ້ຽນບຽນຝູ ຕ້ອງອອກຍອມຈຳນົນ. ທຸງ “ຕໍ່ສູ້ເດັດດ່ຽວ - ເດັດຂາດມີໄຊ” ຂອງກອງທັບ ຫວຽດນາມ ໄດ້ປິວສະບັດຢູ່ຈອມຂຸມຄອງກອງບັນຊາການທະຫານຂອງສັດຕູ. ບັ້ນຮົບ ດ້ຽນບຽນຝູ ຍາດໄດ້ໄຊຊະນະຢ່າງສົມບູນ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີ ແຫ່ງໄຊຊະນະ ດ້ຽນບຽນຝູ (ວັນທີ 7/5/1954 – 7/5/2022), ສຳນັກຂ່າວສານ ຫວຽດນາມ ໄດ້ມີບົດຂຽນໂດຍຢັ້ງຢືນ ໄຊຊະນະ ດ້ຽນບຽນຝູ: ຄຸນທາດ, ສະຕິປັນຍາ ຫວຽດນາມ. ພ້ອມດຽວກັນນັ້ນ, ໃນໜ້າທຳອິດຂອງໜັງສືພິມຄື ເຍິນເຢິນ, ກວນໂດ້ຍເຍິນເຢິນກໍໄດ້ລົງຂ່າວ, ບົດ, ຮູບພາບຫຼາຍຢ່າງເພື່ອຢັ້ງຢືນແນວທາງຕໍ່ຕ້ານຢ່າງຖືກຕ້ອງ, ປະດິດຄິດສ້າງຂອງ ພັກ ແລະ ປະທານ ໂຮ່ຈີມິນ, ແມ່ນທິດທາງການສູ້ຮົບຂອງທົ່ວປວງຊົນ, ຮອບດ້ານ, ເພິ່ງຕົນເອງກຸ້ມຕົນເອງໃນເວລາຍາວນານ. ໄຊຊະນະ ດ້ຽນບຽນຝູ ແມ່ນໄຊຊະນະດັງກ້ອງກັງວານໃນປະຫວັດສາດ ຫວຽດນາມ, ຢັ້ງຢືນກຳລັງແຮງຢ່າງໃຫຍ່ຫຼວງຂອງປະຊາຊົນ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ