ໄຕ້ທຽນ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​​ນັກ​ຮົບທີ່​ເສຍ​ສະຫຼະ​ຊີ​ວິດເພື່ອ​ຊາດ, ຊາວ​ໜຸ່ມ​ຕະ​ລຸມ​ບອນ ຢູ່​ເຂດ​ສາມ​ແຍກ​ດົ່ງ​ລົກ

(VOVWORLD) - ຕອນຄ່ຳວັນທີ 14 ກໍລະກົດ, ຢູ່ເຂດປູສະນີຍະສະຖານປະຫວັດສາດ ສາມແຍກດົ່ງລົກ, ໄດ້ດຳເນີນພິທີ “ໄຕ້ທຽນເພື່ອສະແດງຄວາມຮູ້ບຸນຄຸນ” ຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ພະນັກງານ, ນັກຮົບ, ອະດີດຊາວໜຸ່ມຕະລຸມບອນ ແລະ ປະຊາຊົນ ທີ່ໄດ້ເສຍສະຫຼະຊີວິດຢ່າງອາດຫານຢູ່ເຂດສາມແຍກ ດົ່ງລົກ. 
ໄຕ້ທຽນ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​​ນັກ​ຮົບທີ່​ເສຍ​ສະຫຼະ​ຊີ​ວິດເພື່ອ​ຊາດ, ຊາວ​ໜຸ່ມ​ຕະ​ລຸມ​ບອນ ຢູ່​ເຂດ​ສາມ​ແຍກ​ດົ່ງ​ລົກ - ảnh 1ພິທີ “ໄຕ້ທຽນເພື່ອສະແດງຄວາມຮູ້ບຸນຄຸນ” (ພາບ: TTXVN) 

ເຂົ້າຮ່ວມພິທີມີບັນດາອະດີດຊາວໜຸ່ມຕະລຸມບອນທີ່ໄດ້ເຂົ້າຮ່ວມການສູ້ຮົບຢູ່ສະໜາມຮົບດົ່ງລົກ ແລະ ສະມາຊິກຊາວໜຸ່ມເມືອງການລົກ ກ່ວາ 500 ຄົນ.

        ນະທີ່ນີ້, ໄດ້ໄຕ້ທຽນນັບພັນໆເຫຼັ້ມເພື່ອສະແດງຄວາມຮູ້ບຸນຄຸນຂອງໄວໜຸ່ມ, ໂດຍເປັນຜູ້ທີ່ໄດ້ດຳລົງຊີວິດໃນທ່າມກາງສັນຕິພາບທີ່ມີຕໍ່ບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາຜູ້ທີ່ໄດ້ອຸທິດສ່ວນໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ. ພ້ອມທັງໄດ້ຕັກເຕືອນອະດີດຊາວໜຸ່ມຕະລຸມບອນແຕ່ລະຄົນ ແລະ ຊາວໜຸ່ມກ່ຽວກັບມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈແຫ່ງຊາດ

ຂ່າວ/ບົດ​ອື່ນ