ໄທ ກະກຽມກອງປະຊຸມຂັ້ນສູງ ເອເປັກ

(VOVWORLD) -  ກ່າວຄຳເຫັນຫຼັງກອງປະຊຸມ, ທ່ານ ອານຸຊາ ບູຣະພັດໄຊສຣິ ໂຄສົກລັດຖະບານໄທ ໃຫ້ຮູ້ວ່າ ທ່ານ ປຣາຢຸດ ຈັນໂອຊາ ເຊື່ອໝັ້ນວ່າກອງປະຊຸມຈະດຳເນີນດ້ວຍຄວາມສຳເລັດຜົນຢ່າງຈົບງາມ.

ວັນທີ 10 ຕຸລາ, ທ່ານ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ ໄດ້ເປັນປະທານກອງປະຊຸມລັດຖະບານ ເພື່ອຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າການກະກຽມສັບປະດາຂັ້ນສູງ ເວທີປາໄສການຮ່ວມມືດ້ານເສດຖະກິດອາຊີ-ປາຊີຟີກ (ເອເປັກ) ຄັ້ງທີ 29 ເຊິ່ງຈະໄຂຂຶ້ນທີ່ນະຄອນຫຼວງບາງກອກ ໃນເດືອນພະຈິກທີ່ຈະມາເຖິງ. ກ່າວຄຳເຫັນຫຼັງກອງປະຊຸມ, ທ່ານ ອານຸຊາ ບູຣະພັດໄຊສຣິ ໂຄສົກລັດຖະບານໄທ ໃຫ້ຮູ້ວ່າ ທ່ານ ປຣາຢຸດ ຈັນໂອຊາ ເຊື່ອໝັ້ນວ່າກອງປະຊຸມຈະດຳເນີນດ້ວຍຄວາມສຳເລັດຜົນຢ່າງຈົບງາມ.

        ຫົວຂໍ້ຂອງກອງປະຊຸມຂັ້ນສູງເອເປັກ ຄັ້ງທີ 29 ທີ່ປະເທດເເຈົ້າພາບໄທຄັດເລືອກແມ່ນ “ເປີດກ້ວາງສ້າງສໍາພັນ-ເຊື່ອມໂຍງກັນ-ສູ່ສົມດຸນ”. ກ່ຽວກັບເນື້ອໃນເປີດກ້ວາງ, ທ່ານ ອານຸຊາ ໃຫ້ຮູ້ວ່າ ເພື່ອສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ບັນດາພື້ນຖານເສດຖະກິດຂອງສະມາຊິກເອເປັກ ສະໜັບສະໜູນການສະເໜີຂອງໄທ ກ່ຽວກັບການພິຈາລະນາປຶກສາຫາລືສັນຍາຂົງເຂດການຄ້າເສລີ ອາຊີປາຊີຟິກ, ໃນຂະນະທີ່ກອງປະຊຸມຂັ້ນລັດຖະມົນຕີການຄ້າໄດ້ເປັນເອກະສັນ ຂຶ້ນແຜນການໃຫ້ແກ່ໝາກຜົນຢ່າງລະອຽດ. ທ່ານ ອານຸຊາ ກໍ່ໄດ້ໃຫ້ຮູ້ວ່າຜູ້ນຳພື້ນຖານເສດຖະກິດສະມາຊິກຫຼາຍທ່ານ, ບັນດາແຂກຖືກເຊີນພິເສດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນໄດ້ຮັບຄຳເຊີນມາບາງກອກ ເພື່ອຮ່ວມກອງປະຊຸມເອເປັກ.

ຕອບກັບ

ຂ່າວ/ບົດ​ອື່ນ