ໄທ ຈະປະກາດແຜນເຂົ້າຮ່ວມ CPTPP ຢ່າງເປັນທາງການໃນເດືອນມີນາ.

(VOVWORLD) -ລັດຖະບານ ໄທ ຄາດວ່າຈະປະກາດແຜນການເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິຟີກ (CPTPP) ຢ່າງເປັນທາງການໃນເດືອນມີນາ

  

ໄທ ຈະປະກາດແຜນເຂົ້າຮ່ວມ CPTPP ຢ່າງເປັນທາງການໃນເດືອນມີນາ. - ảnh 1ທ່ານຮອງນາຍົກລັດຖະມົນຕີ ສົມຄິດ ຈາຕຸສີພິທັກ 

ວັນທີ 18 ກຸມພາ ສື່ມວນຊົນຂອງ ໄທ ໃຫ້ຮູ້ວ່າ: ລັດຖະບານ ໄທ ຄາດວ່າຈະປະກາດແຜນການເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິຟີກ (CPTPP) ຢ່າງເປັນທາງການໃນເດືອນມີນາໃນລະຫວ່າງການເດີນທາງຢ້ຽມຢາມ ປະເທດຍີ່ປຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ສົມຄິດ ຈາຕຸສີພິທັກ. ຄາດວ່າ ທ່ານ ຮອງນາຍົກລັດຖະມົນຕີ ສົມຄິດ ຈາຕຸສີພິທັກ ຈະໄປຢ້ຽມຢາມ ປະເທດຍີ່ປຸ່ນ ໃນເດືອນມີນາຈະມາເຖິງ ແລະ ຈະປະກາດຢ່າງເປັນທາງການກ່ຽວກັບຂໍ້ສະເໜີເຂົ້າຮ່ວມ CPTPP ໃນການເດີນທາງຢ້ຽມຢາມຄັ້ງນີ້.  ກະຊວງການຄ້າ ໄທ ຄາດວ່າຈະຍື່ນຂໍ້ສະເໜີກ່ຽວກັບການເຂົ້າຮ່ວມ CPTPP ຕໍ່ລັດຖະບານເພື່ອຮັບຮອງເອົາໃນເດືອນມີນານີ້. ຫຼັງຈາກໄດ້ຮັບຮອງເອົາແລ້ວ, ໄທຈະສົ່ງຂໍ້ສະເໜີດັ່ງກ່າວເຖິງບັນດາປະເທດສະມາຊິກຂອງ CPTPP.

ຕອບກັບ

ຂ່າວ/ບົດ​ອື່ນ