ໄທ ແລະ ມຽນມາ ເປີດປະຕູດ່ານຊາຍແດນຄືນໃໝ່ພາຍຫຼັງປິດປະຕູເປັນເວລາເກືອບ 3 ປີຍ້ອນໂລກລະບາດໂຄວິດ -19

(VOVWORLD) - ທ່ານ ສົມຫວັງ ບຸນຣາຍອງ, ຮອງເຈົ້າແຂວງ ແຂວງ ຊຽງໄໝ່ ໃຫ້ຮູ້ວ່າ: ການເປີດປະຕູດ່ານຊາຍແດນນີ້ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ໄທ - ມຽນມາ. ດ່ານຊາຍແດນໄດ້ເປີດປະຕູແຕ່ 6 ໂມງ 30 ນາທີ ຮອດ 18 ໂມງ 30 ນາທີ
ໄທ ແລະ ມຽນມາ ເປີດປະຕູດ່ານຊາຍແດນຄືນໃໝ່ພາຍຫຼັງປິດປະຕູເປັນເວລາເກືອບ 3 ປີຍ້ອນໂລກລະບາດໂຄວິດ  -19 - ảnh 1ດ່ານຊາຍແດນ ແມ່ສາຍ – Tachileik ເປີດປະຕູຄືນໃໝ່ນັບແຕ່ວັນທີ 20 ກຸມພາ
(ພາບ: The Nation)

ວັນທີ 20 ກຸມພາ, ໄທ ແລະ ມຽນມາ ໄດ້ເປີດປະຕູດ່ານຊາຍແດນ ແມ່ສາຍ – Tachileik ແລະ ຂົວມິດຕະພາບ ໄທ - ມຽນມາ ໂດຍເຊື່ອມຕໍ່ແຂວງ ຊຽງໄໝ່ ແລະ ແຂວງ Tachileik ຂອງ ມຽນມາ, ພາຍຫຼັງປິດປະຕູມາເປັນເວລາເກືອບ 3 ປີຍ້ອນໂລກລະບາດໂຄວິດ - 19. ທ່ານ ສົມຫວັງ ບຸນຣາຍອງ, ຮອງເຈົ້າແຂວງ ແຂວງ ຊຽງໄໝ່ ໃຫ້ຮູ້ວ່າ: ການເປີດປະຕູດ່ານຊາຍແດນນີ້ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ໄທ - ມຽນມາ. ດ່ານຊາຍແດນໄດ້ເປີດປະຕູແຕ່ 6 ໂມງ 30 ນາທີ ຮອດ 18 ໂມງ 30 ນາທີ ຂອງທຸກໆວັນ, ແຕ່ວ່າ ໃນ 1 ເດືອນຈະມາເຖິງ, ເວລາເປີດປະຕູຈະແກ່ຍາວຮອດ 21 ໂມງ. ຊາວ ໄທ ຢາກໄປຍັງແຂວງ Tachileik ຂອງ ມຽນມາ ອາດຈະຍື່ນໜັງເດີນທາງຢູ່ຫ້ອງວ່າການເມືອງ ແມ່ສາຍ ຫຼື ຍື່ນເອກະສານທີ່ກ່ຽວຂ້ອງຢູ່ປ້ອມຄຸ້ມຄອງການເຂົ້າ - ອອກເມືອງ ຢູ່ ຊຽງໄໝ່ ພ້ອມກັບໃບສຳເນົາຜົນການກວດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ