ໄທລົບລ້າງກົດໄອຍະການເສິກ

ໄທລົບລ້າງກົດໄອຍະການເສິກ - ảnh 1

 ໄທ ລົບລ້າງກົດໄອຍະການເສິກໃນທົ່ວປະເທດ
(ພາບ: TTXVN)

(vovworld) – ວັນ​ທີ 13/6, ອຳນາດ​ການ​ປົກຄອງ​ການ​ທະຫານ ​ໄທ ​ໄດ້​ລົບ​ລ້າງກົດ​ໄອ​ຍະ​ການ​ເສິກ ​ໃນ​ທົ່ວ​ປະ​ເທດ ດ້ວຍ​ສາຍ​ເຫດ​ບໍ່​​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃດໆ ​ແລະ ຄວາມຈຳ​ເປັນ​ຕ້ອງ​ໜູນ​ຊ່ວຍ​ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ນີ້. ຖະ​ແຫຼ​ງການທາງ​ໂທລະ​ພາບ, ສະພາ​ສັນຕິ​ພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແຫ່ງ​ຊາດ (NCPO) ຊີ້​ແຈ້ງວ່າ: ຍ້ອນ​ສະພາບ​ການ​ໄດ້​ຮັບ​ການ​ປັບປຸງ ​ແລະ ບໍ່​​ເກີດກໍລະນີ​ໃດທີ່​ອາດ​ຈະ​ພາ​ໄປ​ເຖິງ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການທ່ອງທ່ຽວ, ກົດ​ໄອ​ຍະ​ການ​ເສິກຈະ​ຖື​ກ​ລົບ​ລ້າງ​​ໃນ​ແຂວງ, ນະຄອນທັງ​ໝົດຢູ່​ໄທ.

 


ຂ່າວ/ບົດ​ອື່ນ