ໜັງສືພິມອັງກິດ ຕີລາຄາວ່າ ຫວຽດນາມ ແມ່ນປະເທດທີ່ເປັນໄປດ້ວຍແງ່ຫວັງໃນລະບົບການສະໜອງທົ່ວໂລກ

(VOVWORLD) -ບັນດາບໍລິສັດນາໆຊາດພວມຮີບເຮັ່ງກໍ່ສ້າງຮາກຖານຢູ່ຫວຽດນາມ ຍ້ອນຫວຽດນາມ ມີຈຸດ ຢ່າງເຂັ້ມໝັ້ນຄົງແຂງດ້ວຍຜະລິດຕະພັນຕອບສະໜອງໄດ້ມາດຕະຖານທົ່ວໂລກ

ໜັງສືພິມອັງກິດ ຕີລາຄາວ່າ ຫວຽດນາມ ແມ່ນປະເທດທີ່ເປັນໄປດ້ວຍແງ່ຫວັງໃນລະບົບການສະໜອງທົ່ວໂລກ - ảnh 1ເຂດອຸດສາຫະກຳ ທ໊າຍງວຽນ

(ພາບປະກອບ: TTXVN)

ວັນທີ 28 ທັນວາ, ໜັງສືພິມ Financial Tines ຂອງອັງກິດ ໄດ້ໃຫ້ຮູ້ວ່າ, ບັນດາບໍລິສັດນາໆຊາດພວມຮີບເຮັ່ງກໍ່ສ້າງຮາກຖານຢູ່ຫວຽດນາມ ຍ້ອນຫວຽດນາມ ມີຈຸດ ຢ່າງເຂັ້ມໝັ້ນຄົງແຂງດ້ວຍຜະລິດຕະພັນຕອບສະໜອງໄດ້ມາດຕະຖານທົ່ວໂລກ ແລະ ເຄືອຂ່າຍສັນຍາການຄ້າເສລີ (FTA) ທີ່ນັບມື້ນັບໄດ້ຮັບການເປີດກວ້າງ, ລວມທັງສັນຍາ FTA ຫວ່າງມໍ່ໆມານີ້ກັບສະຫະພາບເອີລົບ (ອີຢູ) ແລະ ອັງກິດ. ຫວຽດນາມ ພວມກາຍເປັນປະເທດທີ່ເຕັມໄປດ້ວຍແງ່ຫວັງໃນລະບົບສະໜອງທົ່ວໂລກ. ໜັງສືພິມໄດ້ຄັດຄຳເວົ້າຂອງຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງ VinaCapital ຢູ່ນະຄອນໂຮ່ຈີມິນ ທ່ານ Michael Kokalari ທີ່ໃຫ້ຂໍ້ສັງເກດວ່າ, ນັບມືື້ນັບມີຫຼາຍບໍລິສັດຕ່າງປະເທດພວມຫັນການເຄື່ອນໄຫວຜະລິດມາຫວຽດນາມ, ໃນນັ້ນມີ Apple. ໃນຂະນະທີ່, ຫຼາຍປະເທດໃນໂລກພວມປະເຊີນໜ້າກັບສະພາບຈັດວາງຄຳສັ່ງປິດເມືອງເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກບາດ.

        ວົງການນັກທຸລະກິດໃຫ້ຂໍ້ສັງເກດວ່າ, ຕະຫຼາດຫວຽດນາມ ພວມ “ປັບຕົວ” ເຂົ້າກັບຄວາມຫຍຸ້ງຍາກທຸກຢ່າງ, ນັບທັງໃນສະພາບເກີດໂລກລະບາດ. ບັນດາໂຄງການກໍ່ສ້າງຢູ່ເຂດອຸດສາຫະກຳກໍ່ພວມໄດ້ຮັບການຜັນຂະຫຍາຍ. ພື້ນຖານເສດຖະກິດຂອງຫວຽດນາມ ບັນລຸລະດັບເຕີບໂຕສູງກວ່າ 2,9% ໃນປີ 2020, ນອນໃນກຸ່ມເສດຖະກິດເຕີບໂຕສູງທີ່ສຸດໃນໂລກ ແລະ ລັດຖະບານຫວຽດນາມ ໄດ້ວາງຄາດໝາຍການເຕີບໂຕໃຫ້ປີ 2021 ແມ່ນຕ້ອງບັນລຸໄດ້ໃນລະດັບ 6,5%.

ຕອບກັບ

ຂ່າວ/ບົດ​ອື່ນ