ໜູນຊ່ວຍການອອກໜັງສືຜ່ານແດນໃຫ້ແກ່ຄົນເຈັບທີ່ມີຄວາມຕ້ອງການໄປປິ່ນປົວພະຍາດຢູ່ຕ່າງປະເທດ

(VOVWORLD) - ນັບແຕ່ວັນທີ 13 ພຶດສະພາເປັນຕົ້ນໄປ, ກົມຄຸ້ມຄອງການເຂົ້າ-ອອກເມືອງ (ກະຊວງຕຳຫລວດ ຫວຽດນາມ) ຈະຜັນຂະຫຍາຍໂຄງການໜູນຊ່ວຍການອອກໜັງສືຜ່ານແດນໃຫ້ແກ່ຄົນເຈັບທີ່ມີຄວາມຕ້ອງການໄປປິ່ນປົວພະຍາດຢູ່ຕ່າງປະເທດ. 

ນີ້ແມ່ນຂໍ້ມູນຂ່າວໂດຍທ່ານພັນເອກພິເສດ ເລຮົ່ງທ໊າຍ ຮອງຫົວໜ້າກົມຄຸ້ມຄອງການເຂົ້າ-ອອກເມືອງຢູ່ນະຄອນ ໂຮ່ຈີມິນ ຍົກອອກມາເມື່ອແລກປ່ຽນກັບນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ໃນວັນທີ 10 ພຶດສະພາ. ໂຄງການດັ່ງກ່າວ ໄດ້ຮັບການປະຕິບັດຢູ່ບັນດາໂຮງໝໍຄື: ໂຮງໝໍ ເຈິໄຣ, ໂຮງໝໍມະຫາວິທະຍາໄລການແພດການຢານະຄອນ ໂຮ່ຈີມິນ, ໂຮງໝໍເດັກ 1, ເດັກ 2 ແລະ ໂຮງໝໍຫົວໃຈນະຄອນ ໂຮ່ຈີມິນ. ໂດຍລະອຽດແມ່ນ, ເມື່ອຄົນເຈັບມີຄວາມຕ້ອງການໄປປິ່ນປົວພະຍາດຢູ່ຕ່າງປະເທດນັ້ນ, ກົມຄຸ້ມຄອງການເຂົ້າ-ອອກເມືອງຈະສົມທົບກັບບັນດາໂຮງໝໍດັ່ງກ່າວ ຈັດສົ່ງພະນັກງານໄປຫາຄົນເຈັບທີ່ນອນຢູ່ໂຮງໝໍໂດຍກົງ ເພື່ອແນະນຳ, ບັນທຶກຂໍ້ມູນ, ຖ່າຍຮູບ, ປະຕິບັດບັນດາລະບຽບການອອກໜັງສືຜ່ານແດນຢ່າງທັນການ. ຖ້າຫາກໂຄງການດັ່ງກ່າວບັນລຸໄດ້ປະສິດທິຜົນ, ໄດ້ຮັບການສະໜັບສະໜູນຈາກຄົນເຈັບ ແລະ ຄອບຄົວນັ້ນ ກົມຄຸ້ມຄອງການເຂົ້າ-ອອກເມືອງ ຈະທະວີຄູນຜັນຂະຫຍາຍໃຫ້ກ້ວາງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ