ໜ່ວຍປະຕິບັດງານຊ່ວຍຄະນະປະຈຳສະພາແຫ່ງຊາດກະຕຸກຊຸກຍູ້, ຕິດຕາມການປະຕິບັດບັນດາມະຕິກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ມະຕິທີ່ກອງປະຊຸມຄັ້ງປະຖົມມະລຶກ, ໃນນັ້ນມີບັນດາມາດຕະການພິເສດສະເພາະ, ສ້າງພື້ນຖານດ້ານນິຕິກຳ, ເພີ່ມລັກສະນະເປັນເຈົ້າການໃຫ້ແກ່ລັດຖະບານ ແລະ ບັນດາທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19
ໜ່ວຍປະຕິບັດງານຊ່ວຍຄະນະປະຈຳສະພາແຫ່ງຊາດກະຕຸກຊຸກຍູ້, ຕິດຕາມການປະຕິບັດບັນດາມະຕິກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ທີ່ການເຮັດວຽກກັບໜ່ວຍປະຕິບັດງານ)

ຕອນບ່່າຍວັນທີ 30 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການເຮັດວຽກກັບໜ່ວຍປະຕິບັດງານຂອງຄະນະປະຈຳສະພາແຫ່ງຊາດປະຕິບັດມະຕິ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ມະຕິທີ່ກອງປະຊຸມຄັ້ງປະຖົມມະລຶກ, ໃນນັ້ນມີບັນດາມາດຕະການພິເສດສະເພາະ, ສ້າງພື້ນຖານດ້ານນິຕິກຳ, ເພີ່ມລັກສະນະເປັນເຈົ້າການໃຫ້ແກ່ລັດຖະບານ ແລະ ບັນດາທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຕອບສະໜອງຄວາມຮຽກຮ້ອງ, ຕ້ອງການຂອງພຶດຕິກຳຕົວຈິງຂອງຊີວິດການເປັນຢູ່ຢ່າງທັນການ.

“ໜ່ວຍປະຕິບັດງານຕ້ອງປະຕິບັດບົດບາດໃຫ້ຄຳປຶກສາຊ່ວຍອົງການຈັດຕັ້ງພັກໃນສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດສົມທົບກັບຄະນະພະນັກງານພັກ, ລັດຖະບານ ແລະ ລັດຖະບານຫັນບັນດາເນື້ອໃນສະຫຼຸບທີ່ກອງປະຊຸມການນຳຫຼັກແຫຼ່ງຂອງພັກ ແລະ ລັດໃນໄລຍະຜ່ານມາເປັນລະອຽດ. ເຮັດແນວໃດ, ປະກາດໃຊ້ບັນດານະໂຍບາຍ, ລະບອບ, ກົນໄກໃຫ້ເໝາະສົມເພື່ອຄວບຄຸມໂລກລະບາດໂດຍໄວ ນັບທັງຍຸດທະສາດວັກຊິນ, ຜະລິດວັກຊິນຢູ່ພາຍໃນປະເທດ, ຮັບວັກຊິນຢ່າງສະເໝີພາບ, ຢາປິ່ນປົວ, ເຄື່ອງວັດຖຸອຸປະກອນການແພດ ເພື່ອຕອບສະໜອງໜ້າທີ່ຮີບດ່ວນຂອງວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງໄວທີ່ສຸດ, ທັງຮັບປະກັນຊີວິດອິນຊີ, ສຸຂະພາບຂອງປະຊາຊົນຢູ່ໃນລະດັບສູງສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ