ໝູ​ນ​ໃຊ້​ການ​ແກ​້​ໄຂ​ເອກ​ະ​ສານ​ບົນ​ພື້​ນ​ຖານ​ເອ​ເລັກ​ໂຕ​ນິກ​ຢ່າງ​ແຮງ

(VOVWORLD) -ທ່ານ ມາຍຕ໊ຽນຢຸງ ໄດ້ສະແໜີໃຫ້ບັນດາກະຊວງ, ຂະແໜງການຍົກອັດຕາສ່ວນເອກະສານທີ່ໄດ້ເຊັນທາງດີຈີຕອນ, ແກ້ໄຂເອກະສານບົນພື້ນຖານເອເລັກໂຕນິກໃຫ້ສູງຂຶ້ນ.
ໝູ​ນ​ໃຊ້​ການ​ແກ​້​ໄຂ​ເອກ​ະ​ສານ​ບົນ​ພື້​ນ​ຖານ​ເອ​ເລັກ​ໂຕ​ນິກ​ຢ່າງ​ແຮງ - ảnh 1ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: Chinhphu.vn)

ວັນທີ 13 ມິຖຸນາ, ໜ່ວຍປະຕິບັດງານຂອງນາຍົກລັດຖະມົນຕີ ຫວຽດນາມ ໂດຍ ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມເປັນຫົວໜ້າໜ່ວຍໄດ້ເຮັດວຽກກັບ 10 ກະຊວງ, ຂະແໜງການ ກ່ຽວກັບການປະຕິບັດໜ້າທີ່ທີ່ກ່ຽວຂ້ອງເຖິງການກໍ່ສ້າງລັດຖະບານເອເລັກໂຕນິກ.

        ທ່ານ ມາຍຕ໊ຽນຢຸງ ໄດ້ສະແໜີໃຫ້ບັນດາກະຊວງ, ຂະແໜງການຍົກອັດຕາສ່ວນເອກະສານທີ່ໄດ້ເຊັນທາງດີຈີຕອນ, ແກ້ໄຂເອກະສານບົນພື້ນຖານເອເລັກໂຕນິກໃຫ້ສູງຂຶ້ນ. ທ່ານກ່າວວ່າ:

        “ສະເໜີໃຫ້ 10 ກະຊວງ, ຂະແໜງການ, ມື້ນີ້ພວກເຮົາຕ້ອງເປັນແບບຢ່າງ, ສູນກາງຕ້ອງປະຕິບັດກ່ອນ, ຖ້ອງຖິ່ນປະຕິບັດຕາມຫຼັງ. ຖ້າຫາກສູນກາງເຮັດບໍ່ດີ, ອົງການຂຶ້ນກັບສູນກາງເຮັດບໍ່ດີນັ້ນກໍ່ບໍ່ສາມາດເຊື່ອມຕໍ່ກັບສາຍຕັ້ງຂອງຕົນໄດ້. ຂ້າພະເຈົ້າ ສະເໜີຕ້ອງສ້າງບັນດາໜ້າທີ່ມີການກຳນົດເວລາຢ່າງລະອຽດ, ບໍ່ໃຫ້ຊັກຊ້າ. ເພາະວ່າ, ລັດຖະບານເອເລັກໂຕນິກຖ້າພວກເຮົາຊັກຊ້ານັ້ນແມ່ນບໍ່ບັນລຸໄດ້ຄວາມຮຽກຮ້ອງຕ້ອງການ.”

ຕອບກັບ

ຂ່າວ/ບົດ​ອື່ນ