ໝາກຜົນການເລືອກຕັ້ງໃນຮອບທຳອິດຂອງຝ່າຍຊ້າຍ

ໝາກຜົນການເລືອກຕັ້ງໃນຮອບທຳອິດຂອງຝ່າຍຊ້າຍ - ảnh 1
ບັນ​ດາຜູ້​ຮັບ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ
(ພາບ: AFP/TTXVN)

(vovworld) - ທ່ານ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ຝ​ລັ່ງ Benoit Hamon ໄດ້​ນຳ​ໜ້າ​ໃນ​ການ​ເລືອກ​ຕັ້ງ​ໃນ​​ຮອບ​ທຳ​ອິດຂອງ​ຝ່າຍ​​ຊ້າຍ​ໂດຍ​ບັງ​ເອີນ ແລະ ຈະ​ພ້ອມ​ກັບ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Maniel Valls ເຂົ້າ​ຮ່ວມ​ຮອບທີ 2 ເພື່ອ​ຍາດ​​ເອົາ​ທີ່​ຕັ້​ງ​ເປັນ​ຕົວ​ແທນໃຫ້​ພັກ​ນີ້​ລົງ​ຮັບ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ. ໝາກ​ຜົນ​ການ​ນັບ​ບັດ​ເລືອກ​ຕັ້ງ​ໃນ​ຂັ້ນ​ຕົ້ນໄດ້​ຊີ້​ໃຫ້​ເຫັນ​ວ່າ, ທ່ານ Benoit Hamon ຂຶ້ນ​ກັບ​ພັກ​ສັງ​ຄົມ (PS) ຍາດ​ໄດ້ 35 % ຈຳ​ນວນ​ບັດສະ​ໜັບ​ສະ​ໜູນ ເມື່ອ​ທຽບ​ໃສ່ 31% ຂອງ​ທ່ານ Maniel Valls (PS). ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໝາກ​ຜົນ​ທີ່​ບັງ​ເອີນ ຍ້ອນ​​ວ່າກ່ອນ​ໜ້ານັ້ນ, ​ວົງ​ການ​ນັກ​ໄ​ຈ​້ແຍກຍັງ​ຕີ​ລາ​ຄາ​ວ່າ ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ Benoit Hamon ແມ່ນ “ຜູ້​ຖືກ​ປະ​ຊາ​ໄຊ” ແລະ ຍາກ​ທີ່​ຈະ​​ແຂ່ນ​ຂັນ​ຍາດ​ເອົາ​ທີ່​ຕັ້ງ​ຂອງອ​ະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Maniel Valls ໄດ້. ຖ້າ​ຫາກບໍ່​ມີ​ຫ​ຍັງ​ປ່ຽນ​ແປງ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງນຳ​ໜ້າ 2 ທ່ານ Benoit Hamon ແລະ Maniel Valls ຈ​ະ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ໃນ​ຂັ້ນ​ຕົ້ນ​ຮອບ​ທີ 2 ໃນ​ວັນ​ທີ 29/01 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ