Carnaval ຮ້າລອງ 2013, ເຄື່ອງໝາຍຂອງຂະແໜງທ່ອງທ່ຽວກວາງນິງ

(vovworld) - ຮ້າ​ລອງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອ່າວ​ງາມ​ທີ່​ສຸດ​ຂອງ​ໂລກ, ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ສອງ​ຄັ້ງ​ວ່າ​ແມ່ນ ສິ່ງ​ມະ​ຫັດ​ສະ​ຈັນ​ທຳ​ມະ​ຊາດ​ຂອງ​ໂລກ. ເຫດ​ການ Carnaval ຮ້າ​ລອງ 2013 ດ້ວຍ​ຫົວ​ຂໍ້​ວ່າ “ສີ​ສັນ​ກວາງ​ນິງ, ແຫ່ງເຕົ້າ​ໂຮມ ແລະ ແຜ່ຂະ​ຫ​ຍາຍ” ທີ່​ຫາ​ກໍ່​ດຳ​ເນີນ​ຫວ່າງ​ແລ້ວນີ້ ໄດ້​ດຶງ​ດູດ​ແຂກ​ມາ​ຢາມ​ເປັນ​ຈຳ​ນວນຫຼວງຫຼາຍ. ພາຍຫຼັງ​ຈັດ​ຕັ້ງ​ເປັນ 7 ຄັ້ງ, Carnaval ຮ້າ​ລອງ ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວກວາງ​ນິງ.

Carnaval ຮ້າລອງ 2013, ເຄື່ອງໝາຍຂອງຂະແໜງທ່ອງທ່ຽວກວາງນິງ - ảnh 1
Carnaval ຮ້າລອງ 2013
(ພາບ: ອິນເຕີແນດ)

        ງານ​ບຸນ Carnaval ຮ້າ​ລອງ 2013 ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 10.000 ກວ່າ​ຄົນ​ມາ​ຊົມ. ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ສາ​ກົນຫຼາຍ​ຄົນ. ​​ເຖິງວ່າແຕ່​ລະ​ຄົນ​ຈະ​ມີ​ຄວາມຮູ້ສຶກ​ກ່ຽວ​ກັບ Carnaval ແຕກ​ຕ່າງ​ກັນ​ກໍ່​ຕາມ, ແຕ່ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຄວາມ​ປະ​ທັບ​ໃຈວ່າ, Carnaval ຮ້າ​ລອງ 2013 ແມ່ນ​ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ຟົດ​ຟື້ນ ແລະ ມີ​ສີ​ສັນຫຼາກຫຼາຍ. ນັກ​ທ່ອງ​ທ່ຽວ​ຊາວ​ຊູ​ແອດ ສະ​ແດງ​ຄວາມ​ພາກ​ພູມ​ໃຈ ເມື່ອ​ເຂົ້າ​ຮ່ວມ​ບັນ​ຍາ​ກາດ​ຂອງ​ງານ​ບຸນ.

“ບັນ​ຍາ​ກາດ​ງານ​ບຸນ Carnaval ຮ້າ​ລອງ ມ່ວນຫຼາຍ, ບັນ​ດາ​ນັກ​ສະ​ແດງ ແລະ ຊາວ​ຮ້າ​ລອງ ເປັນ​ຕາ​ຮັກ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ໄດ້​ເລືອກ​ເຟັ້ນ​ຮ້າລອງ ເປັນ​ແຫ່ງ​ມາ​ທ່ອງ​ທ່ຽວ​ໃນ​ໂອ​ກາດນີ້”.

ຈຸດ​ໃໝ່​ຂອງ Carnaval ຮ້າ​ລອງ  2013 ນັ້ນ​ແມ່ນ, ​ໜ່ວຍປະ​ດິດ​ສິ​ລະ​ປະທັງ​ໝົດ​ລ້ວນ​ແຕ່​ໂດຍ​ຊາວກວາງ​ນິງ ຮັບ​ຜິດ​ຊອບ. ຕາມ​ທ່ານ​ນາງ ຫວໍ​ທິ​ທູ​ຖູຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກວາງ​ນິງ ແລ້ວ, ຂະ​ແໜງ​ທ່ອງ​ທ່ຽວກວາງ​ນິງ​ ຢາກ​ຈັດ​ງານ​ບຸນ​ໃຫ້​ມີ​ສີ​ສັນ​ສະ​ເພາະ, ພ້ອມ​ທັງ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ ວັດ​ທະ​ນະ​ທຳ​ທ້ອງ​ຖີ່ນ​ອີກ ເພື່ອ​ຮັບ​ໃຊ້​ໃຫ້​ແກ່ນັກ​ທ່ອງ​ທ່ຽວ.

“ໃນ​ຊຸມ​ປີ​ຜ່ານ​ມາ, Carnaval ຮ້າ​ລອງ ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​, ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງກວາງ​ນິງ ຢ່າງ​ແທ້​ຈິງ, ອັນ​ໄດ້​ສ້າງ​ຄວາມ​ຈັບ​ອົກ​ຈັບໃຈ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ. ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຊົນ​ກວາງ​ນິງ, Carnaval ຮ້າ​ລອງ 2013 ທີ່ມີ​ສີ​ສັນຫຼາກຫຼາຍ ແລະ ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ທ້ອງ​ຖີ່ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ”

Carnaval ຮ້າລອງ 2013, ເຄື່ອງໝາຍຂອງຂະແໜງທ່ອງທ່ຽວກວາງນິງ - ảnh 2

Carnaval ຮ້າລອງ 2013
(ພາບ: ອິນເຕີແນດ)

ກວາງ​ນິງ ໄດ້​ຮັບ​ການ​ປຽບ​ທຽບ​ແມ່ນຮູບ​ພາບ​ຫ​ຍໍ້​ເຂົ້າ​ຂອງ​ປະ​ເທດ​ຫວຽດ​ນາມ ບໍ່​ພຽງ​ແຕ່​ຍ້ອນ​ປັດ​ໃຈ​ພູ​ມີ​ປະ​ເທດ, ພູມ​ສັນ​ຖານ​ເທົ່າ​ນັ້ນ, ຫາກ​ແມ່ນ​ຍ້ອນ​ການ​ມີ​ໜ້າ​ຂອງ 34 ຊົນ​ເຜົ່າ​ຄື: ເຜົ່າ​ກິງ, ສ໋ານ​ຢີ່ວ, ໄຕ່, ນຸ່ງ, ເມື່ອງ, ຜູ່​ໄທ…​ ດ້ວຍ​ວັດ​ທະນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ຊາວ​ເຜົ່າ​ຢາວ 60 ຄົນ ໄດ້​ເຂົ້າ​ຮ່ວມ​ວາດ​ຟ້ອນ ພາ​ວະ​ນາ​ຂໍ​ໃຫ້​ຝົນ​ຕົກ​ເພື່ອເອື້ອ​ອຳ​ນວຍ​​ຄວາມ​ສະ​ດວກ​ໃຫ້​ແກ່​ລະ​ດູ​ການ​ປູກ​ຝັງ, ພິ​ທີ​ຮັບ​ລູກໃພ້​ຂອງ​ຊາວ​ປະ​ມົງ​ໃນ​ທະ​ເລ​ຮ້າ​ລອງ, ຟ້ອນ​ຫາກຸ້ງ​ນ້ອຍ​ຂອງ​ເຜົ່າ​ສ໋ານ​ໄຈ, ຟ້ອນ ແລະ ຂັບ​ແທນ​ຂອງເຜົ່າ​ໄຕ່…​ທ່ານ​ ຮ່​ວາງກວົກ​ທ໋າຍ, ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງກວາງ​ນິງ, ຜູ້​ກຳ​ກັບ​ການ​ສະ​ແດງ, ທັງ​ແມ່ນຜູ້​ແຕ່ງ​ລະ​ຄອນ Carnaval ຮ້າ​ລອງ 2013, ໃຫ້​ຮູ້​ວ່າ, ງານ​ບຸນ​ຕາມ​ຖະ​ໜົນ Carnaval ຮ້າ​ລອງ 2013 ​​ໄດ້ແນະ​ນຳບັນ​ດາ​ງານ​ບຸນ, ການ​ລະຫຼິ້ນ​ພື້ນ​ເມືອງ, ການ​ດຳ​ເນີນ​ຊີ​ວິດ, ການ​ອອກ​ແຮງ​ງານ​ຂອງ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ແຂວງກວາງ​ນິງ.

“ບັນ​ດາ​ຄູນ​ຄ່າ​ເກືອບ​ທັງ​ໝົດ​ຂອງ Carnaval ຮ້າ​ລອງ 2013 ໄດ້​ສະ​ແດງ​ອອກ​ຕາມ​ຖະ​ໜົນ​ຫົນ​ທາງ ຜ່ານ​ວາດ​ຟ້ອນ, ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ, ການ​ຊ່ວງ​ເຮືອ, ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່ກວາງ​ນິງ”.

Carnaval ຮ້າລອງ 2013, ເຄື່ອງໝາຍຂອງຂະແໜງທ່ອງທ່ຽວກວາງນິງ - ảnh 3

Carnaval ຮ້າລອງ 2013
(ພາບ: ອິນເຕີແນດ)

ຈຸດ​ພົ້ນ​ເດັ່ນ​ສຳ​ຄັນ​ທີ່​ສຸດ​ຂອງ​ງານ​ບຸນ Carnaval ຮ້າ​ລອງ ແມ່ນຂະ​ບວນ​ແຫ່​​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ ແລະ ດູດ​ດື່ມຕາມ​ຖະ​ໜົນ​ຫົນ​ທາງ ດ້ວຍບັນ​ດາ​ລົດໃຫ​ຍ່​ທີ່​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຢ່າງ​ສວຍ​ງາມ, ການ​ສະ​ແດງ​ຟ້ອນ​ພື້ນ​ເມືອງ​ຂອງ​ບັນ​ດາ​ເຜົ່າ​ໃນ​ແຂວງກວາງ​ນິງ. Carnaval ຮ້າ​ລອງ 2013 ຍັງ​ມີ​ການ​ສະ​ແດງ​ສິ​ລະ​ປະ​ຂອງ​ບັນ​ດາ​ຄະ​ນະ​ສິ​ລະ​ປະ​ກຳ​ສາ​ກົນ​ທີ່​ມາ​ຈາກ​ລາວ, ຈີນ, ສ​ເກົາຫຼີ… ທ່ານ ຫງວຽນ​ຢູຍ​ເກື່ອງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ, ໃຫ້​ຮູ້​ວ່າ:

“ເມື່ອ​ເວົ້າ​ເຖິງ Carnaval ເຂົາ​ເຈົ້າ​ເຄີຍ​ຄິດ​ເຖິງ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ - ລາ​ຕີນ, ພິ​ເສດ​ແມ່ນ ບ​ຮາ​ຊິນ ແລະ ກູ​ບາ. ແຕ່ Carnaval ຮ້າ​ລອງ ແມ່ນ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ແຂວງກວາງ​ນິງ, ດ້ວຍ​ການ​ໝູນ​ໃຊ້​ຮູບ​ການ Carnaval ຂອງປະ​ເທດ​ຕ່າງໆ ແລະ ນຳ​ເຂົ້າ​ເນື້ອ​ໃນ​ໃໝ່​ຂອງ​ຫວຽດ​ນາມ, ສ້າງ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງກວາງ​ນິງ. ນີ້​ແມ່ນ​ໝາກ​ຜົນ​ແຫ່ງ​ການ​ເຊື່ອມ​ໂຍງ​ວັດ​ທະ​ນະ​ທຳ​ຂອງ​ພວກ​ເຮົາ ໃນ​ສະ​ພາບປະ​ເທດ​ພວມ​ປ່ຽນ​ໃໝ່”.

Carnaval ຮ້າລອງ 2013, ເຄື່ອງໝາຍຂອງຂະແໜງທ່ອງທ່ຽວກວາງນິງ - ảnh 4

Carnaval ຮ້າລອງ 2013
(ພາບ: ອິນເຕີແນດ)

ຜູ້​ຊົມ​ຕ່າງ​ກໍ່​​ຮູ້​ສຶກເພິ່ງ​ພໍ​ໃຈ​ຍ້ອນ​ຄວາມ​ອຸ​ດົມ​ສົມ​ບຸນ, ຄວາມ​ດູດ​ດື່ມ​ຂອງ​ລາຍ​ການ, ບັນ​ດາ​ຄູນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແຂວງກວາງ​ນິງ. ທ່ານ ໂງວັນ​ເຮີ້ຍ, ຊາວ​ບ້ານບ້າຍ​ໃຈ, ຮ້າ​ລອງ, ເວົ້າ​ວ່າ:

“ຂ້າ​ພະ​ເຈົ້າ​ຮູ້ສຶກ​ເປັນ​ກຽດ ແມ່ນ​ຜູ້​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ຝັ່ງ​ທະ​ເລ​ຮ້າ​ລອງ​ທີ່​ສວຍ​ງາມ. ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ນັບ​ໝື່ນ​ຄົນ​ມາ​ແຫ່ງນີ້​ເພື່ອ​ເຂົ້າ​ຮ່ວມCarnaval ຮ້າ​ລອງ. ເມື່ອ​ໄດ້​ຮັບ​ຊົມ​ການ​ສະ​ແດງ​ສິ​ລະ​ປະ​ຂອງ​ບັນ​ດາ​ຄະ​ນະ​ສິ​ລະ​ປະ​ຕ່າງ​ປະ​ເທດ ແລະ ບັນ​ດາ​ເຜົ່າ​ໃນ​ແຂວງ, ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກຄື​ວ່າ​ຕົນ​ເອງ​ຄືໜຸ່ມ​ແໜ້ນກວ່າ”

Carnaval ຮ້າ​ລອງ 2013 ແມ່ນ​ການ​ສົມ​ທົບ​ຢ່າງ​ກົມ​ກຽວ​ລະ​ຫວ່າງວັດ​ທະ​ນະ​ທຳ​ທີ່​ເປັນມູນ​ເຊື້ອ ແລະ ທັນ​ສະ​ໄໝ, ອັນ​ໄດ້​ສ້າງ​ຄ​ວາມ​ຈັບ​ອົກ​ຈັບ​ໃຈ, ຄວາມ​ດູດ​ດື່ມ ແລະ ເຮັດ​ໃຫ້​ຜູ້​ຊົມ​ແປກ​ປະຫຼາດ​ໃຈ. ເຈືອ​ຈານ​ໃນ​ບັນ​ຍາ​ກາດ​ຂອງ​ງານ​ບຸນ, ນັກ​ທ່ອງ​ທ່ຽວ​ໄດ້ຮັບ​ຊົມ Carnaval ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ທະ​ເລ​​ຮ້າ​ລອງທີ່​ສວຍ​ງາມໃນ​ແຂວງກວາງ​ນິງ ປະ​ຈຸ​ບັນ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ