Mau Van Phi - ຄວາມເອກອ້າງທະນົງໃຈຂອງຊາວເຜົ່າ Raglay

(vovworld) – ຮູບພາບ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ Mấu Văn Phi ພ້ອມ​ກັບລົດຈັກ​ຄັນ​ເກົ່າ​ ຜ່ານ​ເສັ້ນທາງ​ທີ່​ປົກ​ຄຸມ​ໄປ​ດ້ວຍຂີ້ຝຸ່ນ​ເພື່ອ​ໄປ​ກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່​ຄົນ​ທຸກ​ຍາກ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຊາວ​ເຜົ່າ Raglay ​ໄດ້​ກາຍ​ເປັນ​ຮູບ​ພາບ​ທີ່​ລຶ້ງ​ເຄີຍ​ຢູ່​ເມືອງ ​ແຄ໋ງວິ້ງ, ​ແຂວງ ​ແຄ໋ງຮ່ວາ. ​ໃນ​ລາຍການ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ ພາກ​ນີ້, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ ​Thanh Tam - ນັກ​ຂ່າວວິທະຍຸ​ກະຈາຍສຽງ​ຫວຽດນາມ​ ທີ່​ມີ​ຫົວ​ຂໍ້​ວ່າ ”Mau Van Phi - ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ເຜົ່າ Raglay”.

Mau Van Phi - ຄວາມເອກອ້າງທະນົງໃຈຂອງຊາວເຜົ່າ Raglay - ảnh 1

ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ Mấu Văn Phi ພ້ອມ​ກັບລົດຈັກ​ຄັນ​ເກົ່າ​ 

(ພາບ: daklak.gov.vn)

        Mau Van Phi ​ໄດ້​ຮັບ​ການ​ກຳ​ເນີ​ດ​ໃນ​ຄອບຄົວ​​ທີ່ທຸກ​ຍາກ, ​​ເຊິ່ງລວມມີອ້າຍ​ນ້ອງ​ທັງ​ໝົດ 5 ຄົນ, Phi ແມ່ນ​ລູກ​ຊາຍ​ກົກ. ຍ້ອນ​ຢາກ​ຫຼຸ​ດພົ້ນ​ອອກ​ຈາກຄວາມທຸກ​ຍາກ ​ແລະ ປະຕິບັດ​ຄວາມ​ໄຝ່ຝັນ​ຂອງ​ຕົນ​ແມ່ນກາຍ​ເປັນ​ທ່ານໝໍ​ເພື່ອ​ປິ່ນປົວ​ພະຍາດ​ໃຫ້​ແກ່​ຊາວບ້ານນັ້ນ. ​Phi ​ຕ້ອງໄປ​ເກັບ​ໝາກ​ເຜັດ​ໃນ​ປ່າ​​​​ເພື່ອຂາຍ​ຫາ​ເງິນ​ຊື້​ປຶ້ມ​ສໍ​ໄປ​ຮຽນ. ດ້ວຍຄວາມ​ດຸ​ໝັ່ນ​ຮຳ່ຮຽນ ປີ​ໃດ ​Phi ກໍ່​ໄດ້​ຮັບ​ນາມມະຍົດ​ວ່າ​ແມ່ນ​ນັກຮຽນ​ເກັ່ງ  ​ແລະ ລາວ​ກໍ່ເສັງ​ໄດ້​ເຂົ້າ​ມະຫາວິທະຍາ​ໄລ​ການ​​ແພດ​ໄຕ​ງວຽນ. ນັບ​ແຕ່​ນັ້ນ, Mau Van Phi ​ໄດ້​ກາຍ​ເປັນ​ແບບຢ່າງ​ກ່ຽວ​ກັບ​ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ມັກ​ຮຽນ,  ​ທັງ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ເຜົ່າ Raglay.

        ອຳ​ລາ​ຄອບຄົວ, ຈາ​ລາ​ພູຜາ​ປ່າ​ໄມ້ແຄ໋ງວິ້ງ, Mau Van Phi ​ໄດ້​ເດີນທາງ​ໄປ​ຍັງ​ນະຄອນບວນມາ​ທວດ, ​ແຂວງດັກ​ລັກ ​ເພື່ອ​ເຂົ້າ​ຮຽນ. ອ້າຍ​ດຸ​ໝັ່ນ​ຮຳ່ຮຽນ​ທັງ​ກາງ​ເວັນ ​ແລະ ກາງຄືນ. ຍິ່ງ​ຮຽນ Mau Van Phi  ຍິ່ງ​ເມົາ​ມົວ ​ແລະ ຍິ່ງ​ອີ​ດູ​ຊາວ​ເຜົ່າ​ໃນ​ບ້ານ​ຂອງ​ຕົນ​ກວ່າ. ອ້າຍ​ໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        ”​ໃນ​ໄລຍະ​ຮຳ່ຮຽນ, ​ເມື່ອ​ກັບ​ເມືອ​ບ້ານ​ແຕ່ລະ​ເທື່ອ, ຂ້າພະ​ເຈົ້າ​ໄດ້​ເຫັນ​ປະຈັກ​ຕາ​ເດັກນ້ອຍ​​ຕາຍ​ຍ້ອນ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ພະຍາດ​ຢ່າງ​ທັນ​ການ, ຫຼື​ເຫັນ​ຫຼາຍ​ຄົນ​​ເສຍ​ຊີວິດຍ້ອນ​ຄວາມ​ຮູ້​ຂອງ​ພໍ່​ແມ່​ປະຊາຊົນ​ກ່ຽວ​ກັບ​ພະຍາດ​ຍັງ​ຫຼ້າຫຼັງຢູ່. ສິ່ງ​ດັ່ງກ່າວ​ໄດ້​​ເປັນ​ກຳລັງ​ໜູນ​ຊຸກຍູ້​ຂ້າພະ​ເຈົ້າ​ຕ້ອງ​ຮຽນ​ໃຫ້​ເກັ່ງ ​ເພື່ອ​ມີ​ຄວາມ​ຮູ້​ນຳ​ມາ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ”

        ພາຍຫຼັງ​ຮຽນ​ຈົບ​ມະຫາວິທະຍາ​ໄລ​​ໃນ​ເວລາ 7 ປີ, Mau Van Phi ​ໄດ້​ຮຽນ​ຕໍ່​ພະ​ແນ​ກຫົວ​ໃຈ​ເສັ້ນ​ເລືອດຢູ່​ມະຫາວິທະຍາ​ໄລ​ການ​ແພດເຫວ໋. ປີ 2001, ອ້າຍ​ໄດ້​ກັບ​ເມືອສູນ​ການ​ແພດ​ເມືອງ​ແຄ໋ງວິ້ງ ​​ເພື່ອ​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ໃນ​ບ້ານ​ຂອງ​ຕົນ. ນອກຈາກ​ກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ​ໃນ​ສູນ​ການ​ແພດ​ເມືອງ​ແລ້ວ, ທ່ານ​ໝໍ Phi ຍັງ​ໄປ​ກວດ​ພະຍາດ​ໃຫ້​ຜູ້​ເຖົ້າ​ແກ່ ​ແລະ ​ເດັກນ້ອຍ​ຢູ່​ໃນ​ບ້ານ​ອີກ​ດ້ວຍ. ຍ້ອນ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ການ​ແພດ, ທ່ານ​ຈຶ່ງ​ໄດ້​ຮັບ​ຄວາມ​ນັບຖື ​ແລະ ຮັກ​ແພງຈາກ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ຫຼາຍ​ທ່ານ​ໃນ​ບ້ານ, ​ໃນ​ນັ້ນ​ມີ​ທ່ານ Cao Sung ຢູ່​ບ້ານຮ່ອນ​ຢູ່, ຕາ​ແສງ ​ແຄ໋ງນາມ.

Mau Van Phi - ຄວາມເອກອ້າງທະນົງໃຈຂອງຊາວເຜົ່າ Raglay - ảnh 2
ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ
ປິ່ນປົວພະຍາດໃຫ້ປະຊາຊົນຢູ່ທີ່ຄອບຄົວ

(ພາບ: daklak.gov.vn)

        ”​ເວລາ​ໃດ​ທ່ານ Mau Van Phi ກໍ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ສຸຂະພາບ​​ໃຫ້​ແກ່ພໍ່​ແມ່​ປະຊາຊົນ​ໃນ​ບ້ານ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ອ້າຍ Phi ​ໄດ້​ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ໄດ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ຄື: ກິນ​ຢູ່​ຄື​ແນວ​ໃດ​​ເພື່ອຮັບປະກັນ​ຫຼັກອະນາໄມ ​ແລະ ສຸຂະພາບ​ໃຫ້​ແກ່​ຕົນ. ກ່ອນ​ອື່ນ​ໝົດ, ​​ແມ່ນ​ຕ້ອງຮູ້​ວິທີກັນ​ພະ​ຍາດ, ບໍ່​ເມີນ​ເສຍ​ຕໍ່​ພະຍາດ, ຖ້າ​ເມີນ​ເສີຍ​ຈະ​ບໍ່​ສາມາດ​ປິ່ນປົວ​ພະຍາດ​ໄດ້”.

        ​ເດືອນ 8/2005, ທ່ານໝໍ Mau Van Phi ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຮອງ​ຜູ້ອຳນວຍການ​ສູນ​ການ​ແພດ​ເມືອງ ​ແຄ໋ງວິ້ງ, ​ທັງ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານ​​ເມືອງ​ແຄ໋ງວິ້ງ ອີກ. ​ອ້າຍ​ໄດ້​ສະຫງວນເວລາ​ສ່ວນ​ຫຼາຍ​ໃຫ້​ແກ່​ວຽກ​ງານ​ບໍລິຫານ, ​ແຕ່​ເມື່ອ​ມີ​ເວລາ​ວ່າງ, ອ້າຍ​ກໍ່​ທຳ​ການ​ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ. ອ້າຍ Phi ​ແບ່ງປັນ​ວ່າ:

        ”ນີ້​ແມ່ນ​ວຽກ​ງານ​ທີ່​ຂ້າພະ​ເຈົ້າ​ເຄີຍ​ເຮັດ​ນອກ​ໂມງ​ລັດຖະການ. ຂ້າພະ​ເຈົ້າ​ຄິດ​ວ່າ, ວຽກ​ງານ​ນີ້​ແມ່ນ​ຂົວ​ເຊື່ອມ​ຕໍ່ ​ເພື່ອ​ທັງ​ປະຕິບັດ​ວິຊາ​ສະ​ເພາະ, ທັງ​ກຳ​ໄດ້​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ພໍ່​ແມ່​ປະຊາຊົນ, ຈາກ​ນັ້ນ​ຈະ​ມີ​ຂໍ້​ຕົກລົງ​ທີ່​ຖືກຕ້ອງ​ກວ່າ”.

Mau Van Phi - ຄວາມເອກອ້າງທະນົງໃຈຂອງຊາວເຜົ່າ Raglay - ảnh 3

ຫີບຢາເຄື່ອນທີ່ຂອງທ່ານໝໍ Phi

(ພາບ: daklak.gov.vn)

        ອ້າຍ Phi ​ແບ່ງປັນ​ວ່າ ”ວຽກ​ງານ​ຂອງ​ຮອງ​ປະທານ​ເມືອງ​ກໍ່​ລຳບາກ​ແລ້ວ, ​ການ​ໄປ​ກວດ, ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ​ຍິ່ງ​ລຳບາກ​ກວ່າອີກ, ​ແຕ່​ປະຊາຊົນ​ຫຼາຍ​ຄົນ​ຍັງ​ຂາດ​ຄວາມ​ຮູ້​ກ່ຽວ​ກັບ​ການ​ເບິ່ງ​ແຍງ​ສຸຂະພາບ, ​ແລະ ​ເຂົາ​ເຈົ້າ​ກໍ່ບໍ່​ມີ​ເງື່ອນ​ໄຂ​ອີກ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ໄປ​ປິ່ນປົວ​ພະຍາດ​ໃຫ້​ແກ່​ຜູ້​ທຸກ​ຍາກ, ທັງນີ້​ກໍ່​ເພື່ອ​ຮັກສາ​ອາຊີບ​ການ​ແພດ​ທີ່​ໄດ້​ຮັບ​ການ​ຮຳ​ຮຽນ​ໄວ້”. ອ້າຍ​ເຄີຍ​ຕັກ​ເຕືອນ​ພວກ​ເພື່ອນ​ໜຸ່ມ​ໃນ​ບ້ານ​ວ່າ:

        ”ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເພື່ອນ​ໜຸ່ມ​ກ່ອນ​ທີ່​ກ້າວ​ເຂົ້າ​ສູ່​ໂຮງຮຽນ​ໃດ​ຕ້ອງ​ກຳນົດ​​ໃຫ້ໄດ້ 3 ອັນ. ທີ​ໜຶ່ງ​ແມ່ນ​ເຮົາ​ຮຽນ​ເພື່ອ​ໃຜ, ທີ​ສອງ​ແມ່ນ​ຮຽນ​ເພື່ອ​ເຮັດ​ຫຍັງ, ທີ​ສາມ​ແມ່ນ​ຮຽນ​ເພື່ອ​ຮັບ​ໃຊ້​ໃຜ. ຂ້າພະ​ເຈົ້າ​ຄິດ​ວ່າ​ພຽງ​ແຕ່​ຮຽນ​ຈຶ່ງ​ນຳ​ມາ​ເຊິ່ງຄວາມ​ຮູ້​ຫຼາຍ​ຢ່າງ, ​ແລະ ພຽງ​ແຕ່​ສູ້​ຊົນ​ຂ້າມ​ຜ່ານ​ຕົວ​ເອງ​ຈຶ່ງ​ປະຕິບັດ​ຄວາມ​ໄຝ່ຝັນ​ຂອງ​ຕົນ​ໄດ້”.

        ​ໃນ​ຖານະ​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ, ອ້າຍ Mau Van Phi ພວມ​ມີ​ຄວາມ​ໄຝ່ຝັນ​ຫຼາຍ​ຢ່າງ, ດ້ວຍ​ຄວາມ​ປາຖະໜາ​ຢາກ​ປັບປຸງ​ຊີ​ວິກການ​ເປັນ​ຢູ່​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍໃນ​​ເຂດ​ພູດ​ອຍ ​ແຄ໋ງວິ້ງ ​ໃຫ້​ດີ​ຂຶ້ນ. ​ແຕ່​ອ້າຍ​ກໍ່​ຢືນຢັນ​ຈະ​ບໍ່​ລືມ​ຄວາມ​ຮັບຜິດຊອບ​ຂອງ​ທ່ານໝໍ​ຜູ້​ໜຶ່ງ​ທີ່​ມີ​ຕໍ່​ຊົນ​ເຜົ່າ​ຢູ່​ທີ່​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ