(vovworld)-ເມື່ອເວົ້າເຖິງ ແຂວງບັກນີງ ຜູ້ຄົນທັງຫລາຍເຄີຍຄິດເຖິງ “ກີງບັກ” ໝາຍເຖິງ ເຂດດິນແດນດ້ວຍພື້ນຖານອະລິຍະທຳມີມາແຕ່ດົນນານ. ນີ້ກໍແມ່ນສະຖານທີ່ມີເຂດປູຊະນີຍະສະຖານຫລາຍແຫ່ງທີ່ຕິດພັນກັບປະຫວັດສາດ, ແມ່ນແຫ່ງທີ່ກໍ່ຕັ້ງພື້ນຖານອະລິຍະທຳ ດ້າຍຫວຽດ.
ຮູບເຈົ້າແມ່ກວນອິນພັນມືພັນຕາ
|
ໂດຍຕັ້ງຢູ່ໃຈກາງເຂດທົ່ງພຽງແມ່ນ້ຳແດງ, ກີງບັກແມ່ນເຂດດິນອຸດົມສົມບູນ, ມີທິວທັດທຳມະຊາດທີ່ສວຍງາມ ແລະ ສະດວກໃນການພົວພັນແລກປ່ຽນເສດຖະກິດ, ວັດທະນະທຳກັບບັນດາເຂດໃນທົ່ວປະເທດ. ນັບແຕ່ຊຸມສັດຕະວັດ ກ່ອນ ຄສ, ເຂດດິນແດນ ກີງບັກ ແມ່ນຫນຶ່ງໃນບັນດາອູ່ແຫ່ງອະລິຍະທຳແຫ່ງການປູກເຂົ້ານາທາມ, ແມ່ນແຫ່ງກໍ່ຕັ້ງອະລິຍະທຳ ດ້າຍຫວຽດ. ຢູ່ທີ່ນີ້ ມີວັດວາອາຮາມ, ທາດ, ວິຫານ, ສຸສານ ເປັນຈຳນວນຫລວງຫລາຍ ໂດຍໄດ້ຮັບການກໍ່ສ້າງຜ່ານຫລາຍສະໄຫມລາຊະວົງສັກດີນາ, ບັນດາເຂດປູຊະນີຍະສະຖານປະຫວັດສາດທີ່ມີຄຸນຄ່າ, ແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວມາຈາກທຸກສາລະທິດ. ເຂດດິນແດນ ກີງບັກ ກໍແມ່ນສະຖານທີ່ມີງານບຸນປະເພນີຫລາຍກວ່າໝູ່ໃນທົ່ວປະເທດ ແລະ ກໍແມ່ນແຫ່ງກຳເນີດ ເພງພື້ນເມືອງ ກວານຫໍ້ ຊື່ງໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ.
ເມື່ອມາຢ້ຽມຢາມ ກີງບັກ, ນັກທ່ອງທ່ຽວຈະພົບເຫັນຮ່ອງຮອຍວັດທະນະທຳ ແລະ ປະຫວັດສາດເປັນຈຳນວນຫລວງຫລາຍ. ສະຖານທີ່ຊຶ່ງນັກທ່ອງທ່ຽວຈະພົບເຫັນທຳອິດນັ້ນແມ່ນ ໝູ່ບ້ານ ດີງບ໋າງ ທີ່ລືຊື່, ປະຈຸບັນ ແມ່ນຕາແສງ ດີງບາງ ຂຶ້ນກັບເມືອງ ຕືເຊີນ ແຂວງ ບັກນີງ. ໝູ່ບ້ານ ດີງບາງ ມີ ສຸສານ ລີບາດເດ, ວິຫານ ໂກຟາບ ຊື່ງແມ່ນບອ່ນປົງສົບບັນດາເຈົ້າຊີວິດລາຊະວົງ ຫລີ. ນອກນັ້ນ ຍັງມີ ວິຫານໂດ ຊື່ງແມ່ນບ່ອນບູຊາ ເຈົ້າຊີວິດລາຊະວົງຫລີ 8 ອົງ ຊື່ງແມ່ນບັນດາເຈົ້າຊີວິດທີ່ສະຫລາດສ່ອງໃສໄດ້ສ້າງເປັນສະໄຫມລາຊະວົງທີ່ຈະເລີນຮຸ່ງເຮືອງ (ແຕ່ສັດຕະວັດທີ 11- 13 )ຂອງປະເທດ ດ້າຍຫວຽດ. ທ່ານ ຫງວຽນທາກກີມ, ພະນັກງານຄຸ້ມຄອງ ວິຫານໂດ ໃຫ້ຮູ້ວ່າ:
“ເມື່ອສະໄຫມລາຊະວົງຫລີຂຶ້ນຄອງລາດ ໄດ້ສ້າງພື້ນຖານລະບອບລາຊາທິປະໄຕເປັນເອກະພາບ, ຜືນແຜນດິນຄົບຖ້ວນ ແລະ ອຳນາດການປົກຄອງເອກະພາບ ແລະ ຈາກນັ້ນ ສະໄຫມລາຊະວົງຫລີ ໄດ້ກໍ່ສ້າງບັນດາຮາກຖານເສດຖະກິດສັງຄົມ ແລະ ວັດທະນະທຳ, ເປັນພື້ນຖານໃຫ້ແກ່ວັດທະນະທຳ, ອະລິຍະທຳ ດ້າຍຫວຽດ ແລະ ກໍ່ສ້າງກອງທັບເຂັ້ມແຂງ. ປະຊາຊົນດຳລົງຊີວິດໃນສັນຕິພາບ ແມ່ນເຮັດກະສິກຳ, ສ່ວນເວລາເກີດສົງຄາມເຂົາເຈົ້າຈະເປັນນັກຮົບ. ດ້ວຍນະໂຍບາຍຄືແນວນັ້ນ, ສະໄຫມລາຊະວົງຫລີ ໄດ້ກໍ່ສ້າງພື້ນຖານເສດຖະກິດທີ່ເຂັ້ມແຂງ ພ້ອມທັງປົກປັກຮັກສາເຂດດິນແດນຂອງລັດ ດ້າຍຫວຽດ.”
ວັດບຸດທາບ
ພາບ:skydoor.net
|
ຢູ່ແຄມແມ່ນ້ຳ ດວງ, ທີ່ໝູ່ບ້ານ ອາຫລື ຂຶ້ນກັບເຂດດິນ ຖ້ວນແທ່ງ ແຂວງ ບັກນີງ ຍັງມີສຸສານ ກີງເຢືອງເວືອງ, ໃນນັ້ນ ມີວິຫານພະບິດາ ລາກລອງກວັນ ແລະ ພະແມ່ ເອົາເກີ(ໃນເລື່ອງລາວສືບທອດກັນມາແຕ່ບູຮານນະການໄດ້ຖືວ່າແມ່ນບັນພະບຸລຸດຂອງຊາດຫວຽດນາມ). ກຳແພງເກົ່າ ລູຍເລົາ ຢູ່ ຕາແສງ ແທງເຄືອງ ດ້ວຍບັນດາ ຫລັງຄາເຮືອນ, ຕະຫລາດ, ວິຫານ, ທາດ, ວັດວາອາຮາມຫລາຍແຫ່ງຢ່າງ ໃຫຍ່ໂຕມະໂຫຖານ ຊື່ງເປັນຮ່ອງຮອຍທີ່ຢັ້ງຢືນໃຫ້ເຫັນວ່າ ແຕ່ກ່ອນຢູ່ທີ່ນີ້ ແມ່ນສູນກາງການເມືອງ, ເສດຖະກິດການຄ້າ, ສູນສາສະຫນາພຸດ ແລະ ສາສະຫນາຂົງຈື ຂອງປະເທດ ດ້າຍຫວຽດ. ຖ້ວນແທ່ງ ຍັງແມ່ນເຂດບ້ານນາແຫ່ງໝູ່ບ້ານຫັດຖະກຳພື້ນເມືອງ, ໝູ່ບ້ານສິລະປະພື້ນເມືອງຄື: ໝູ່ບ້ານຜະລິດພາບດົງໂຮ່, ໝູ່ບ້ານຂັບກາຈູ ແທງເຕືອງ, ຕຸກກະຕານ້ຳ ບູ່ຍຊາ. ພິເສດ ເຂດດິນນີ້ ຍັງມີຫລາຍກິດຈະກຳສະຖາປັດຕະຍະກຳຕິດພັນກັບຄວາມເປັນມາຂອງປະຫວັດສາດ ແລະ ການພັດທະນາສາສະຫນາພຸດຢູ່ ຫວຽດນາມ ຄື: ວັດເຢົາ, ວັດ ບຸດທາບ ຫລືເອີ້ນວ່າ ນີງຟຸກຕື້ ແມ່ນກິດຈະກຳສະຖາປັດຕະຍະກຳສາສະຫນາພຸດທີ່ພົ້ນເດັ່ນ ດ້ວຍພະພຸດທະຮູບ ແລະ ວັດຖຸບູຮານອັນລ້ຳຄ່າຫລາຍຢ່າງ ສະແດງໃຫ້ເຫັນຫົວຄິດປະດິດສ້າງໃນສິລະປະສະຖາປັດຕະຍະກຳ ແລະ ສີລະປະປະຕິມາກຳຂອງຊາວຫວຽດນາມໃນເມື່ອກ່ອນ. ອ້າຍ ຫງວຽນຫືວນາມ, ພະນັກງານພະແນກວັດທະນະທຳ ເມືອງ ຖ້ວນແທ່ງ ໃຫ້ຮູ້ວ່າ:
“ນີ້ແມ່ນຫນຶ່ງໃນບັນດາວັດບູຮານທີ່ມີອາຍຸສູງກວ່າໝູ່ຢູ່ ບັກນີງ. ພິເສດ ຢູ່ ໃນວັດແຫ່ງນີ້ ຍັງຮັກສາກິດຈະກຳສິລະປະສະຖາປັດຕະຍະກຳຄວັດແກະສະຫລັກທີ່ເປັນເອກະລັກສະເພາະ ມີມາແຕ່ສັດຕະວັດທີ 17, ພົ້ນເດັ່ນແມ່ນຮູບເຈົ້າແມ່ກວນອິນພັນມືພັນຕາເຮັດດ້ວຍໄມ້ ແລະ ທາດຄວັດແກະສະຫລັກດ້ວຍຫີນ ນັ້ນແມ່ນ ທາດບ໋າວງຽມ ຫລືເອີ້ນວ່າ ທາດບຸດ. ແລະ ທາດບຸດກໍແມ່ນຊື່ຂອງວັດແຫ່ງນີ້. ເຖິງວ່າຜ່ານຫລາຍໄລຍະສົງຄາມ ກໍຄືຜ່ານການເວລາ ແລະ ຖືກຜົນສະທ້ອນຈາກອາກາດກໍຕາມ, ແຕ່ທາດບຸດ ຍັງຄົງຮັກສາຈຸດດັ້ງເດີມໄວ້ໄດ້.”
ແຕ່ດົນນານມາແລ້ວ, ກີງບັກ ແມ່ນສະຖານທີ່ເພື່ອຜັນຂະຫຍາຍບັນດານະໂຍບາຍປົກປັກຮັກສາປະເທດຊາດ, ພັດທະນາວັດທະນະທຳຂອງບັນດາສະໄຫມລາຊະວົງສັກດີນາ ຫວຽດນາມ. ກ່ອນນີ້ ເຂດດິນແດນ ກີງບັກ ຍັງແມ່ນແຫ່ງອະລິຍະທຳທີ່ມີຊື່ສຽງດ້ວຍຫລາຍກິດຈະກຳທີ່ພົ້ນເດັ່ນຄື: ວັນມຽວບັກນີງ ຊື່ງແມ່ນບ່ອນບູຊາ ຜູ້ເສັງໄດ້ລະດັບປະລິຍາເອກ 600 ທ່ານຊື່ງແມ່ນລູກຫລານຂອງເຂດດິນ ບັກນີງ, ກວມ 1/3 ຈຳນວນຜູ້ເສັງໄດ້ຄະແນນສູງໃນປະຫວັດແຫ່ງການສອບເສັງຂອງບັນດາສະໄຫມສັກດີນາ. ພື້ນຖານອະລິຍະທຳຂອງເຂດດີນແດນ ກີງບັກ ປະຈຸບັນ ຍັງສະແດງໃຫ້ເຫັນຜ່ານມູນເຊື້ອວັດທະນະທຳ, ແບບແຜນການດຳລົງຊີວິດຂອງປະຊາຊົນຢູ່ບ້ານນາແຕ່ລະແຫ່ງ. ດ້ວຍບັນດາເຂດປູຊະນີຍະສະຖານ ແລະ ວັດວາອາຮາມຢູ່ ກີງບັກ ເຮັດໃຫ້ນັກທ່ອງທ່ຽວເມື່ອອຳລາຈາກເຂດດິນແຫ່ງນີ້ບໍ່ອາດຫລົງລືມຈຸດທີ່ເປັນເອກະລັກສະເພາະຂອງເຂດນີ້ໄດ້.