ກິ່ນຫອມຂອງເຂົ້າເໝົ້າຕ່ານດ໊ອນທີ່ຕາແສງຖ້ຳເຢືອງໃນແຂວງລ່າວກາຍ

(VOVWORLD) -ໂດຍປູກຊ້າກວ່າເມື່ອທຽບໃສ່ບັນດາແນວພັນເຂົ້າໜຽວທົ່ວໄປ, ໃນຊ່ວງເວລານີ້ບັນດາເນື້ອທີ່ນາປູກເຂົ້າໜຽວ ຕ່ານດ໊ອນໃນຕາແສງຖ້ຳເຢືອງເມືອງວັນບ໊ານແຂວງລ່າວກາຍໄດ້ເລີ່ມສຸກເຫຼືອງ. ຍ້ອນຖືກພໍ່ແມ່ພີ່ນ້ອງໃນເຂດ ຖືເປັນເຂົ້າໜຽວອັນດັບໜຶ່ງ, ດັ່ງນັ້ນຜະລິດຕະພັນເຂົ້າເໝົ້າທີ່ເຮັດຈາກແນວພັນເຂົ້ານີ້ໄດ້ມີຊື່ສຽງທັງຢູ່ໃກ້ແລະໄກກ່ຽວກັບລົດຫວານ, ຫອມ ແລະ ໜຽວເປັນພິເສດ
ກິ່ນຫອມຂອງເຂົ້າເໝົ້າຕ່ານດ໊ອນທີ່ຕາແສງຖ້ຳເຢືອງໃນແຂວງລ່າວກາຍ - ảnh 1ຊາວຕາແສງຖ້ຳເຢືອງເກັບກ່ຽວເຂົ້າໜຽວຕ່ານດ໊ອນ

    ຖ້ຳເຢືອງແມ່ນຕາແສງເຂດໂນນພູຕ່ຳຫ່າງຈາກໃຈກາງເມືອງວັນບ໋ານ ແຂວງ ລ່າວກາຍປະມານ 19 ກິໂລແມັດໄປທາງທິດຕາເວັນຕົກສຽງໃຕ້. ຖ້ຳເຢືອງມີຄວາມໝາຍສຳຄັນໃນການພັດທະນາເສດຖະກິດສັງຄົມຂອງເມືອງວັນບ໋ານເວົ້າສະເພະແລະແຂວງລ່າວກາຍເວົ້າລວມໃນນັ້ນຢູ່ແຫ່ງນີ້ມີເຂົ້າໜຽວຊະນິດພິເສດນັ້ນແມ່ນເຂົ້າຕ່ານດ໊ອນ.ເຂົ້າໜຽວຕ່ານດ໊ອນແມ່ນປະເພດເຂົ້າໜຽວປູກພຽງໜຶ່ງລະດູການໃນປີຄືໃນເດືອນ 4 ແລະເກັບກ່ຽວໃນເດືອນ 9 ໄລ່ຕາມຈັນທະປະຕິທິນເຊິ່ງແມ່ນຊ່ວງເວລາທີ່ເຂົ້າໜຽວສຸກເຫຼືອງອາຮາມ. ໃນຊ່ວງເວລານີ້ຊາວທ້ອງຖິ່ນໄດ້ໄປຕັດເປັນກອງເມືອຢ້າງໄຟໃຫ້ສຸກຫອມ, ແລ້ວນຳໄປຕຳ ແລະ ຝັດຫຼາຍເທື່ອເພື່ອກາຍເປັນເຂົ້າເໝົ້າແລະສົ່ງກິ່ນຫອມໄປທົ່ວເຂດ. ນີ້ແມ່ນຜະລິດຕະພັນຂອງແຕ່ລະຄອບຄົວຢູ່ຕາແສງຖ້ຳເຢືອງຖວາຍແດ່ບັນພະບູລຸດ ແລະ ການເປັນເຍື່ອງອາຫານຕົ້ນຕໍ ໃນປະເພນີຕ້ອນຮັບເຂົ້າໃໝ່ຂອງປະຊາຊົນຢູ່ຕາແສງນີ້. ນາງວີທິເຊີນຢູ່ບ້ານງວາງ ຕາແສງຖ້ຳເຢືອງ ເມືອງ ວັນບ໋ານແຂວງລ່າວກາຍໃຫ້ຮູ້ວ່າ:

        “ຮອດລະດູການເຮັດເຂົ້າເໝົ້າ, ຄອບຄົວຂອງຂ້າພະເຈົ້າຕ້ອງຕື່ນນອນແຕ່ 5 ໂມງເຊົ້າເພື່ອໄປຕັດເຂົ້າໜຽວແຕ່ລະຮວງເມື່ອຕັດແລ້ວກໍ່ຕ້ອງເລືອກເອົາແຕ່ລະຮວງ,ຮວງໃດສຸກຈຶ່ງສາມາດເຮັດເຂົ້າເໝົ້າໄດ້, ສ່ວນຮວງເຂົ້າແກ່ກໍ່ບໍ່ສາມາດເຮັດໄດ້. ເຂົ້າໜຽວເມື່ອຫາກໍ່ຕັດມາກໍ່ຕ້ອງເຮັດເຂົ້າເໝົ້າໃນທັນທີ, ຖ້າຫາກປະໄວ້ດົນເມັດເຂົ້າເໝົ້າຈະບໍ່ຂຽວແລະແຊບອີກ”.

       ນອກຈາກຜະລິດຕະພັນເຂົ້າເໝົ້າທີ່ເຮັດມາແຕ່ດົນນານຍັງມີສິນຄ້າບາງປະເພດອື່ນທີ່ເຮັດຈາກເຂົ້າໜຽວຕ່ານດ໊ອນກໍ່ໄດ້ຖືກຂະຫຍາຍນຳໄປຂາຍຢູ່ຕະຫຼາດ. ນາງລາທິເຟື້ອງປະທານສະມາຄົມແມ່ຍິງຕາແສງຖ້ຳເຢືອງແບ່ງປັນວ່າ:

        “ປັດຈຸບັນຕາແສງຖ້ຳເຢືອງພວກຂ້າພະເຈົ້າໄດ້ໃຫ້ສ້າງຕັ້ງ 3 ສະໂມສອນ, ແຕ່ລະສະໂມສອນມີເອື້ອຍນ້ອງແມ່ຍິງແຕ່ 15 ຫາ 20 ຄົນແຕ່ລະປີກໍ່ດຳເນີນການເກັບກ່ຽວເຂົ້າຕ່ານດ໊ອນເພື່ອສ້າງບັນດາຜະລິດຕະພັນທີ່ແຕກຕ່າງກັນຄື ເຂົ້າເໝົ້າ, ເຂົ້າສານ, ເຂົ້າຕົ້ມດຳ... ແລະ ຜະລິດຕະພັນເຂົ້າເໝົ້າທີ່ເຮັດຖືກ ລະດູການນັ້ນ ກໍ່ນຳມາເຊິ່ງມູນຄ່າເສດຖະກິດສູງກວ່າ ພ້ອມທັງສ້າງລາຍຮັບໃຫ້ແກ່ເອື້ອຍນ້ອງແມ່ຍິງຕື່ມອີກ”.

      ປີ 2021 ທົ່ວຕາແສງຖ້ຳເຢືອງມີເນື້ອທີ່ປູກເຂົ້າໜຽວຕ່ານດ໊ອນເກືອບ  100 ເຮັກຕາ. ຜະລິດຕະພັນເຂົ້າເໝົ້າຕ່ານດ໊ອນກໍ່ແມ່ນໜຶ່ງໃນບັນດາປາກົດການວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າຜູ້ໄທຢູ່ທ້ອງຖິ່ນ.  ການຮັກສາແລະຍົກສູງມູນຄ່າຂອງເຂົ້າໜຽວຕ່ານດ໊ອນກໍ່ພວມແມ່ນທິດກ້າວເດີນອັນພື້ນຖານໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກອຳນາດການປົກຄອງທ້ອງຖິ່ນ ດ້ວຍເປົ້າໝາຍຂະຫຍາຍເປັນຜະລິດຕະພັນທ່ອງທ່ຽວຕິດພັນກັບການລົງຕົວຈິງໃນໄລຍະທີ່ຈະມາເຖິງ. ທ່ານຮວ່າງຢາງນາມ ຮອງປະທານຄະນະກຳມະການປະຊາຊົນ ຕາແສງຖ້ຳເຢືອງໃຫ້ຮູ້ວ່າ:

       “ທາງຕາແສງໄດ້ຈັດວັນບຸນລົດຫອມຂອງເຂົ້າເໝົ້າເພື່ອແນໃສ່ສ້າງປະຖົມປັດໄຈຂະຫຍາຍເປັນຜະລິດຕະພັນທ່ອງທ່ຽວໃນໄລຍະຕໍ່ໄປແລະພະຍາຍາມເຖິງປີ 2023 ຈະນຳເຄື່ອງໝາຍເຂົ້າເໝົ້າຕ່ານດ໊ອນເຂົ້າສູ່ຕະຫຼາດເພື່ອຮັບໃຊ້ການທ່ອງທ່ຽວຊຸມຊົນ”.

        ເຂົ້າໜຽວຕ່ານດ໊ອນແມ່ນຜະລິດຕະພັນເຂົ້າໜຽວທຳອິດໃນທົ່ວປະເທດເຊິ່ງກົມຊັບສິນທາງປັນຍາໄດ້ອອກໃບຢັ້ງຢືນຕົ້ນກຳເນີດໃນປີ 2018. ປີ 2020 ທາງທ້ອງຖິ່ນກໍ່ໄດ້ສ້າງເຄື່ອງໝາຍຜະລິດຕະພັນ OCOP ສີ່ດາວຢ່າງສຳເລັດຜົນ. ດ້ວຍລາຄາຂາຍເຂົ້າໜຽວແຕ່ 35.000ຫາ 40.000 ດົ່ງຕໍ່ກິໂລກາມແລະເຂົ້າເໝົ້າມີລາຄາຂາຍແຕ່ 105.000 ຫາ 120.000 ດົ່ງຕໍ່ກິໂລກາມນັ້ນເຄື່ອງໝາຍເຂົ້າໜຽວຕ່ານດ໊ອນພວມນຳມາເຊິ່ງມູນຄ່າເສດຖະກິດສູງປະກອບສ່ວນຍົກສູງລາຍຮັບປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ

ຕອບກັບ

ຂ່າວ/ບົດ​ອື່ນ