ກິມລຽນ, ບ້ານເກີດຂອງປະທານໂຮ່ຈິມິນ

(VOVWORLD) -ຈາກນະຄອນວິງ, ແຂວງເງະອານ, ໄປຕາມເສັ້ນທາງເລກທີ 49 ຮອດຫຼັກ 13 , ລ້ຽວເຂົ້າທາງດິນແດງຖືກປົກຄຸມດ້ວຍຮົ່ມເຢັນຂອງແຖວຕົ້ນໄມ້, ແຂກທ່ອງທ່ຽວຈະຮອດບ້ານແຊນຫຼືເອີ້ນວ່າກິມລຽນ(ແປວ່າດອກບົວຄຳ) ຊຶ່ງແມ່ນບ້ານເກີດຂອງປະທານໂຮ່ຈິມິນ

ຢູ່ໝູ່ບ້ານແຫ່ງນີ້, ຍັງຄົງຮັກສາຈຸດວັດທະນະທຳ, ປະຫວັດສາດ ແລະ ວັດຖຸເອກະສານຫຼາຍຢ່າງທີ່ຕິດພັນກັບຊີວິດຄາວເຍົາໄວຂອງເພິ່ນ

ກິມລຽນ, ບ້ານເກີດຂອງປະທານໂຮ່ຈິມິນ - ảnh 1ສຸສານຂອງແມ່ຕູ້ຮ່ວາງທິລວານ ຊຶ່ງແມ່ນແມ່ຂອງປະທານໂຮ່ຈິມິນ 

ປະທານໂຮ່ຈິມິນໄດ້ກຳເນີດຂຶ້ນໃນຄອບຄົວທີ່ມີມູນເຊື້ອມັກຮຽນ ແລະ ຮັກຊາດໃນບ້ານຮ່ວາງຈູ, ຕາແສງກິມລຽນ, ເມືອງນາມດານ, ແຂວງເງະອານ. ພໍ່ຂອງເພິ່ນຂອງພໍ່ຕູ້ ຫງວຽນຊິງສັກ, ແມ່ຂອງເພິ່ນແມ່ນແມ່ຕູ້ ຮ່ວາງທິລານ. ຍ້ອນດິນແດນແຫ່ງນີ້ມີມູນເຊື້ອຮັກຊາດ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ພ້ອມກັບອາລົມຈິດຄວາມຮັກແພງຂອງຄອບຄົວ, ດັ່ງນັ້ນໄດ້ປະກອບສ່ວນສ້າງບຸກຄະລິກກະພາບ ແລະ ແນວຄິດຂອງໂຮ່ຈິມິນ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ.

    ບ້ານເກີດຂອງ ປະທານໂຮ່ຈິມິນໃນທຸກວັນນີ້ ໄດ້ກາຍເປັນເຂດປູຊະນີຍະສະຖານກິມລຽນ ທີ່ຂຶ້ນກັບບໍລິເວນ 2 ຕາແສງກິມລຽນ ແລະ ຕາແສງນາມຢາງ, ເມືອງນາມດານ, ແຂວງເງະອານ. ທ່ານເຈີນດິງຮ່າ, ພະນັກງານພະແນກທ່ອງທ່ຽວແຂວງເງະອານ ໃຫ້ຮູ້ວ່າ : 

    “ ບໍລິເວນເຂດປູຊະນີຍະສະຖານກິມລຽນລວມມີທັງບ້ານບິດາ ແລະ ຫ່າງຈາກບ້ານກິມລຽນປະມານ 2 ກມແມ່ນບ້ານຮ່ວາງຈູຢູ່ຕາແສງນາມຢາງ ແມ່ນບ້ານມານດາຂອງປະທານໂຮ່ຈິມິນ. ໃນເຂດປູຊະນີຍະສະຖານກິມລຽນ ກໍຍັງມີສຸສານຂອງແມ່ຕູ້ຮ່ວາງທິລວານ ຊຶ່ງແມ່ນແມ່ຂອງປະທານໂຮ່ຈິມິນ ແລະ ຍັງມີຮອງສະຖານຫຼາຍແຫ່ງທີ່ຕິດພັນກັບຊີວິດຄາວເຍົາໄວຂອງເພິ່ນ  ”

     ບ້ານຮ່ວາງຈູຊຶ່ງແມ່ນບ້ານມານດາຂອງປະທານໂຮ່ຈິມິນ ກໍມີຄວາມລຽບງ່າຍຄືກັບທຸກໝູ່ບ້ານເຂດບ້ານນາຢູ່ຫວຽດນາມ. ນີ້ແມ່ນບ່ອນທີ່ເພິ່ນໄດ້ກຳເນີດ ແລະ ໄດ້ຮັບການລ້ຽງດູຈາກແມ່ໃນຊຸມປີຄາວເຍົາໄວ. ຜ່ານປະຕູໂຂງເຮັດດ້ວຍໄມ້ໄຜ່, ແຂກທ່ອງທ່ຽວຕ້ອງຍ່າງໃຕ້ຮົ່ມເຢັນຂອງແຖວຕົ້ນໝາກຂຽວອຸ່ມທຸ່ມຢູ່ລຽບຕາມ 2 ຟາກທາງເພື່ອເຂົ້າເຮືອນມຸງຫຍ້າປະກອບດ້ວຍ 3 ຫ້ອງນ້ອຍ, ນີ້ແມ່ນບ່ອນທີ່ປະທານໂຮ່ຈິມິນຢູ່ໃນຊຸມປີຕົ້ນຊີວິດ. ວັດຖຸພັນທຸກຢ່າງໃນຫ້ອງຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມເຊັ່ນ: ອູ່ແຂວນທາງຂ້າງກີ່ຕຳຫູກ, ຕຽງນອນ,ບ່ອນທີ່ທ້າວນ້ອຍ ຫງວຽນຊິງກຸງ (ຊື່ຂອງປະທານໂຮ່ຈິມິນຄາວເຍົາໄວ) ເຄີຍນອນລັບ. ທຸກສິ່ງທຸກຢ່າງໄດ້ເຮັດໃຫ້ຄົນເຮົາຄິດເຖິງຮູບພາບຂອງບຸກຄົນໜຶ່ງທີ່ຍິ່ງໃຫຍ່ ແຕ່ມີຊີວິດແບບລຽບງ່າຍທີ່ສຸດ. ນາງ ຫງວຽນທິຮັ່ງ ແຂກທ່ອງທ່ຽວມາຢ້ຽມຊົມ ເປີດເຜີຍວ່າ : (ເທບ) “ ຂ້າພະເຈົ້າມີຄວາມຕື້ນຕັນໃຈຫຼາຍ ເມື່ອໄດ້ມາຢ້ຽມຊົມແຫ່ງນີ້ ຊຶ່ງບ່ອນທີ່ປະທານໂຮ່ຈິມິນ, ລູກຮັກຂອງຊາດ ໄດ້ກຳເນີດຂຶ້ນ. ທັດສະນີຍະພາບຂອງໝູ່ບ້ານເຂດບ້ານນາແມ່ນສະຫງົບສຸກທີ່ສຸດ. ວັດຖຸພັນຫຼາຍຢ່າງທີ່ຕິດພັນກັບຊີວິດຂອງເພິ່ນຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ, ອັນໄດ້ຊ່ວຍຂ້າພະເຈົ້າເພີ່ມຄວາມເຂົ້າໃຈກ່ຽວກັບຈິດໃຈແຫ່ງບ້ານເກີດເມືອງນອນທີ່ໄດ້ຊຶມເລິກເຂົ້າໃນຈິດວິນຍານຂອງເພິ່ນຄືແນວໃດ ”

       ຢູ່ບ້ານແຊນທີ່ຕາແສງກິມລຽນມີເຮືອນຂອງພໍ່ຕູ້ ຫງວຽນຊິງສັກ ຊຶ່ງແມ່ນບິດາຂອງ ປະທານໂຮ່ຈິມິນ. ໃນເຮືອນຍັງເກັບຮັກສາວັດຖຸພັນຫຼາຍຢ່າງເຊັ່ນ: ຕູ້, ຕຽງນອນ, ຫີບບັນຈຸສະສຽງອາຫານ…ຢູ່ບໍລິເວນເຮືອນ, ຍັງມີເຮືອນຂອງພໍ່ຕູ້ ຫງວຽນຊິງເຍີ້ມ, ບ່ອນທີ່ຄອບຄົວຂອງ ປະທານໂຮ່ຈິມິນຢູ່ເປັນໄລຍະຍາວ, ນອກຈາກນັ້ນກໍຍັງມີນ້ຳສ້າງ, ເຕົາໄຟ…

     ຕາແສງກິມລຽນ, ເມືອງນາມດານ, ແຂວງເງະອານຊຶ່ງແມ່ນບ້ານເກີດຂອງ ປະທານໂຮ່ຈິມິນ, ໃນປະຈຸບັນແມ່ນຄວາມເອກອ້າງທະນົງໃຈຂອງຊາວແຂວງເງະອານ ແລະ ຊາວຫວຽດນາມ. ເຂດປູຊະນີຍະສະຖານກິມລຽນໃນແຕ່ລະປີ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບລ້ານເທື່ອຄົນມາຢ້ຽມຊົມ. ທ່ານເຈີນດິງຮ່າ, ພະນັກງານພະແນກທ່ອງທ່ຽວແຂວງເງະອານ ໃຫ້ຮູ້ຕື່ມອີກວ່າ : 

     “ ຊຸມປີທີ່ຜ່ານມາ, ເງະອານໄດ້ລົງທຶນບູລະນະປະຕິສັງຂອນບາງກິດຈະກຳໃນ ເຂດປູຊະນີຍະສະຖານຄື: ຟື້ນຟູທັດສະນີຍະພາບເຮືອນບາງຫຼັງທີ່ເປັນເພື່ອນບ້ານໃກ້ຄຽງກັບຄອບຄົວປະທານໂຮ່ຈິມິນ…ນີ້ກໍແມ່ນບ່ອນທີ່ແຂກທ່ອງທ່ຽວໄດ້ຮັບຊົມການສະແດງຂັບຫວີຢ້ຳທີ່ເປັນປະເພດສິລະປະເອກະລັກສະເພາະຂອງແຂວງເງະອານ ”

    ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາແຫ່ງນີ້, ບໍ່ພຽງແຕ່ສະແດງຄວາມເຄົາລົບນັບຖືຕໍ່ທ່ານປະທານໂຮ່ຈິມິນ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກເທົ່ານັ້ນ, ຫາກຍັງມີໂອກາດໄດ້ຊອກຮູ້ກ່ຽວກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດບ້ານນາເງະອານອີກດ້ວຍ. ເຂດປູຊະນີຍະສະຖານບ້ານເກີດເມືອງນອນ ປະທານໂຮ່ຈິມິນຍັງເປັນທີ່ຮູ້ຈັກກັນດີດ້ວຍການສຶກສາອົບຮົມມູນເຊື້ອຮັກຊາດ, ຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດ, ບຸກຄະລິກກະພາບ ປະທານໂຮ່ຈິມິນ.

ຕອບກັບ

ຂ່າວ/ບົດ​ອື່ນ