ກີມເຊີນ - ດິນແດນຂອງບັນດາໝູ່ບ້ານອາຊີບຫັດຖະກຳ

(VOVWORLD) -   ໝູ່ບ້ານອາຊີບຫັດຖະກຳ ກີມເຊີນ ໃນແຂວງ ນິງບິ່ງ ແຕ່ດົນນານມາແລ້ວ ໄດ້ມີຊື່ສຽງດ້ວຍອາຊີບປູກຜື ແລະ ເຮັດເຄື່ອງສີລະປະຫັດຖະກຳຈາກຕົ້ນຜື. ຕົ້ນຜືໄດ້ປາກົດມີຢູ່ເຂດດິນ ກີມເຊີນ ກ່ອນນີ້ເກືອບ ສອງສະຕະວັດ ແລະ ໄດ້ຜ່ານການສ້າງຄັນຄູ ຂະຫຍາຍເນື້ອທີ່ດິນສູ່ທະເລ ຜ່ານໄລຍະນັບຣ້ອຍປີ, ປະຊາຊົນຢູ່ແຫ່ງນີ້ ໄດ້ສ້າງບັນດາເຂດປູກຜືທີ່ທີ່ກວ້າງໃຫຍ່ໄພສານຢູ່ເນື້ອທີ່ດິນສັນດອນ. ໂດຍໄດ້ດຳລົງຊີວິດຢູ່ໝູ່ບ້ານອາຊີບຫັດຖະກຳ, ບັນດານາຍຊ່າງຢູ່ ກີມເຊີນ ດ້ວຍສີມືອັນຄ່ອງແຄ້ວ ໄດ້ສ້າງບັນດາຜະລິດຕະພັນຈາກຜື ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ທັງຢູ່ພາຍໃນ ແລະ ຕ່າງປະເທດ
ກີມເຊີນ - ດິນແດນຂອງບັນດາໝູ່ບ້ານອາຊີບຫັດຖະກຳ - ảnh 1 ຊາວເມືອງ ກິມເຊີນ ຜະລິດອອກບັນດາຜະລິດຕະພັນຈາກຕົ້ນຜື

    ເມືອງ ກີມເຊີນ ແມ່ນຊື່ໂດຍເຈົ້າເສນາ ຫງວຽນກົງຈື໊ ໃນສະໄໝລາດຊະວົງ ຫງວຽນ ຕັ້ງໃຫ້. ດ້ວຍບົດຮຽນຂອງຕົນ ທ່ານໄດ້ຫັນປ່ຽນທ່າແຮງບົ່ມຊ້ອນຂອງດິນແດນແຄມທະເລແຫ່ງນີ້ ໃຫ້ນັບມື້ນັບຂະຫຍາຍຕົວ ດ້ວຍການປູກຝັງ, ສ້າງ ເສດຖະກິດທະເລ ແລະ ພິເສດແມ່ນການປູກຜື. ໂດຍສືບທອດມູນເຊື້ອຂອງປູ່ຍ່າຕາຍາຍ, ນັບແຕ່ຊຸມປີ 1954 ປະຊາຊົນຫຼາຍລຸ້ນຄົນຢູ່ແຫ່ງນີ້ ໄດ້ຂະຫຍາຍເນື້ອທີ່ດິນຢູ່ທະເລ ເພື່ອເປີດກວ້າງເນື້ອທີ່ດິນປູກຝັງ. ພາຍຫຼັງທີ່ໄດ້ສ້າງຄັນຄູ 6 ຄັ້ງ ແລະ ໄດ້ເປີດກວ້າງເນື້ອທີ່ດິນໄດ້ປະມານ 4.000 ເຮັກຕາ, ໃນນັ້ນໄດ້ນຳໃຊ້ 200 ເຮັກຕາ ເປັນດິນປູກຜື ແລະ ໄດ້ສ້າງຕັ້ງບັນດາຕາແສງໃໝ່ຄື ກີມຈຸງ, ກີມຕ໊ຽນ…           

    ສາດຜື ກີມເຊີນ ແລະ ບັນດາຜະລິດຕະພັນຈາກຜື ແມ່ນອາຊີບຫັດຖະກຳທີ່ມີມານັບຮ້ອຍປີຂອງເຂດດິນ ກີມເຊີນ, ຜະລິດຕະພັນເຫຼົ່ານີ້ໄດ້ກາຍເປັນສິນຄ້າທີ່ມີຊື່ສຽງ ທັງຢູ່ພາຍໃນ ແລະ ຕ່າງປະເທດດ້ວຍຄຸນນະພາບດີ ເປັນເອກະລັກ. ລຸງ ດວ່ານລານ ຜູ້ອາຍຸສູງຢູ່ເມືອງ ກີມເຊີນ ໃຫ້ຮູ້ວ່າ:

 “ຜ່ານໄລຍະເວລາທີ່ຫຍຸ້ງຍາກ ແລະ ການຜັນແປຂອງປະຫວັດສາດ, ປະຊາຊົນຢູ່ເມືອງ ກີມເຊີນ ມີຄວາມຮັກອາຊີບ ແລະ ມີຫົວຄິດປະດິດສ້າງໃນການອອກແຮງງານ. ຍ້ອນເຫດນີ້ເອງ, ສຳລັບບັນດາຕົວຢ່າງຜະລິດຕະພັນໃໝ່, ພວກຂ້າພະເຈົ້າລ້ວນແຕ່ສາມາດເຮັດໄດ້ ແລະ ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດຄືໃນປັດຈຸບັນ”.

ຕົ້ນຜືຢູ່ ກີມເຊີນ ໄດ້ກາຍເປັນຕົ້ນໄມ້ອຸດສາຫະກຳນຳໜ້າ ແລະ ນຳມາເຊິ່ງມູນຄ່າເສດຖະກິດສູງ ບົນດິນແດນແຫ່ງນີ້. ຢູ່ ກີມເຊີນ ຕົ້ນຜືມີບົດບາດ ແມ່ນຂົວເຊື່ອມຕໍ່ລະຫວ່າງ ກີມເຊີນ ກັບບັນດາເຂດແຄວ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ ອັນໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາເສດຖະກິດ ວັດທະນະທຳ ແລະ ທ່ອງທ່ຽວຂອງແຂວງ ນິງບິ່ງ. ລຸງ ດວ່ານລານ ໃຫ້ຮູ້ຕື່ມອີກວ່າ:

“ປະຊາຊົນຢູ່ແຫ່ງນີ້ ມີຄວາມຮັກອາຊີບທີ່ສຸດ. ກະໂຕເຮົາເອງ ໄດ້ກຳເນີດຂຶ້ນບົນດິນແດນແຫ່ງນີ້, ດັ່ງນັ້ນຍິ່ງມີຄວາມເຄົາລົບ ແລະ ຮັກອາຊີບ. ພ້ອມກັນນັ້ນ ເຮົາກໍໄດ້ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ເຮົາກໍ່ຍິ່ງຕ້ອງພະຍາຍາມ ພ້ອມກັບພໍ່ແມ່ພີ່ນ້ອງ ເພື່ອຮັກສາອາຊີບທີ່ມີມາແຕ່ດົນນານ”.

 ຕົ້ນຜືມີວົງວຽນເຕີບໂຕ ແລະ ໄດ້ຮັບການບົວລະບັດຄືຕົ້ນເຂົ້າ. ຜູ້ປູກຜືກໍ່ຕ້ອງເຮັດດິນ ຫຼົກຫຍ້າ, ໃສ່ຝຸ່ນ… ຜືບໍ່ຖືກລະດູແມ່ນເຄີຍເກັບກູ້ໃນຍາມເດືອນ 5 ສ່ວນຜືຕາມລະດູ ແມ່ນເກັບກູ້ໃນເດືອນ 10 ໄລ່ຕາມຈັນທະປະຕິທິນ. ຄຸນນະພາບຂອງຜື ແມ່ນຂຶ້ນກັບການດັດສົມນ້ຳເຄັມ ແລະ ນ້ຳຈືດເຂົ້າເນື້ອທີ່ການປູກຝັງ ຕາມອັດຕາສ່ວນທີ່ເໝາະສົມ ເພື່ອໃຫ້ຕົ້ນຜືເຕີບໂຕ. ຜະລິດຕະພັນທີ່ມີຊື່ສຽງທີ່ສຸດຢູ່ເມືອງ ກີມເຊີນ  ແມ່ນສາດຜື. ເພື່ອເຮັດໄດ້ສາດຜືຜືນໜຶ່ງທີ່ງາມໆ, ທົນທານ ຜູ້ເຮັດສາດຕ້ອງເລືອກເອົາຕົ້ນຜືແຕ່ລະຕົ້ນ, ຫຼັງຈາກນັ້ນແມ່ນຕ້ອງຕັດ ແລະ ນຳໄປຕາກແດດ ເພື່ອໃຫ້ຜືມີຄວາມທົນທານ ແລະ ສາມາດຮັກສາສີໄດ້ດົນນານ. ພິເສດທີ່ສຸດແມ່ນຂັ້ນຕອນຕ່ຳຜື ເຊິ່ງຕ້ອງການສີມືອັນຄ່ອງແຄ້ວຈາກຜູ້ຕ່ຳສາດ. ລຸງ ຫງວຽນວັນຈິງ ຊາວເມືອງ ກີມເຊີນ ແບ່ງປັນວ່າ:

“ຈາກຕົ້ນຜືເມື່ອປູກ ແລະ ເກັບກູ້ມາ, ພວກຂ້າພະເຈົ້າໄດ້ເຮັດເປັນບັນດາເສັ້ນຜືຂາວ, ງາມ ເພື່ອຕ່ຳສາດ ແລະ ກໍ່ຕ້ອງຜ່ານຫຼາຍຂັ້ນຕອນ. ເມື່ອພວມຕາກຜືຢູ່ຕາມທາງ ບັງເອີນເກີດຝົນຕົກ, ທັງຄອບຄົວພວມກິນເຂົ້າ ກໍ່ຕ້ອງເຊົາກິນ ເພື່ອແລ່ນໄປເກັບເອົາຜືມາ, ຖ້າຫາກຖືກນ້ຳຝົນ ກໍ່ຖືວ່າເສຍຫາຍ ບໍ່ສາມາດຮັກສາຄວາມງາມຂອງຜືໄດ້”.

  ປັດຈຸບັນບັນດາໝູ່ບ້ານຕາແສງໃນເມືອງ ກີມເຊີນ ກໍ່ລ້ວນແຕ່ເຂົ້າຮ່ວມໃນການປູກຜື, ໃນນັ້ນມີ 20 ໝູ່ບ້ານອາຊີບປູກຜື ແລະ ເຮັດຜະລິດຕະພັນຈາກຜື ໄດ້ຮັບໃບຢັ້ງຢືນໝູ່ບ້ານອາຊີບຫັດຖະກຳ ດ້ວຍຈຳນວນວິສາຫະກິດ, ຮາກຖານ ແລະ ຄອບຄົວເອກະເທດ 5.000 ຫົວໜ່ວຍເຂົ້າຮ່ວມການປູກຜື. ຜະລິດຕະພັນສີລະປະຫັດຖະກຳທີ່ເຮັດຈາກຜືຢູ່ເມືອງ ກິມເຊີນ ໄດ້ປາກົດຕົວຢູ່ຫຼາຍກວ່າ 20 ປະເທດ ແລະ ເຂດແຄ້ວນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ