ກອງສະແດງລະຄອນຕຸກກະຕານ້ຳ ຮົ່ງຟອງ ໃນແຂວງຫາຍເຢືອງ

ສິ​ລະ​ປະການສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳແມ່ນ​ປະ​ເພດ​ວັດ​ທະ​ນ​ະ​ທຳທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ​ຕິດ​ພັນ​ກັບ​ພື້ນ​ຖານ​ອະ​ລິ​ຍະ​ທຳ​ປູກ​ເຂົ້າ​ນາ​ທາມ​ຂອງ​ຊາດ​ຫວຽດ​ນາມ. ບ້ານ​ໂບ​ເຢືອງ, ຕາ​ແສງ​ຮົ່ງ​ຟອງ, ເມືອງ​ນິງ​ຢາງ, ແຂວງ​ຫາຍ​ເຢືອງ ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່ພວມ​ຮັກ​ສາ​ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງນີ້.

 

ກອງສະແດງລະຄອນຕຸກກະຕານ້ຳ ຮົ່ງຟອງ ໃນແຂວງຫາຍເຢືອງ - ảnh 1
ລາຍ​ການ​ສະ​ແດງ​ຂອງກອງສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ ຮົ່ງ​ຟອງ

     ຮົ່ງ​ຟອງ​ແມ່ນ​ຕາ​ແສງນອນ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ເມືອງ​ນິງ​ຢາງ, ແຂວງ​ຫາຍ​ເຢືອງ. ຕາມ​​ບັນ​ດາຜູ້​ອາ​ຍຸ​ສູງ​ໃນ​ບ້ານ​ໂບ​ເຢືອງ​ແລ້ວ, ​ລະ​ຄອນຕຸກ​ກະ​ຕາ​ນ້ຳຢູ່​ແຫ່ງນີ້​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ ແລະ ຍາກ​ທີ່​ຈະ​ກຳ​ນົດ​ຢ່າງ​ຊັດ​ເຈນ ກ່ຽວ​ກັບ​ເວ​ລາ​ທີ່​ມັນໄດ້​ປະ​ກົດ​ຕົວມາ​ແຕ່​ປີ​ໃດ. ແຕ່​ຜ່ານ​ການ​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ກ່ຽວ​ກັບ​ການກໍ່​ສ້າງ​ພ້ອມ​ກັບ​ບັນ​ດາ​ຮູບ​ແກະ​ຄວັດ​ສະຫຼັກ​ຢູ່​ສາ​ລາ​ບ້ານ​ໂບ​ເຢືອງ​ເຊັ່ນ: ທ້າວ​ເຕ້ວ, ເທວະ​ດາ, ການ​ຕີ​ມວຍ​ປ້ຳ… ແມ່ນ​ສາ​ມາດ​ຄາດ​ຄະ​ເນ​ໄດ້ວ່າ : ​ລະ​ຄອນຕຸກ​ກະ​ຕາ​ນ້ຳຢູ່​ບ້ານ​ໂບ​ເຢືອງ​ໄດ້​ປະ​ກົດ​ຕົວ​ນັບ​ແຕ່​ສະ​ຕະ​ວັດ 17. ຕໍ່​ໜ້າສາ​ລາ​ຂອງ​ໝູ່​ບ້ານ​ແມ່ນ​ສະ​ນ້ອຍ​ແຫ່ງໜຶ່ງ, ແມ່ນ​ບ່ອນ​ໃຊ້​ເພື່ອ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ. ບັນ​ດາ​ຜູ້​ຜະ​ລິດ​ຕົວ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ​ທີ່​ມີ​ວິນ​ຍານນີ້ ກໍ​ແມ່ນ​ພວກ​ນາຍ​ຊ່າງ​ເຟີ​ນີ​ເຈີໃນ​ບ້ານ​ໂບ​ເຢືອງ. ທ່ານ​ຝ້າມ​ວັນ​ຕ່ອງ, ຫົວ​ໜ້າ​ ກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳຕາ​ແສງຮົ່ງ​ຟອງໃຫ້​ຮູ້​ວ່າ ພາຍຫຼັງ​ຊຸມ​ວັນ​ເດືອນ​ປີ​ຖືກ​ຕັດ​ຕອນ​ຍ້ອນ​ສົງ​ຄາມ ແລະ ເນື່ອງ​ຈາກ​ເງື່ອນ​ໄຂ​ເສດ​ຖະ​ກິດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຮອດ​ປີ 1989, ກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ ຮົ່ງ​ຟອງໄດ້​ຮັບ​ການ​ຟື້ນ​ຟູ. ທ່ານ​ຝ້າມ​ວັນ​ຕ່ອງ ເວົ້າ​ວ່າ : 

    “ ພາຍຫຼັງ​ບັນ​ດາ​ໄລ​ຍະ​ທາງ​ທີ່​ມີ​ການຜັນ​ແປ​ແຫ່ງ​ປະ​ຫວັດ​ສາດ, ກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ ຮົ່ງ​ຟອງໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ແລ້ວ​ກໍ​ຖືກ​ຍຸບ​ເລີກ​ຍ້ອນ​ສົງ​ຄາມ. ແຕ່​ໃນ​ໄລ​ຍະ 30 ປີ​ທີ່​ຜ່ານ​ມາ, ບັນ​ດາ​ລູກ​ຮັກຫຼານ​ແພງ​ໄດ້​ຊອກ​ຫາ​ຄືນ ແລະ ຟື້ນ​ຟູກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ. ໃນ​ຈຸດເວ​ລາເລີ່ມຟື້ນ​ຟູນັ້ນ, ພື້ນ​ຖານ​ໂຄງ​ລ່າງ​ແມ່ນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ. ເງິ​ນ​ໃຊ້​ຈ່າຍ​ຂາດ​ເຂີນ, ແຕ່​ເມື່ອ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ, ຜູ້​ມີ​ຈິດ​ໃຈ​ໂອບ​ອ້ອມ​ອາ​ລີນັ້ນ, ບັນ​ດາ​ຜູ້​ໃນກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳໄດ້​ແກະ​ຄວັດ​ສະຫຼັກ​ບັນ​ດາ​ຕົວ​ລະ​ຄອນ, ພ້ອມ​ກັນ​ນັ້ນ​ກໍ​ຟື້ນ​ຟູ​ການ​ສະ​ແດງລະ​ຄອນ ຕຸກ​ກະ​ຕາ​ນ້ຳກ່ຽວ​ກັບເລື່ອງ​ນິ​ທານຕ່າ​ງໆ ”

      ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ ຮົ່ງ​ຟອງໄດ້​ຮັບ​ການ​ເອົາ​ໃຈ​ໃສ່​​ລົງ​ທຶນ​ທາງ​ດ້ານ​ພາ​ຫະ​ນະ​ອຸ​ປະ​ກອນຈາກ​ການ​ນຳ​ແຂ​ວງ​ຫາຍ​ເຢືອງ ແລະ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ. ທ່ານ​ຝ້າມ​ວັນ​ຕ່ອງ, ຫົວ​ໜ້າ​ ກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳຕາ​ແສງຮົ່ງ​ຟອງໃຫ້​ຮູ້​ຕື່ມ​ອີກວ່າ: 

    “ ໃນ​ເບື້ອງ​ຕົ້ນ, ກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳມີ​ສະ​ມາ​ຊິກກວ່າ 30 ຄົນ. ຜູ້​ມີ​ອາ​ຍຸ​ສູງກວ່າ​ໝູ່​ແມ່ນ 75 ປີ. ປະ​ຈຸ​ບັນ, ກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ ຮົ່ງ​ຟອງມີ​ສະ​ມາ​ຊິກ 16 ຄົນ, ໃນ​ນັ້ນ​ມີຫຼາຍ​ຄົນ​ເຮັດ​ວຽກ​ງານ​ເປັນ​ທີ່​ປຶກ​ສາ, ຫນູນ​ຊ່ວຍໃຫ້​ແກ່​ຕາ​ແສງ. ຫຼາຍ​ປີ​ມານີ້, ກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ ແລະ ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ຈາກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ”

    ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ສິ​ລະ​ປະ​ການ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ ຮົ່ງ​ຟອງແມ່ນ​ວິ​ທີ​ບັນ​ຊາ​ຕົວ​ລະ​ຄອນ​ຕຸກ​ກະ​ຕາ. ບັນ​ດາ​ນັກ​ສິ​ລະ​ປະ​ການ​ຢູ່​ຮົ່ງ​ຟອງ​ໄດ້​ບັນ​ຊາ​ຕົວ​ລະ​ຕອນຕຸກ​ກະ​ຕາ​ນ້ຳດ້ວຍ​ລະ​ບົບ​ເຊືອກ. ທ່ານ ຫງວຽນ​ວັນ​ເຈືອງ ຮອງຫົວ​ໜ້າ​ກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳຕາ​ແສງຮົ່ງ​ຟອງເປີດ​ເຜີຍວ່າ: (ເທບ) “ ບັນ​ດາ​ຕົວ​ລະ​ຕອນຕຸກ​ກະ​ຕາ​ນ້ຳສ່ວນຫຼາຍ​ໂດຍ​ແມ່ນບັນ​ດາ​ຜູ້​ອາ​ຍຸ​ສູງ​ໃນ​ກອງ​ສະ​ແດງເຮັດເອງ, ສ່ວນ​ສຳ​ລັບ​ບັນ​ດາ​ຕົວ​ລະ​ຕອນຕຸກ​ກະ​ຕາ​ນ້ຳ​ທີ່​​ຕ້ອງ​ເຮັດ​ດ້ວຍ​ຄວາມລະ​ອຽດ​ອ່ອນ, ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ສັ່ງ​ພວກ​ນ່າຍ​ຊາງ​ເຟີ​ນີ​ເຈີ​ເຮັດ. ຕື່ນ​ເຊົ້າ​ມາ, ພວກ​ຂ້າ​ພະ​ເຈົ້າ​ຍັງ​ໄປເຮັດໄຮ່​ໄຖ​ນາ, ແຕ່​ຮອດ​ຍາມຕອນ​ທຽງ, ຕອນ​ບ່າຍ, ຊ້ຳ​ພັດ​ກາຍ​ເປັນ​ນັກ​ສິ​ລະ​ປະ​ສະ​ແດງລະ​ຕອນຕຸກ​ກະ​ຕາ​ນ້ຳ ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ ”

     ປີ 1994, ທີ່​ງານ​ມະ​ໂຫລານ​ສະ​ແດງລະ​ຕອນຕຸກ​ກະ​ຕາ​ນ້ຳທົ່ວ​ປະ​ເທດ​ຊຶ່ງ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ ຮົ່ງ​ຟອງ ໄດ້​ຮັບຫຼຽນ​ຄຳ​ດ້ວຍ​ລະ​ຄອນ “ ສຽງ​ກອງ​ຮ້າ​ຮົ່ງ​ເຈົາ ”. ໂດຍ​ສືບ​ຕໍ່​ປະ​ສົບ​ຜົນ​ສຳ​ເລັດ​ນີ້, ບັນ​ດາ​ນັກ​ສິ​ລະ​ປະ​ຊາວ​ນາ​ຂອງ​ຕາ​ແສງ​ຮົ່ງ​ຟອງ​ໄດ້​ນຳ​ປະ​ເພດ​ສິ​ລະ​ປະ​ນີ້​ເຂົ້າ​ຮ່ວມ​ງານ Festival ເຫ້ວ 2004 ແລະ ເຂົ້າ​ຮ່ວມ​ຫຼາຍ​ເຫດ​ການ​ວັດ​ທະ​ນະ​ທຳ​ໃນ​ທົ່ວ​ປະ​ເທດ. ລຸງວູ້​ວັນ​ຢ້​ວາ​ນ ອາ​ຍຸ 79 ປີ, ສະ​ມາ​ຊິກກອງ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ ​ຕາ​ແສງຮົ່ງ​ຟອງໃຫ້​ຮູ້​ວ່າ : 

    “ ມາ​ຮອດ​ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຟື້ນ​ຟູບັນ​ດາ​ລາຍ​ການສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ, ຮັກ​ສາ ແລະ ຂະ​ຫຍາຍ​ຮູບ​ການ​ສະ​ແດງ​ໃຫ້ຫຼາຍ​ຂຶ້ນ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ສຸດ​ໃຈ, ບໍ່​ນັບ​ທັງ​ວັນ ແລະ ຄືນ. ເມື່ອ​ຟື້ນ​ຟູ​ອາ​ຊີບ, ອ້າຍ​ນ້ອງ​ພວກ​ຂ້າ​ພະ​ເຈົ້າບໍ່​ສົນ​ເຖິງ​ເງິນ​ທອງ. ຈາກ​ການ​ເອົາ​ໄມ້​ເດື​່ອ​ຕະຫຼອດ​ຮອດ​ການ​ແກະ​ຄວັດ​ສະຫຼັກ​ຕົວ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ, ພວກ​ຂ້າ​ພະ​ເຈົ້າ​ກໍ​ລ້ວນ​ແຕ່​ເຮັດ​ເອງ, ບໍ່​ຫວາດ​ຫວ​ັ່ນ​ຕໍ່​ຄວາມ​ຫຍຸ້ງ​ຍາກ. ພວກ​ຂ້າ​ພະ​ເຈົ້າ​ເຮັດ​ແມ່ນ​ເພື່ອ​ຮັກ​ສາ​ສິ່ງ​ທີ່ຍອດ​ຍິ່ງ​ຂອງ​ປູ່​ຍ່າ​ຕາ​ຍາຍເມື່ອ​ກ່ອນນີ້ ”

     ມາ​ຢ້ຽມ​ຢາມ​ຕາ​ແສງ​ຮົ່ງ​ຟອງ, ແຂກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຈະ​ມີ​ໂອ​ກາດ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງ​ບັນ​ດາ​ລາຍ​ການ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳ. ປະ​ຈຸ​ບັນ, ນອກ​ຈາກ​ບັນ​ດາລາຍ​ການ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ແລ້ວ, ບັນ​ດາ​ຜູ້​ອາ​ຍຸ​ສູງ​ຢູ່​ຕາ​ແສງ​ຮົ່ງ​ຟອງ ໄດ້ ແລະ ພວມ​ຈັດ​ຕັ້ງ​ຊຸດ​ຮຽນ​ກ່ຽວ​ກັບ​ການ​ສະ​ແດງ​ລະ​ຄອນຕຸກ​ກະ​ຕາ​ນ້ຳໃຫ້​ໄວ​ໜຸ່ມ​ໃນ​ບ້ານ ເພື່ອ​ແນ​ໃສ່​ຮັກ​ສາ​ສິ່ງ​ທີ່ຍອດ​ຍິ່ງ​ຂອງ​ປະ​ເພດ​ສິ​ລະ​ປະ​ນີ້​ໃຫ້​ຄົນ​ລຸ່ນຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ