ການທ່ອງທ່ຽວຄົ້ນຫາຢູ່ເຂດພູພຽງ ໂມກເຈົາ

(VOVWORLD) -ເຂດພູພຽງໂມກເຈົາ, ແຂວງເຊີນລາມີຊື່ສຽງຍ້ອນແມ່ນສະຖານທີ່ທ່ອງທ່ຽວດ້ວຍດິນຟ້າອາກາດທີ່ປອດໂປ່ງ, ເຢັນສະບາຍ, ທຳມະຊາດຮົກເຮື້ອ, ໃຫຍ່ໂຕມະໂຫຖານ,ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ

ນອກຈາກທິວທັດທຳມະຊາດ, ບັນດາຮູບແບບທ່ອງທ່ຽວຄົ້ນຫາຢູ່ຕາມທົ່ງຫຍ້າ, ໂນນຊາຂຽວອຸ່ມທຸ່ມ ກໍຄື້ໃນຟາມລ້ຽງງົວພັນນົມຫຼືພ້ອມກັນເຂົ້າຮ່ວມການດຳເນີນຊີວິດຂອງປະຊາຊົນ ພວມດຶງດູດແຂກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ດິນແດນທີ່ຈັບໃຈນີ້.

ການທ່ອງທ່ຽວຄົ້ນຫາຢູ່ເຂດພູພຽງ ໂມກເຈົາ - ảnh 1ໂນນຊາຂຽວອຸ່ມທຸມຢູ່ໂມກເຈົາ
(baosonla) 

    ເຂດພູພຽງໂມກເຈົາຂອງຫວຽດນາມ ມີຄວາມຄວາມສູງສະເລ່ຍປະມານ 1050 ແມັດ, ມີອາກາດເຂດຊົນຮ້ອນ. ຢູ່ແຫ່ງນີ້ໄດ້ຮັບຖືວ່າ    ແມ່ນເຂດພູພຽງທີ່ກ້ວາງໃຫຍ່ ແລະ ເປັນໜ້າຈັບໃຈທີ່ສຸດຢູ່ເຂດພູດອຍທາງທິດເໜືອ ແລະ ຍັງໄດ້ຮັບຖືວ່າ ແມ່ນ ດາຫຼາດທີ 2. ມາທ່ອງທ່ຽວຢູ່ໂມກເຈົາ, ແຂກທ່ອງທ່ຽວສ່ວນຫຼາຍມັກເລືອກເອົາຮູບແບບທ່ອງທ່ຽວເຂດຊຸມຊົນ ເພື່ອຈະໄດ້ກິນໄດ້ຢູ່ ແລະ ເຂົ້າຮ່ວມໃນວຽກງານປະຈຳວັນຂອງຊາວທ້ອງຖິ່ນ. ນີ້ແມ່ນຮູບແບບການຈັດຕັ້ງການທ່ອງທ່ຽວດ້ວຍບັນດາລາຍການທ່ຽວທ່ຽວທີ່ໃໝ່ອຽມ, ແຕ່ພັດຊ່ວຍແຂກທ່ອງທ່ຽວໄດ້ລົງຕົວຈິງທີ່ຈັບໃຈ ແລະ ເປັນໜ້າຈົດຈຳເມື່ອໄດ້ເຂົ້າຮ່ວມຊອກຮູ້ບັນດາຄວາມງາມທາງດ້ານວັດທະນະທຳຂອງຊາວທ້ອງຖິ່ນຜ່ານການເຄື່ອນໄຫວຫຼາຍຢ່າງ. ນາງ ວູ້ທິຫງອກແອງ ແຂກທ່ອງທ່ຽວຮ່າໂນ້ຍ ເປີດເຜີຍວ່າ : 

    “ ຂ້າພະເຈົ້າພ້ອມດ້ວຍຄະນະນັກທ່ອງທ່ຽວ ມີຄວາມມ່ວນຊື່ນ, ຂະນະທີ່ເປັນຄັ້ງທຳອິດ ໄດ້ເດັດເອົາໝາກເລັ່ນ, ຜັກກາດດ້ວຍມືຂອງເຮົາເອງ. ມື້ນີ້ໄດ້ເຮັດວຽກງານຫຼາຍຢ່າງທີ່ເຮົາຍັງບໍ່ທັນໄດ້ເຮັດ, ດັ່ງນັ້ນ ເຮົາຮູ້ສຶກດີໃຈ ແລະ ແມ່ນການລົງຕົວຈິງທີ່ດີສຳລັບພວກຂ້າພະເຈົ້າທັງໝົດ ”

    ໂດຍໄດ້ກຳແໜ້ນຄວາມຕ້ອງການຂອງ ແຂກທ່ອງທ່ຽວທັງຫຼາຍ, ຄະນະຄຸ້ມຄອງການທ່ອງທ່ຽວເມືອງ ໂມກເຈົາໄດ້ສົມທົບກັບບາງຕາແສງ ແລະ ສະຫະກອນກະສີກຳໃນບໍລິເວນ ຈັດຕັ້ງບັນດາລາຍການທ່ອງທ່ຽວລົງຕົວຈິງເພື່ອຊອກຮູ້ການຜະລິດ ແລະ ການເກັບກູ້ຜະລິດຕະພັນກະເສດສະອາດຢູ່ຕາມຟາມ, ສວນຕ່າງໆ. ທ່ານນາງ ດິງທິເຮື່ອງ ຫົວໜ້າຂະແໜງວັດທະນະທຳເມືອງ ໂມກເຈົາ, ແຂວງເຊີນລາ ໃຫ້ຮູ້ວ່າ : 

   “ໂມກເຈົາສືບຕໍ່ເລັ່ງໃສ່ການທ່ອງທ່ຽວຢູ່ຕາມຟາມລ້ຽງງົວພັນນົມ. ທີ 2 ແມ່ນທ່ອງທ່ຽວຢູ່ຕາມເຂດປູກຊາ, ທົ່ງຊາເພື່ອຊອກຮູ້ຕົວຈິງ. ໃນວິວັດການພັດທະນາການທ່ອງທ່ຽວແມ່ນໄວທີ່ສຸດ ແລະ ແຂງແຮງທີ່ສຸດ, ແຕ່ຢາກພັດທະນາຍາວນານນັ້ນ, ວຽກງານທຳອິດແມ່ນຕ້ອງຮັກສາໄດ້ສີສັນວັດທະນະທຳຂອງເຜົ່າຕົນ, ດັ່ງນັ້ນ ຈະເປັນດານດຶງດູດແຂກທ່ອງທ່ຽວມາທ່ອງທ່ຽວຢູ່ ໂມກເຈົານັບມື້ນັບຫຼາຍຂຶ້ນ ”

     ພິເສດເມື່ອມາທ່ຽວ ໂມກເຈົາໃນຍາມລະດູບານໃໝ່, ແຂກທ່ອງທ່ຽວມາຈາກສາລະທິດຈະໄດ້ຮັບຊົມທິດທັດທຳມະຊາດທີ່ສວນງາມເປັນເອກະລັກຢູ່ດິນແດນແຫ່ງນີ້. ຢູ່ຕາມໂນນພູ ແລະ ສວນທີ່ເຕັມໄປດ້ວຍມວນມາລາຫຼາກຫຼາຍສີສັນ ດ້ວຍດອກຄາຍ, ດອກໝັ້ນຂາວໃນທ່າມກາງກຸ່ມເມັກພວມເລື່ອນລອຍຍາມເຊົ້າ ອັນໄດ້ເຮັດໃຫ້ ໂມກເຈົາມີຄວາມງາມລຶກລັບມະຫັດຈະຈັນ. ໃນທ່າມກາງສີສັນຫຼາກຫຼາຍນັ້ນ ແມ່ນສຽງແຄນຂອງພໍ່ແມ່ພີນ້ອງເຜົ່າມົ້ງ, ອັນໄດ້ສ້າງຄວາມເພິ່ນຈິດສະເພາະຂອງ ເຂດພູພຽງທີ່ສວຍສົດງົດງາມນີ້. ນາງ ກ່ຽວຍື ແຂກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ : 

    “ ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມານີ້ ແລະ ຮູ້ສຶກເບີກບານໃຈທີ່ສຸດ. ມີທິດທັດທຳມະຊາດທີ່ງົດງາມຫຼາຍແຫ່ງ, ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ. ເຊົ້າມື້ນີ້ ຂ້າພະເຈົ້າໄດ້ໄປຮອດປ່າແປກເທິ່ງໂນນໃນຍາມເຊົ້າ, ຍັງມີນ້ຳໝອກຢູ່. ທິວທັດງາມຫຼາຍ ”

    ພ້ອມກັບການທ່ອງທ່ຽວເຂດຊຸມຊົນ, ຢູ່ເຂດພູພຽງໂມກເຈົາ ຍັງມີບັນດາຟາມລ້ຽງງົວພັນນົມ, ເຂດປູກຜັກ, ໝາກໄມ້ເຕັກໂນໂລຢີສູງ ດ້ວຍດອກໄມ້ມີຊື່ສຽງຫຼາຍຊະນິດ ຄື ດອກກ້ວຍໄມ້, ດອກລີລີ. ແຂກທ່ອງທ່ຽວຍັງຈະຊິມລົດຊາດພິເສດຂອງບັນດາເຍື່ອງອາຫານຊົນເຜົ່າຄື: ປີ້ງປາຫ້ວຍ, ເຂົ້າຫຼາມ… ນອກຈາກນັ້ນ, ແຂກທ່ອງທ່ຽວຍັງຈະໄດ້ໄປຢ້ຽມຊົມຖ້ຳເຢີຍ, ປ່າແປກ ບ້ານອ້າງ, ປ່າໝັ້ນ, ປ່າຄາຍຢູ່ລຽບຕາມ 2 ຟາກທາງ…ນາງໂດ້ທິຕວານ ຢູ່ແຂວງອຽນບ້າຍ ແບ່ງປັນວ່າ : 

    “ ມານີ້ ໄດ້ສູບເອົາອາກາດທີ່ປອດໂປ່ງຂອງເຂດພູພຽງໂມກເຈົາ, ພວກຂ້າພະເຈົ້າຮູ້ສຶກເປັນໜ້າຈັບໃຈອີ່ຫຼີ. ດັ່ງນັ້ນ ທຸກໆຄົນຈົ່ງມານີ້ເພື່ອຄົ້ນຫາສິ່ງທີ່ປະທັບໃຈແທ້ ”

     ອາກາດເຢັນສະບາຍ, ທິວທັດທຳມະຊາດທີ່ຮົກເຮື້ອ ແລະ ສວຍສົດງົດງາມ, ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ, ບັນດາລາຍການທ່ອງທ່ຽວຄົ້ນຫາຕົວຈິງທີ່ຈັບໃຈ ແລະ ເປັນເອກະລັກນັ້ນ ໄດ້ກາຍເປັນເຄື່ອງໝາຍການຄ້າເພື່ອໃຫ້ເຂດພູພຽງໂມກເຈົາກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ