ການທ່ອງທ່ຽວຢູ່ ມົກເຈົາ ເປັນໜ້າປະທັບໃຈໃນຍາມລະດູຮ້ອນ

(VOVWORLD) -ດ້ວຍເຂດທົ່ງຫຍ້າຂຽວອຸ່ມທຸ່ມທີ່ກວ້າງໃຫຍ່, ອາກາດປອດໂປ່ງ ພ້ອມກັບທິວທັດທຳມະຊາດຮົກເຮື້ອງົດງາມ, ເຂດທ່ອງທ່ຽວລະດັບຊາດ ມົກເຈົາ ໃນແຂວງ ເຊີນລາ ພວມແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ມາຢ້ຽມຢາມ ມົກເຈົາ ນອກຈາກໄດ້ຢ້ຽມຊົມທິວທັດທຳມະຊາດຢູ່ສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ລືຊື່ຄື ໂນນຊາ, ນ້ຳຕົກຕາດ ຢາຍອ໊ຽນ ດ້ວຍຄວາມງາມຮົກເຮື້ອ, ອາກາດປອດໂປ່ງ, ສວນໝາກສະຕໍເບີຣີ ທີ່ງົດງາມ… ນອກຈາກນັ້ນ ແຂກທ່ອງທ່ຽວຍັງຈະໄດ້ຢ້ຽມຊົມງານບຸນປະເພດນີ, ໄດ້ຊີມບັນດາເຍື່ອງອາຫານພື້ນເມືອງ ໂດຍຊາວທ້ອງຖິ່ນປຸງແຕ່ງ

 

 

ການທ່ອງທ່ຽວຢູ່ ມົກເຈົາ ເປັນໜ້າປະທັບໃຈໃນຍາມລະດູຮ້ອນ  - ảnh 1 ເຂດທ່ອງທ່ຽວລະດັບຊາດມົກເຈົາ

ຈອມພູ ຟາລວງ ທີ່ໃຫຍ່ໂຕມະໂຫຖານ, ນ້ຳຕົກຕາດ ຢາຍອ໊ຽນ ທີ່ງົດງາມ ຫຼື ໂນນຊາຂຽວອຸ່ມທຸ່ມທີ່ກວ້າງໃຫຍ່, ຮ່ອມພູໝາກໝັ້ນພວມຢູ່ໃນຍາມສຸກ ພ້ອມກັບອາກາດປອດໂປ່ງເຢັນສະບາຍ ແລະ ຈິດໃຈຮັກແພງແຂກຄົນ ຂອງປະຊາຊົນບັນດາເຜົ່າຢູ່ ມົກເຈົາ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມແຫ່ງນີ້. ທ່ານ ເຈິ່ນຟອງຮວ່າງ ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

    “ຂ້າພະເຈົ້າເຫັນວ່າ ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ທີ່ນີ້ ມີຈິດໃຈຮັກແພງແຂກ. ຊຸດອາພອນປະຈຳເຜົ່າຂອງເຂົາເຈົ້າ ແມ່ນຫຼາຍຮູບ ຫຼາຍສີ ແລະ ອຸດົມສົມບູນ ອັນໄດ້ເພີ່ມຄວາມເປັນເອກະລັກສະເພາະໃຫ້ແກ່ ບັນດາເຜົ່າ ຢູ່ທາງທິດຕາເວັນຕົກພາກເໜືອຫວຽດນາມ”.

  ຊຸມປີມໍ່ໆມານີ້ ໝາກສະຕໍເບີຣີຢູ່ ມົກເຈົາ ໄດ້ຢັ້ງຢືນເຄື່ອງໝາຍໝາກໄມ້ສະອາດສຳລັບຜູ້ບໍລິໂພກ. ຮູບແບບຟາມດຳເນີນທຸລະກິດ ໝາກສະຕໍເບີຣີ ສົມທົບກັບການມາທ່ຽວຊົມ ແລະ ຊື້ໝາກສະຕໍເບີຮີ ຢູ່ໃນສວນ ພວມແມ່ນຮູບແບບທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ. ນາງ ຟານທິອ໊ຽນ ແຂກທ່ອງທ່ຽວມາຈາກແຂວງ ບັກນິງ ໃຫ້ຮູ້ວ່າ:

“ນີ້ເປັນຄັ້ງທຳອິດທີ່ນ້ອງ ໄດ້ມາຢ້ຽມຊົມສວນໝາກສະຕໍເບີຣີ, ມາແຫ່ງນີ້ນ້ອງກໍ່ຮູ້ສຶກປະຫຼາດໃຈ ຍ້ອນວິທີປູກໝາກສະຕໍເບີຣີ ຢູ່ທີ່ນີ້. ນີ້ແມ່ນສະຖານທີ່ທ່ອງທ່ຽວເປັນໜ້າຈັບໃຈ ແລະ ຖ້າຫາກມີໂອກາດໄດ້ກັບຄືນຢ້ຽມຢາມແຫ່ງນີ້ ນ້ອງຄົງຈະສືບຕໍ່ມານີ້”.

ດ້ວຍອາກາດປອດໂປ່ງເຢັນສະບາຍຕະຫຼອດປີ, ມົກເຈົາໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ເມື່ອລະດູຮ້ອນວຽນມາ. ຍ້ອນເຫດນີ້ເອງບັນດາສະຖານທີ່ພັກເຊົາ, ໂຮງແຮມ,  Homestay ຢູ່ ມົກເຈົາ ຈຶ່ງກັບຄືນສູ່ການເຄື່ອນໄຫວ ເພື່ອຕ້ອນຮັບແຂກ. ອ້າຍ ຈ໊າງອາຈູ ເຈົ້າຂອງ Homestay ອາຈູ ຢູ່ບ້ານ ຫົວຕາດ ຕາແສງ ຫຼອງລວງ ເມືອງ ເວິນໂຮ່ ແຂວງ ເຊີນລາ ໃຫ້ຮູ້ວ່າ:

“ແຂກທ່ອງທ່ຽວມານີ້ເຄີຍມາເປັນຄອບຄົວ ລວມມີແຕ່ 5 ຫາ 6 ຄົນ. ແຕ່ລະຄອບຄົວເຂົາເຈົ້າກໍ່ເຊົ່າເຮືອນຮ້ານຫຼັງໜຶ່ງ. ເມື່ອມີໂອກາດມາທ່ອງທ່ຽວເຊັ່ນນີ້, ທັງເຂດເຮືອນຮ້ານຂອງເຮົາກໍ່ມີແຂກທ່ອງທ່ຽວເກືອບ 15 ຫາ 20 ຄົນມາພັກເຊົາ”.

ເພື່ອສ້າງຄວາມແຕກຕ່າງ, ບັນດາສະຖານທີ່ພັກເຊົາ, ໂຮງແຮມ, Homestay ກໍ່ເອົາໃຈໃສຮັກສາ ເສີມຂະຫຍາຍບັນດາຈຸດວັດທະນະທຳພື້ນເມືອງ ຂອງຊາວທ້ອງຖິ່ນ ແລະ ໂຄສະນາໃຫ້ແກ່ແຂກທ່ອງທ່ຽວ. ນາງ ບຸ່ຍທິຮ່ຽນ ຢູ່ເຂດພັກຜ່ອນ ເວິນໂຮ່ ເອກກະໂລ ເມືອງ ເວິນໂຮ່ ແຂວງ ເຊີນລາ ໃຫ້ຮູ້ວ່າ:

“ນອກຈາກສິ່ງທີ່ເຮັດຕາມລັກສະນະທັນສະໄໝແລ້ວ, ພວກຂ້າພະເຈົ້າຍາມໃດກໍ່ເອົາໃຈໃສ່ເຖິງລັກສະນະປະເພດນີວັດທະນະທຳຊົນເຜົ່າ, ໃນຫ້ອງນອນ, ພວກຂ້າພະເຈົ້າກໍ່ໄດ້ປະດັບປະດາດ້ວຍຖົງພາຍ, ແຜ່ນແພພື້ນເມືອງ ເພື່ອໃຫ້ແຂກທ່ອງທ່ຽວຮູ້ສຶກວ່າ ມີຄວາມໃກ້ຊິດສະໜິດສະໜົມກັບພໍ່ແມ່ພີ່ນ້ອງບັນດາເຜົ່າ. ສຳລັບບັນດາເຍື່ອງອາຫານ, ຕົ້ນຕໍແມ່ນບັນດາເຍື່ອງອາຫານຂອງບັນດາເຜົ່າຄື ຜູ້ໄທ, ເມື່ອງ, ເຜົ່າມົ້ງ. ສຳລັບເຄື່ອງນຸ່ງພວກຂ້າພະເຈົ້າກໍ່ເຄີຍນຸ່ງຊຸດອາພອນປະຈຳເຜົ່າ ເພື່ອເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກໃກ້ຊິດສະໜິດສະໜົມ”. 

ພິເສດໃນຍາມຄ່ຳຄືນ, ແຂກທ່ອງທ່ຽວຈະໄດ້ຄົ້ນຫາ ແລະ ຮັບຊົມການສະແດງສິລະປະ ເຊິ່ງພົ້ນເດັ່ນຂຶ້ນແມ່ນລາຍການຟ້ອນສາບ ໂດຍບັນດານັກສິລະປິນເຜົ່າ ເມື່ອງ ສະແດງ. ວາດຟ້ອນນີ້ ກໍ່ສາມາດຟ້ອນໄດ້ງ່າຍ ແຕ່ພັດສ້າງຄວາມຟົດຟື້ນ ເປັນຂົວເຊື່ອມຕໍ່ລະຫວ່າງ ບັນດາເຜົ່າອ້າຍນ້ອງກັບແຂກທ່ອງທ່ຽວ. ອ້າຍ ເລຊວັນໂບະ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

 “ຂ້າພະເຈົ້າມີຄວາມເບີກບານໃຈ ເມື່ອຮອດຍາມຄ່ຳຄືນ. ຜ່ານນີ້ຂ້າພະເຈົ້າເຫັນວ່າການທ່ອງທ່ຽວຢູ່ທ້ອງຖິ່ນ ກໍ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາການທ່ອງທ່ຽວ ພິເສດຄືຢູ່ ມົກເຈົາ ກໍ່ມີບັນດາເຜົ່າ. ບັນດາການເຄື່ອນໄຫວຢູ່ທີ່ນີ້ ໄດ້ດຶງດູດໃຈພວກຂ້າພະເຈົ້າ”.

ການພັດທະນາການທ່ອງທ່ຽວຢູ່ ມົກເຈົາ ໄດ້ເປັນຂີດໝາຍການຟື້ນຕົວຢ່າງແຂງແຮງ ຂອງຂະແໜງທ່ອງທ່ຽວ ເຊີນລາ ເຊິ່ງໄດ້ໝັ້ນໝາຍກ່ຽວກັບໝາກຜົນທີ່ໜ້າຊື່ນຊົມ ກ່ຽວກັບການເຄື່ອນໄຫວທ່ອງທ່ຽວ ໃນປີໜຶ່ງໄດ້ຮັບການຕີລາຄາວ່າ ແມ່ນປະສົບຄວາມຫຍຸ້ງຍາກສຳລັບຫຼາຍຈຂະແໜງເສດຖະກິດອື່ນ. 

ຕອບກັບ

ຂ່າວ/ບົດ​ອື່ນ