ການທ່ອງທ່ຽວຢູ່ໂມກເຈົາມື້ໜຶ່ງ

ໂດຍ​ຂີ່​ລົດຜ່ານ​ໄລ​ຍະ​ທາງ​ເກືອບ 200 ກິ​ໂລ​ແມັດ ກໍ​ຈະ​ຮອດ ໂມ​ກ​ເຈົາ, ຢູ່​ແຫ່ງນີ້, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮູ້​ສຶກ​ເຖິງ​ອາ​ກາດ​ປອດ​ໂປ່ງ, ເຢັນ​ສະ​ບາຍ​ດ້ວຍ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ທ້ອງ​ຖິ່ນ. ການ​ທ່ອງ​ທ່ຽວຢູ່ ໂມ​ກ​ເຈົາ​ເປັນ​ເວ​ລາມື້​ໜຶ່ງ ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ.

         

                 

ການທ່ອງທ່ຽວຢູ່ໂມກເຈົາມື້ໜຶ່ງ - ảnh 1
​ທົ່ງ​ຜັກ​ກາດ​ຂາວຢຸ່​ມົກ​ເຈົາ​ພວມບານ​ສະ​ພັ່ງ​ເອ້​ຄວາມ​ງາມ

       ຕອນ​ເຊົ້າ​ຢູ່ ໂມ​ກ​ເຈົາ, ອາ​ກາດ​ເຢັນ​ສະ​ບາຍ ແລະ ສະ​ຫງົບ​ງຽບ. ແຂກ​ທ່ອງ​ທ່ຽວ​ເມື່ອ​ຕື່ນນອນ​ໃນ​ຫ້ອງພັກ Bunalow container ຂອງ​ເຂດ​ຊີ​ວະ​ພາບ ໂມ​ກ​ເຈົາ Arena Villege, ຈະ​ມີ​ໂນນ​ຊາ​ຂຽວ​ອຸ່​ມ​ທຸ່ມ​ປະ​ກົດ​ຂຶ້ນ​ໃນ​ສາຍ​ຕາ. ຊາ​ຖືກ​ປູກ​ເປັນ​ແຖວ​ທີ່​ງາມ​ຕາ. ເມື​່ອຫຼຽວ​ເບິ່ງ​ຈາກ​ທາງ​ໄກ, ບັນ​ດາ​​ຫ້ອງພັກ Bunalow container ນອນ​ຕ່າງ​ຫາກ​ໃນ​ທ່າມ​ກາງ​ໂນນ​ຊາ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ, ທາງ​ເທິ່ງ​ແມ່ນ​ທ້ອງ​ຟ້າ​ແຈ່ມ​ໃສ ແລະ ທາງ​ລຸ່ມ​ມີ​ແຕ່​ຊາ​ຂຽວ​ອຸ່ມ​ທຸ່ມເທົ່າ​ນັ້ນ. ຢູ່​ສະ​ຖານ​ທີ່​ແຫ່ງນີ້, ແຂກ​ທ່ອງ​ທ່ຽວ​ຮູ້​ສຶກ​ໄດ້​​ເຖິງຄວາມກົມກ່ຽວ, ສະ​ໜິດ​ຕິດ​ພັນ​ກັບ​ທຳ​ມະ​ຊາດ, ທັງ​ນີ້​ກໍ​ເປັນ​ການບັນ​ເທົາຄວາມ​ອິດ​ເມື່ອຍ​ພາຍຫຼັງ​ເຮັດ​ວຽກມາ​ເປັນ​ໄລ​ຍະ​ໜຶ່ງ. ເມື່ອ​ໄດ້​ພັກ​ຜ່ອນ​ຢ່ອນ​ອາ​ລົ​ມ​ໃນຫ້ອງພັກ​ໃນ​ທ່າມ​ກາງ​ທັດ​ສະ​ນີຍະ​ພາບເຊັ່ນ​ນີ້, ເບິ່ງ​ຄື​ວ່າ ແຂກ​ທ່ອງ​ທ່​ຽວ​ທັງຫຼາຍຈະ​ມີ​ພະ​ລັງ​ແຮງ​ຕື່ມ​ອີກ. ​ນາງ​ຝ້າມ​ແມງ​ເຕີມ ນັກ​ທ່ອງ​ທ່ຽວ​ຜູ້​ໜຶ່ງ​ໃຫ້​ຮູ້​ວ່າ:

    “ ເຮົາ​ມັກ​ທີ່​ສຸດ ແມ່ນ​ຍາມ​ຕອນ​ເຊົ້າ, ຍ້ອນອາ​ກາດປອດ​ໂປ່ງ. ໄດ້ພັກ​ໃນ​ຫ້ອງ​ທີ່​ມີ​ເຄື່ອງ​ປັບ​ອາ​ກາດ​ເຊັ່ນ​ດຽວ​ກັນ, ແຕ່​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ອາ​ກາດ​ແມ່ນ​ແຕກ​ຕ່າງ​ກັບ​ຢູ່​ເຂດ​ຕົວ​ເມືອງ. ​ຢູ່​ແຫ່ງນີ້, ຂ້າ​ພະ​ເຈົ້ານອ​ນລັບດີ, ຮູ້​ສຶກ​ແຂງ​ແຮງ ແລະ ຢາກ​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ. ໃນ​ເວ​ລ​າ​ພັກ​ຜ່ອນ​ຢູ່​ແຫ່ງນີ້, ແຂກ​ທ່ອງ​ທ່ຽວ​ຍັງ​ຈະ​ລົງ​ຕົວ​ຈິງ​ເພື່ອ​ເດັດ​ຊາ​ ນຳ​ເອົາ​ເມືອ​ຊົງ​​ດື່ມ​ອີກ​ດ້ວຍ ”

     ຈາກ​ໂນ​ນທີ່​ງຽບ​ສະ​ຫງັດ, ເດີນ​ຜ່ານ​ເຂດ​ປ່າ​ຂຽວ​ອຸ່ມ​ທຸ່ມ, ແຂກ​ທ່ອງ​ທ່ຽວ​ກໍ​ໄປ​ຮອດ​ບ້ານ​ອ້າງ ທີ່​ຂຶ້ນ​ກັບ​ຕາ​ແສງ ດ​ົງຊາງ, ເມືອງ ໂມ​ກ​ເຈົາ, ແຫ່ງ​ທີ່​ມີ​ປ່າ​ແປກ​ທີ່​ພວມ​ທອດ​ເງົາ​ລົງ​ໜ້າ​ນ້ຳໃນ​ໜອງ​ໃຫຍ່​ທີ່​ເປັນ​ໜ້າ​ຈັບ​ໃຈ. ແຂກ​ທ່ອງ​ທ່ຽວຈະ​ໄດ້​ຍ່າງ​ຊົມ​ທິວ​ທັດ​ແຄມ​ໜອງ ແລະ ຄົ້ນ​ຫາ​ໃນ​ປ່າ​ແປກ​ທີ່ກວ້າງ​ໃຫຍ່​ໄພ​ສານ. ຄວາມ​ຮົກ​ເຮື້ອຂອງ​ທຳ​ມະ​ຊາດ​ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ, ພິ​ເສດ​ ສຳ​ລັບ​ແຂກ​ທ່ອງ​ທ່ຽວມັກ​ຖ່າຍ​ຮູບນັ້ນ, ທິວ​ທັດ​ທຳ​ມະ​ຊາ​ດ​ຂອງ​ປ່າ​ແປກ​ໃນ​ບ້ານ​ອ້າງ​ຈະ​ແມ່ນ​ສະ​ຖານ​ທີ່​ດູ​ດດື່ມ​ອີຫຼີ.

     ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ອີກ​ອັນ​ໜຶ່ງ​ໃນ​ບ້ານ​ອ້າງ ແມ່ນ​ບັນ​ດາ​ການ​ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຫ່ງນີ້. ບັນ​ດາ​ເຮືອນ​ຮ້ານ​ທີ່​ຊ້ອນ​ຕົວ​ກ້ອງ​ຮົ່ມ​ເຢັນຂອງ​ຕົ້ນ​ແປກ ກໍ​ແມ່ນ​ຈຸດ​ທີ່​ໂດດ​ເດັ່ນ​​ທາງ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກ​ຳ​ຂອງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ນີ້. ຢູ່​ແຫ່ງນີ້, ແຂກ​ທ່ອງ​ທ່ຽວ​ຈະ​ເຫັນ​ປະ​ຈັກ​ຕາ​ການ​ດຳ​ເນີນ​ຊີ​ວິດ​ປະ​ຈຳ​ວັນ, ບັນ​ດາ​ງານ​ບຸນ​ອັນ​ເປັນ​ປະ​ເພ​ນີຫຼື​ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມ​ືອງ​ຂອງ​ຊາວ​ເຜົ່າ​ຜູ້​ໄທ ແລະ ຊາວ​ເຜົ່າ​ມົ້ງ​ດຳ​ລົງ​ຊີ​ວິດ​ຢູ່ນີ້. ນາງ ວູ້​ມາຍ​ແຄງ ສັງ​ກັດ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ​ສາ​ກົນ ແຄ້ງ​ຊິງ ໃຫ້​ຮູ້​ວ່າ : 

   “ ສຳ​ລັບ​ສະ​ຖານ​ທີ່ ໂມ​ກ​ເຈົາ, ບໍ​ລິ​ສັດ​ພວກ​ຂ້າ​ພະ​ເຈົ້າ ມຸ່ງ​ໄປ​ສູ່​ການ​ສົມ​ທົບ​ລາຍ​ການ​ພັກ​ຜ່ອນ​ຢ່ອນ​ອາ​ລົມ​ຢູ່​ເຂດ​ທິວ​ທັດ​ທຳ​ມະ​ຊາດ​ພ້ອມ​ກັບ​ການ​ໄປ​ຄົ້ນ​ຫາ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​​ພໍ່​ແມ່ປະ​ຊາ​ຊົນ​ຢູ່ໂມ​ກ​ເຈົາ, ຈຸດ​ທີ່​ເປັນ​ເ​ອກະ​ລັກ​ສະ​ເພາະຂອງຊາວ​ເຜົ່າ​ຜູ້​ໄທ ແລະ ຊາວ​ເຜົ່າ​ມົ້ງ, ແຂກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ຈິດ​ໃຈ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ທ້ອງ​ຖິ່ນ ພ້ອມ​ທັງ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່ ໂມ​ກ​ເຈົາ​ອີກ​ດ້ວຍ. ນອກ​ຈາກນັ້ນ, ແຂກ​ທ່ອງ​ທ່ຽວຈະ​ໄດ້​ຮັບ​ຟັງ​ສຽງ​ຂັບ​ຮ້ອງ, ຮັບ​ຊົມ​ວາດ​ຟ້ອນ​ຂອງ​ຊາວ​ເຜົ່າ​ມົ້ງ, ຟ້ອນ​ແຊ​ຂອງຊາວ​ເຜົ່າ​ຜູ້​ໄທ, ການ​ເຕັ້ນ​ສາກ​ຂອງ​ພໍ່​ແມ່​ພີ​ນ້ອງ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດ​ນາມ ”

    ໂມ​ກ​ເຈົາໃນ​ຍາມ​ຕອນ​ບ່າຍ ກໍ​ງາມ​ເຊັ່ນ​ກັນ​, ບັນ​ດາ​ທົ່ງ​ຜັກ​ກາດ​ຂາວບານ​ສະ​ພັ່ງ​ເອ້​ຄວາມ​ງາມ. ແຂກ​ທ່ອງ​ທ່ຽວ​ຈະ​ລົງ​ໄປ​ຢ້ຽ​ມ​ຢາມ​ເຂດ​ຟາມ​ລ້ຽງ​ງົວ​ຂອງ​ຊາວ ໂມ​ກ​ເຈົາ ແລະ ໂຮງ​ງານ​ປຸງ​ແຕ່ງ​ນ້ຳ​ນົມ ໂມ​ກ​ເຈົາ, ຢູ່​ບ່ອນນີ້, ແຂກ​ທ່ອງ​ທ່ຽວຈະ​ໄດ້​ໃຫ້​ງົວ​ກິນ ແລະ ບີບ​ນ້ຳ​ນົມ​ງົວ, ທັງ​ນີ້​ກໍ​ຊ່ວຍ​ໃຫ້ ແຂກ​ທ່ອງ​ທ່ຽວ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ດາ​ຂັ້ນ​ຕອນ​ຈາກ​ລ້ຽງ​ງົວ​ຕະຫຼອດ​ຮອ​ດ​ການ​ຜະ​ລິດ​ນ້ຳ​ນົມ​ງົວ. ທ່ານ​ນາງ ຟຸ່ງ​ລິວ​ລີ ຮອງ​ຫົວ​ໜ້າ​ຂະ​ແໜງວັດ​ທະ​ນະ​ທຳ​ເມືອງ ໂມ​ກ​ເຈົາ ໃຫ້​ຮູ້​ວ່າ :

    “ ລາຍ​ການ​ທ່ອງ​ທ່ຽວ ໂມ​ກ​ເຈົາ ຈະ​ມຸ່ງ​ໄປ​ສູ່​ຜະ​ລິດ​ຕະ​ພັນ​ກະ​ສີ​ກຳ, ຍົກ​ຕົວ​ຢ່າງ​ຄື : ເຂົ້າ​ໜົມ​ນ້ຳ​ນົມ, ຊາ, ນອກ​ຈາກນັ້ນ​ກໍ​ມີ​ໝາກ​ໄມ້, ຜັກ​ສະ​ອາດ. ໃນ​ປີນີ້ ກໍ​ມີ​ລາຍ​ການ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ເຂດ​ປູກ​ໝາກ​ໝັ້ນ ເພື່ອ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຢູ່​ທ້ອງ​ຖິ່ນ. ”

        ຍາມ​ຕອນ​ຄ່ຳ​ຢູ່ ໂມ​ກ​ເຈົາ, ອາ​ກາດ​ກັບ​ຄືນ​ສູ່​ຄວາມ​ໜາວ, ມີ​ນ້ຳ​ໝອກກີ້ວ​ປົກ​ຄຸມ​ໄປ​ທົ່ວ​ເຂດ. ນິີ້​ກໍ​ແມ່ນ​ເວ​ລາ​ທີ່ ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຂົ້າຮ່ວມບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທຳ, ສະ​ແດງ​ສິ​ລະ​ປະ​ຂອງຊາວ​ເຜົ່າ​ຜູ້​ໄທ ແລະ ຊາວ​ເຜົ່າ​ມົ້ງໃນ​ເຮືອນ​ຮ້ານ​ທີ່​ລຽບ​ລ່າຍ ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ. ກ່ອນ​ທີ່​ຈະ​ສິ້ນ​ສຸດ​ການ​ເດີນ​ທາງ​ຄົ້ນ​ຫາ​ທີ່​ເປັນ​ໜ້າ​ຈັບ​ໃຈ, ແຂກ​ທ່ອງ​ທ່ຽວຈະ​ຊົມ​ໃຊ້​ການ​ບໍ​ລິ​ການ​ຢ່ອນ​ອາ​ລົມຂອງທ້ອງ​ຖິ່ນ​ເຊັ່ນ : ອາບ​ນ້ຳ​ຊາ, ອາບ​ນ້ຳ​ນົມ…  

     ການ​ທ່ອງ​ທ່ຽວຢູ່ໂມ​ກ​ເຈົາ​ມື້​ໜຶ່ງ ກໍ​ແມ່ນ​ການ​ຄົ້ນ​ຫາ, ຊອກ​ຮູ້​ຕົວ​ຈິງ​ທີ່​ເປັນ​ໜ້າ​ຈັບ​ອົກ​ຈັບ​ໃຈ. ແຂກ​ທ່ອງ​ທ່ຽວຈະ​ມີ​ຄວາມ​ປະ​ທັບ​ໃຈ ແລະ ຍາກ​ຈະ​ລືມ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ