ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງໃນຊີວິດຂອງວົງຄະນາຍາດ

 (vovworld) - ການ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮູ່ງ​ໃນ​ມື້ນີ້ ບໍ່​ພຽງ​ແຕ່​ດຳ​ເນີນ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວິ​ຫານ​ຮຸ່ງ ຢູ່​​ແຂວງຟູ໋​ທໍ້ ເທົ່າ​ນັ້ນ, ຫາກ​ຍັງດຳ​ເນີນ​ຢູ່​ທົ່ວ​ທຸກ​ແຫ່ງ​​ທັງ​ຢູ່​ພາຍໃນ​ ແລະ ຕ່າງ​ປະ​ເທດ. ການ​ເຫຼື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​​ ບໍ່​ພຽງ​ແຕ່​ມີ​ຢູ່​ເຂດ​ດິນ​​ແດນແຫ່ງ​ບັນ​ພະ​ບຸ​ລຸດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຢູ່​ໃນ​​ຈິດວີນ​ຍານ​ຂອງ​ຊາວ​ຫວຽດ​ນາມ​ ທຸກ​ຄົນ​ອີກ​ດ້ວຍ. ໃນ​ບົດ​ສາ​ລະ​ຄະ​ດີ​ “ການ​ເຫຼື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ໃນ​ຊີ​ວິດຂອງວົງ​ຄະ​ນາ​ຍາດ” ນັກ​ຂ່າວ ແອງ​ເຟືອງ ຈະ​ສ່ອງ​ແສງ​ສິ່ງ​ດັ່ງ​ກ່າວ, ເຊີນ​ທ່ານ​ຮັບ​ຟັງ.

ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງໃນຊີວິດຂອງວົງຄະນາຍາດ - ảnh 1

ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ

(ພາບ: baomoi.com)

        ໃນ​ໂອ​ກາດ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ ປີນີ້, ຄອບ​ຄົວ​ຂອງ​ປ້າ ຫງວຽນ​ທິ​ໂຫ້ຍ, ເຊິ່ງ​ແມ່ນ​ຄອບ​ຄົວ​ທີ່ມີ​ຊື່​ສຽງດ້ວຍ​ການເຮັດ​​ເຂົ້າ​ຕົ້ມ (​ຫໍ່​ເປັນ​ຮູບ​ກົມ​ຍາວ) ​ແຊບກວ່າ​ໝູ່​​​ຢູ່​ເທດ​ສະ​ບານ​​ເດິ​ດດໍ (ດິນ​ແດງ), ເມືອງ​ເດິ​ດດໍ, ແຂວງ​ບ່າ​ເຮ້ຍ-​ວຸ້ງ​ເຕົ່າ, ໄດ້​ຮັບ​ໜ້າ​ທີ່​ເຮັດ​ເຂົ້າ​ຕົ້ມ 500 ໜ່ວຍ ເພື່ອເປັນ​ເຄື່ອງ​ຂອງ​​ຖະ​ຫວາຍບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ. ນັບ​ແຕ່​ຕົ້ນ​ເດືອນ 4 , ປ້າ ຫງວຽນ​ທິ​ໂຫ້ຍ ພ້ອມ​ກັບ​ຄອບ​ຄົວ​ໄດ້​ສັ່ງຊື້ເຂົ້າ​ໜຽວກວ່າ 200 ກິ​ໂລກຼາມ, ຖົ່ວ​ຂຽວ 50 ກິ​ໂລກຼາມ, ຖົ່ວ​ດຳ 50 ກິ​ໂລກຼາມ, ໃບ​ຕອງ 100 ກິ​ໂລກຼາມ ເພື່ອ​ກະ​ກຽມ​ຮອດ​ຕອນ​ເຊົ້າວັນ​ທີ 15/4 (ວັນ​ທີ 6/3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ປ້າ ໂຫ້ຍ ຈະ​ພ້ອມ​ກັບ​ຜູ້​ອື່ນ 5 ຄົນພ້ອມ​ກັນ​ຫໍ່​ເຂົ້າ​ຕົ້ມ (ເຂົ້າ​ໜຽວປົນຖົ່ວ​ດຳ) 250 ໜ່ວຍ ແລະ (ເຂົ້າ​ໜຽວໃນຖົ່ວ​ຂຽວ) 250 ໜ່ວຍ. ເພື່ອ​ໃຫ້​ເຂົ້າ​ຕົ້ມ​ສຸກໜຽວ ຕ້ອງ​ຄິດ​ໄລ່​ເວ​ລາ​ຕົ້ມ​​ເຂົ້າ​ຕົ້ມ​ແຕ່​ລະ​ປະ​ເພດ​ຢ່າງ​ລະ​ອຽດ, ສຳ​ລັບ​ເຂົ້າ​ຕົ້ມ (ໃນຖົ່ວ​ຂຽວ) ຕ້ອງ​ຕົ້ມ​ໃນ​ເວ​ລາ 7 ​ຊົ່ວໂມງ, ​ສ່ວນ​ເຂົ້າ​​ຕົ້ມ (​ເຂົ້າໜຽວປົນຖົ່ວ​​ດຳ) ຕ້ອງ​ຕົ້ມ​ໃນ​ຕະຫຼອດ​ເວ​ລາ 8 ຊົ່ວ​ໂມງ. ປ້າ ຫງວຽນ​ທິ​ໂຫ້ຍ, ຖື​ວ່າໄດ້​​ຕົ້ມເຂົ້າ​ຕົ້ມເພື່ອ​ຖະ​ຫວາຍ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ລູກຫຼານ​ສະ​ແດງ​ຄວາມ​ນັບ​ຖື​ຕໍ່​ບັນ​ພະ​ບຸ​ລຸດ:

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ກຽດ​ເມື່ອ​ໄດ້​ຮັບ​ໜ້າ​ທີ່​ຫໍ່​ເຂົ້າ​ຕົ້ມເພື່ອ​ຖະ​ຫວາຍ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ. ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ຈະ​ເຮັດຫຼ້ອນ​ໜ້າ​ທີ່ຂອງ​ຕົນ ເພື່ອ​ບ້ານ​ເກີດ​ເມືອງນອນ. ມື້ນີ້​ກະ​ກຽມ​ເຂົ້າ​ໜຽວ, ໝາກ​ຖົ່ວ​ຂຽວ, ໝາກ​ຖົ່ວ​ດຳ, ໃບ​ຕອງ​ສຳ​ເລັດ​ແລ້ວ, ​ພຽງ​ແຕ່ຖ້າ​ຮອດມື້​ໃກ້​ຈະ​ຮອດ​ພິ​ທີ​ຈະ​ຫໍ່”.

ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງໃນຊີວິດຂອງວົງຄະນາຍາດ - ảnh 2

ຫໍ່​ເຂົ້າ​​ຕົ້ມ (​ເປັນ​ຮູບ​ກົມ​ຍາວ)

(ພາບ: tamhoc.com)

        ມື້ນີ້, ​ຄະ​ນະ​ຜູ້​ແທນ​ແຂວງ​ບ່າ​ເຮ້ຍ​-ວຸ້ງ​ເຕົ່າ ໄດ້​ນຳ​ເອົາ​ເຂົ້າ​ຕົ້ມໂດຍ​ຄອບ​ຄົວ​ປ້າ ຫງວຽນ​ທິ​ໂຫ້ຍ ຢູ່ ເດິດ​ດໍ ຕົ້ມ ໄປ​ພູ​ເຫງ້ຍ​ລິ້ງ, ​ແຂວງຟູ໋​ທໍ້ ເພື່ອ​ຖະ​ຫວາຍ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ. ພ້ອມ​ກັບ​ເຂົ້າ​ຕົ້ມ​ຂອງ​ບ່າ​ເຮ້ຍ-​ວຸ້ງ​ເຕົ່າ​ ແລ້ວ, ຍັງ​ມີ​ເຄື່ອງ​ຂອງ​ບູ​ຊາ​ທີ່​ມາ​ຈາກ​ສາມ​ພາກ​ຂອງ​ປະ​ເທດ​ຄື​: ​ແຂວງ​ລ້າງ​ເຊີນ, ຮ່າ​ນາມ, ແທງ​ຮ໋​ວາ, ຮ່າ​ຕິ້ງ, ດັກ​ລັກ, ບິ່ນ​ດິ້ນ ແລະ ດົ່ງ​ນາຍ ​ຖືກ​ນຳ​ໄປ​ຖະ​ຫວາຍ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ເຊັ່ນ​ກັນ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນ​ຄູນ​ຂອງ​ຊາວ​ຫວຽດ​ນາມ ​ທີ່​ມີ​ຕໍ່​ບັນ​ພະ​ບຸ​ລຸດ. ພາຍຫຼັງ​ພິ​ທີ​ຖະ​ຫວາຍ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ ຢູ່​ວິ​ຫານ​ເທື້ອງ ແລ້ວ, ປະ​ຊາ​ຊົນ​ຟູ໋​ທໍ້ ແລະ ແຂກ​ທີ່​ມາ​ຈາກ​ທຸກ​ສາ​ລະ​ທິດ​ຍັງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ຈາ​ລຶກ​ບຸນ​ຄູນ​ຂອງ​ເຈົ້າ​ຊີ​ວິດ​ຮຸ່ງ ໃນ​ວັນ​ໄຫວ້​ບູ​ຊາ​ບັນ​ພະ​ບຸ​ລຸດອີກ.

        ໃນ​ຂະ​ນະ​ທີ່​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ ພວມ​ດຳ​ເນີນ​ຢູ່​ແຂວງ​ຟູ໋​ທໍ້ ນັ້ນ, ຢູ່​ແຫຼມ​ກ່າ​ເມົາ, ໃນ​ວິ​ຫານ​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ຢູ່​ບ້ານ​ຢາວ​ເຂົາ, ຕາ​ແສງ​ເຕິນ​ຟູ໋, ເມືອງ​ຟູ໋​ເຕິນ ກໍ່​ດຳ​ເນີນ​ພິ​ທີ​ໄຫວ້​ບູ​ຊາ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນ​ຄູນ​ຂອງ​ປະ​ຊາ​ຊົນ​ໃນ​ແຫຼມ​ກ່າ​ເມົາ​ ທີ່​ມີ​ຕໍ່​ບັນ​ພະ​ບຸ​ລຸດ​ຂອງ​ປະ​ເທດ​ຊາດ. ສຳ​ລັບ​ບັນ​ດາ​ທ້ອງ​ຖີ່ນ​ບໍ່​ມີ​ວິ​ຫານ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ​ຄື​ຢູ່​ເກິ່ນ​ເທີ, ປະ​ຊາ​ຊົນ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖີ່ນກໍ່​ໄດ້​ຕັ້ງແທ່ນ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ເຖິງວ່າ​ຈະ​ຢູ່​ແຂວງ​ເກິ່ນ​ເທີ ກໍ່​ຕາມ, ແຕ່​ຈິດ​ວີນ​ຍານ​ພັດ​ມຸງ​ໄປ​ສູ່​ດິນ​ແດນ​ແຫ່​ງ​ບັນ​ພະ​ບຸ​ລຸດ, ການ​ເຄື່ອນ​ໄຫວນີ້​ບໍ່​ພຽງ​ແຕ່​ຈັດ​ຂຶ້ນ​ໃນ​ເທື່ອດຽວ​ເທົ່າ​ນັ້ນ, ຫາກ​ຖືກ​ຈັດ​ຂຶ້ນ​ມາຫຼາຍ​ປີ​ແລ້ວ.

        ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ເດັດ​ຂາດ​ຕໍ່​ບັນ​ພະ​ບຸ​ລຸດ​ຂອງ​ປະ​ເທດ, ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນມາ​ຮອດ​ປະ​ຈຸ​ບັນ, ອຳ​ນາດ​ການ​ປົກ​ຄອງທ້ອງ​ຖີ່ນ​ຕ່າງໆ ​ແຕ່​ພາກ​ເໜືອ​ຕະຫຼອດ​ຮອດ​ພາກ​ໃຕ້ ຄື​ຫາຍ​ຝ່ອງ, ບັກ​ນິງ, ເງ້​ອານ, ເທື່ອ​ທຽນ​ເຫວ໋, ເລິມ​ດົ່ງ, ບິ່ງ​ເຟືອກ, ແຄ໋ງ​ຮ່າວ, ດົ່ງ​ນາຍ, ນະ​ຄອນ​ໂຮ່​ຈີ​ມິນ….ແລະ ຊາວ​ຫວຽດ​ນາມ ໄດ້​ປະ​ກອບ​ເງິນ​ຄຳ, ທີ່​ດິນ ເພື່ອ​ກໍ່​ສ້າງວິ​ຫານ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ເກືອບ 1500 ແຫ່ງ ເພື່ອ​ເປັນ​ແຫ່ງ​ໄຫວ້​ບູ​ຊາ ແລະ ຈັດ​ຕັ້ງ​ພິ​ທີ ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ, ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ກໍ່​ສ້າງ​ປະ​ເທດ. ທ່ານ ຟ້າມ​ບ໋າ​ຄຽມ, ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ​ທ່ອງ​ທ່ຽວ​ແຂວງ​ຟູ໋​ທໍ້, ໃຫ້​ຮູ້​ວ່າ:

        “ການ​ເຫຼື້ອ​ມ​ໄສ​ໃຫວ້ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ບໍ່​​ແມ່ນພຽງ​ແຕ່​ດຳ​ເນີນຢູ່​ວິ​ຫານ​ຮຸ່ງ​ເທົ່າ​ນັ້ນ, ຫາກ​​ຍັງ​ດຳ​ເນີນ​ຢູ່​ທົ່ວ​ແຂວງ ກໍ່​ຄື​ທົ່ວ​ປະ​ເທດ. ສະ​ເພາະ​ແຂວງຟູ່​ທໍ້ ມີ​ເຖິງ 326 ແຫ່ງ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ບັນ​ດາ​ບຸກ​ຄົນ​ທີ່​ເດັ່ນ​ໃນ​ສະ​ໄໝ​ເຈົ້າ​ຊີ​ວິດ​ຮຸ່ງ”.

ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງໃນຊີວິດຂອງວົງຄະນາຍາດ - ảnh 3

(ພາບ: baomoi.com)

        ໜຶ່ງ​ໃນ​ບັນ​ດາ​ວິ​ຫານ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ ​ຫ່າງໄກ​ທີ່​ສຸດ​ຂອງ​ຊາວ​ຫວຽດ​ນາມ ແມ່ນ​ວິ​ຫານ​ຢູ່​ນະ​ຄອນ San Jose, ລັດ Califonia, ປະ​ເທດ​ອາ​ເມ​ລິ​ກາ. ຜູ້​ກໍ່​ສ້າງວິ​ຫານນີ້​ແມ່ນ​ທ່ານ ຫງວຽນ​ແທງ​ລຽມ, ທ່ານ​ໄດ້​ໃຊ້​ເງິນ​ຕົວ​ເອງ​ເພື່ອ​ຊື້​ທີ່​ດິນ, ສ້າງວິ​ຫານ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ອັນ​ໄດ້​ດຶງ​ດູດ​ຜູ້​ມີສັນ​ຊາດ​ຫວຽດ​ນາມ 1000 ກວ່າ​ຄົນ​ເຂົ້າ​ຮ່ວມ. ໃນ​ພິ​ທີ​ໄຫວ້​ບູ​ຊາ​ບັນ​ພະ​ບຸ​ລຸດ​ຂອງ​ປະ​ເທດ​ປີນີ້, ມີຫຼາຍ​ຄົນ​ຄື​ທ່ານ ຫງວຽນ​ແທງ​ລຽມ ໄດ້​ດຳ​ເນີນ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ຢູ່​ວິ​ຫານ​ທີ່​ຫ່າງໄກ​ຈາກ​ບ້ານ​ເກີດ​ເມືອງນອນ, ໃນ​ຂະ​ນະ​ນັ້ນ, ມີ​ຊາວ​ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດຫຼາຍ​ຄົນ​ໄດ້​ກັບ​ເມືອ​ດິນ​ແດນ​ແຫ່ງ​ບັນ​ພະ​ບຸ​ລຸດ ຟູ໋​ທໍ້ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ. ທ່ານ ເລ​ວັນ​ງວຽນ, ຜູ້​ດຳ​ລົງ​ຊີ​ວິດ​ຢູ່ San Jose ມາ​ເປັນ​ເວ​ລາ 40 ກວ່າ​ປີ​ແລ້ວ, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈທີ່​ເປັນ​ຄົນ​ຫວຽດ​ນາມ, ແມ່ນ​ລູກຫຼານ​ຂອງ​ເຈົ້າ​ແມ່​ ເອົາ​ເກີ ​ແລະ ​ເຈົ້າ​ຊີ​ວິດ​ຮຸ່ງ. ພວກ​ຂ້າ​ພະ​ເຈົ້າ​ກັບ​ເມືອ​ປະ​ເທດ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ໄຫວ້​ບູ​ຊາ. ເຖິງວ່າ​ຈະ​ຢູ່​​ຫ່າງໄກຈາກ​ບ້ານເກີດ​ເມືອງນອນ​ກໍ່​ຕາມ, ແຕ່​ຍາມ​ໃດ​ຈິດ​ໃຈ​ກໍ່​ອ່​ວາຍ​ເມືອ​ຫາ​ປະ​ເທດ​ຊາດ”.

        ເລື່ອງ​ລາວ​ກ່ຽວ​ກັບ​ບັນ​ດາ​ວິ​ຫານ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງນອນ ແລະ ປະ​ເພ​ນີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ໃນ​ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຈະ​ເປັນ​ການ​ຕິດ​ພັນຊາວ​ຫວຽດ​ນາມ​ ທຸກ​ຄົນ​​ ຜ່ານການ​ເຄື່ອນ​ໄຫວ​ສິນ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດນັ້ນ​ແມ່ນ​ກິນ​ເຂົ້າ​ຄິດ​ຮອດ​ຄູນ​ນາ, ກິນ​ປາ​ຄິດ​ຮອດ​ຄູນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ