ກາວບັ່ງ - ດິນແດນແຫ່ງປະຕິວັດ ຫວຽດນາມ

(VOVWORLD) -ກາວບັ່ງ ແມ່ນບ້ານເກີດເມືອງນອນແຫ່ງປະຕິວັດ ປູຊະນີຍະສະຖານແຕ່ລະແຫ່ງຢູ່ທີ່ນີ້ ກໍ່ລ້ວນແຕ່ຕິດພັນກັບແຕ່ລະໄລຍະປະຫວັດສາດ ຂອງການປະຕິວັດ ກາວບັ່ງ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ດິນແດນແຫ່ງນີ້ ຕິດພັນກັບຊື່ສຽງຂອງປະທານ ໂຮ່ຈີມິນ ແລະ ພົນເອກ ຫວໍງວຽນຢາບ ດ້ວຍບັນດາສະຖານທີ່ປະຫວັດສາດ ທີ່ບໍ່ອາດຫຼົງລືມໄດ້ຄື ຖ້ຳກົກບໍ໊, ປ່າເຈິ່ນຮຶງດ້າວ ພູບ໊າວດົງ...
ກາວບັ່ງ - ດິນແດນແຫ່ງປະຕິວັດ ຫວຽດນາມ - ảnh 1ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ປາກບໍ່

  ກາວບັ່ງ ແມ່ນດິນແດນທີ່ເຕັມໄປດ້ວຍມູນເຊື້ອປະຫວັດສາດ ວັດທະນະທຳ ຕາມການສະຖີຕິແລ້ວ ມີປູຊະນີຍະສະຖານ 214 ແຫ່ງ ໃນນັ້ນມີ 3 ແຫ່ງ ຖືກຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ນັ້ນແມ່ນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ປາກບໍ່, ປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ, ປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ສະຖານທີ່ໄຊຊະນະຊາຍແດນປີ 1950.

     ໃນການເດີນທາງຢ້ຽມຢາມ ບັນດາສະຖານທີ່ປະຕິວັດຢູ່ແຂວງ ກາວບັ່ງ, ເຂດປູຊະນີຍະສະຖານລະດັບຊາດພິເສດ ປາກບໍ່ ນອນຢູ່ບໍລິເວນຕາແສງ ເຈື່ອງຮ່າ ເມືອງ ຮ່າກວ໋າງ ແຂວງ ກ່າວບັ່ງ  ຈະແມ່ນຈຸດແວ່ທຳອິດທີ່ແຂກທ່ອງທ່ຽວມາຢ້ຽມຢາມ. ຫ່າງຈາກນະຄອນ ກາວບັ່ງ 52 ກິໂລແມັດ ໄປທາງທິດເໜືອ ປາກບໍ່ ແມ່ນແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ກ້າວບາດຕີນທຳອິດເມື່ອກັບຄືນປະເທດຊາດ ເມື່ອປີ 1942 ພາຍຫຼັງຢູ່ພ່ຳນັກຊອກຫາເສັ້ນທາງກູ້ຊາດຢູ່ຕ່າງປະເທດເປັນເວລາ 30 ປີ. ມາແຫ່ງນີ້ແຂກທ່ອງທ່ຽວ ບໍ່ພຽງແຕ່ມີໂອກາດໄດ້ຊອກຮູ້ໄລຍະໜຶ່ງທີ່ສຳຄັນ ໃນຊີວິດການເຄື່ອນໄຫວຂອງປະທານ ໂຮ່ຈີມິນ ແລະ ການປະຕິວັດ ຫວຽດນາມ ເທົ່ານັ້ນ ຫາກຍັງມີໂອກາດໄດ້ຢ້ຽມຊົມທິວທັດທຳມະຊາດທີ່ງົດງາມອີກດ້ວຍ. ຫ້ວຍ ເລນິນ ດ້ວຍນ້ຳໃສເຢັນຄື່ດັ່ງແຖບຜ້າໄໝຄົດງໍຢູ່ຕີນພູ ກາກມາກ ທີ່ໃຫຍ່ໂຕມະໂຫຖານ ແລະ ເລີ່ມໄຫຼມາຈາກ ປາກບໍ່. ເຂດປູຊະນີຍະສະຖານ ປາກບໍ່ ແມ່ນໄດ້ຮັບການຮັບຮອງແມ່ນເຂດປູຊະນີຍະສະຖານລະດັບຊາດພິເສດຈາກລັດ ເມື່ອວັນທີ 10 ພຶດສະພາ ປີ 2012. ນາງ ເບ໊ທິມາຍ ຜູ້ເບິ່ງແຍງຢູ່ວິຫານບູຊາປະທານ ໂຮ່ຈີມິນ ໃຫ້ຮູ້ວ່າ:

     “ມີທະຫານເສຍອົງຄະຈຳນວນໜຶ່ງ ເມື່ອຂຶ້ນມານີ້ກໍ່ພະຍາຍາມໄປຢ້ຽມຊົມທຸກໆສະຖານທີ່ ທີ່ຕິດພັນກັບປະທານ ໂຮ່ຈີມິນ ເມື່ອກ່ອນນີ້. ພວກເພິ່ນເລົ່າສູ່ຟັງວ່າ ແຕ່ປາງກ່ອນເມື່ອເຂົາເຈົ້າ ຖືກທຸບຕີທໍລະມານຢ່າງປ່າເຖື່ອນ ແຕ່ຄວາມເຈັບແສບທາງດ້ານຮ່າງກາຍຂອງພວກເຂົາ ເມື່ອຍັງເປັນນັກໂທດການເມືອງນັ້ນ ກໍ່ບໍ່ອາດສົມທຽບກັບຄວາມຫຍຸ້ງຍາກລຳບາກ ທີ່ທ່ານປະທານ ໂຮ່ຈີມິນ ຢູ່ທີ່ນີ້”.

       ເດີນທາງຕໍ່ຈາກນັ້ນ ແຂກທ່ອງທ່ຽວຈະມາຢ້ຽມຊົມເຂດປູຊະນີຍະສະຖານລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ ຢູ່ຕີນພູສະລາມກາວ ຂຶ້ນກັບບໍລິເວນສອງຕາແສງ ຕາມກີມ ແລະ ຮວາຖາມ ເມືອງ ຫງວຽດບິ່ງ ແຂວງ ກາວບັ່ງ ນີ້ແມ່ນສະຖານທີ່ຕິດພັນກັບຊີວິດ ແລະ ພາລະກິດການເຄື່ອນໄຫວປະຕິວັດຂອງພົນເອກ
ຫວໍງວຽນຢາບ. ຢູ່ແຫ່ງນີ້ ກ່ອນນີ້ 77 ປີຄືນຫຼັງ ຄືວັນທີ 22 ທັນວາ ປີ 1944 ຢູ່ເຂດປ່າ ເຈິ່ນຮຶງດ້າວ, ທ່ານຫວໍງວຽນຢາບ ໄດ້ປະກາດສ້າງຕັ້ງກອງທະຫານໂຄສະນາປົດປ່ອຍ ຫວຽດນາມ ເຊິ່ງແມ່ນຕົ້ນກຳເນີດຂອງກອງປະຊາຊົນ ຫວຽດນາມ. ມາແຫ່ງນີ້ແຂກທ່ອງທ່ຽວ ຈະມີໂອກາດເຫັນປະຈັກຕາການດຳເນີນຊີວິດປະຈຳວັນຈາກການກິນ ການຢູ່ ຕະຫຼອດຮອດການຮ່ຳຮຽນຂອງທະຫານ ພ້ອມກັບສະຖານທີ່ເປັນຂີດໝາຍ ການບຸກໂຈມຕີສອງຄັ້ງໄດ້ຮັບໄຊຊະນະຂອງກອງ ທະຫານໂຄສະນາປົດປ່ອຍ ຫວຽດນາມ ໂດຍຜ່ານສະຖານທີ່ 5 ແຫ່ງທີ່ສຳຄັນ ນັ້ນແມ່ນກຸ່ມປູຊະນີຍະສະຖານປ່າ ເຈິ່ນຮຶງດ້າວ; ຖ້ຳເຂົ້າ; ປ້ອມພາຍຄັດ ທີ່ຕາແສງ ຕາມກີມ; ປ້ອມນາເງິນ ທີ່ຕາແສງ ຮວາຖາມ ແລະ ປູຊະນີຍະສະຖານ ຫວະຝາ ທີ່ຕາແສງ ຕາມກີມ. ອ້າຍ ເລບິ່ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

     “ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມ ກາວບັ່ງ ແລະ ໄດ້ໄປຢ້ຽມຊົມບັນດາປູຊະນີຍະສະຖານປະຫວັດສາດ ຢູ່ດິນແດນແຫ່ງນີ້ ສະຖານທີ່ເຫຼົ່ານີ້ ໃນເມື່ອກ່ອນຂ້າພະເຈົ້າພຽງແຕ່ຮູ້ຈັກຜ່ານປຶ້ມອ່ານ,ໜັງສືພິມ ໂທລະພາບເທົ່ານັ້ນ ແຕ່ໂຊກດີໃນເທື່ອນີ້ ໄດ້ມີໂອກາດຢ້ຽມຊົມຕົວຈິງ ແລະ ຮູ້ສຶກຕື້ນຕັນໃຈ ແລະ ຍິ່ງມີຄວາມເຄົາລົບນັບຖື ຕໍ່ເຈດຈຳນົງຄວາມເສຍສະຫຼະຂອງລຸ້ນພໍ່ ລຸ້ນອ້າຍ ເພື່ອພື້ນຖານເອກະລາດໃນທຸກວັນນີ້. ພິເສດຂ້າພະເຈົ້າ ແລະ ທຸກໆຄົນສາມາດເຂົ້າໃຈກ່ຽວກັບຊີວິດການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ແລະ ພົນເອກ ຫວໍງວຽນຢາບ”.

       ອີກສະຖານທີ່ປະຫວັດສາດແຫ່ງໜຶ່ງທີ່ມີຄວາມໝາຍ ແລະ ຄວາມສຳຄັນ ນັ້ນແມ່ນເຂດປູຊະນີຍະສະຖານລະດັບຊາດພິເສດ ສະຖານທີ່ໄຊຊະນະຊາຍແດນປີ 1950 ຢູ່ເມືອງ ແທັກອານ  ນີ້ແມ່ນເຂດປູຊະນີຍະສະຖານມີຄຸນຄ່າສຳຄັນພິເສດ ຕິດພັນກັບພາລະກິດການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ແລະ  ພົນເອກ ຫວໍງວຽນຢາບ ແລະ ໄຊຊະນະບັ້ນຮົບຊາຍແດນປີ 1950. ນີ້ແມ່ນແຫ່ງໜຶ່ງດຽວໃນປະຫວັດສາດແຫ່ງການຕໍ່ຕ້ານ ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ, ປະທານ ໂຮ່ຈີມິນ ໄດ້ອອກສະໜາມຮົບ ຊີ້ນຳບັ້ນຮົບໂດຍກົງ. ບັນດາເຂດປູຊະນີຍະສະຖານລະດັບຊາດພິເສດເຫຼົ່ານີ້ ກໍ່ແມ່ນແຫ່ງເກັບຮັກສາລະບົບປູຊະນີສະຖານ ຕິດພັນກັບໄລຍະປະຫວັດສາດທີ່ສຳຄັນພິເສດຂອງການປະຕິວັດ ຫວຽດນາມແລະ  ມາຮອດປັດຈຸບັນໄດ້ກາຍເປັນສະຖານທີ່ແດງໃນການເດີນທາງອວ່າຍໜ້າເມື່ອຫາກົກເຄົ້າເຫງົ້າກໍຢູ່ແຂວງ ກາວບັ່ງ. ນີ້ບໍ່ພຽງແຕ່ແມ່ນບ່ອນເພື່ອຢ້ຽມຊົມທັດສະນະສຶກສາ ຮ່ຳຮຽນຊອກຮູ້ ກ່ຽວກັບຄຸນຄ່າປະຫວັດສາດເທົ່ານັ້ນ ຫາກຍັງແມ່ນແຫ່ງສຶກສາອົບຮົມມູນເຊື້ອປະຕິວັດ ໃຫ້ແກ່ເສັ່ນຄົນໃນອະນາຄົດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ