ກຳແພງເກົ່າກວາງຈິ, ພະຍານຫຼັກຖານກ່ຽວກັບ ໄລຍະປະຫວັດສາດທີ່ອົງອາດກ້າຫານ

ກຳ​ແພງ​ເກົ່າ ກວາງ​ຈິ ຕັ້ງ​ຢູ່​ແຄມ​ແມ່​ນ້ຳ ແທກ​ຮ້ານ, ເປັນ​ທີ່​ຮູ້​ຈັກ​ຂອງຫຼາຍ​ຄົນ ແມ່ນ​ສະ​ໜາມ​ຮົບ​ທີ່​ດຸ​ເດືອດ​ໃນ​ການ​ຕໍ່​ສູ້​ກູ້​ຊາດ​ຂອງ​ຊາ​ດ​ຫວຽດ​ນາມ. ຢູ່​ແຫ່ງນີ້, ໄດ້​ມີ​ນັກ​ຮົບຫຼາຍ​ຄົນ​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ສັນ​ຕີ​ພາບ, ເອ​ກະ​ລາດ​ຂອງ​ຊາດ​ຫວຽດ​ນາມ. ກຳ​ແພງ​ເກົ່າ ກວາງ​ຈິໃນ​ວັນ​ນີ້ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັ​ງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຊົມ, ​ທັດ​ສະ​ນະ​ສຶກ​ສາ. 

 

ກຳແພງເກົ່າກວາງຈິ, ພະຍານຫຼັກຖານກ່ຽວກັບ ໄລຍະປະຫວັດສາດທີ່ອົງອາດກ້າຫານ - ảnh 1
ກຳແພງເກົ່າກວາງຈິ, ພະຍານຫຼັກຖານກ່ຽວກັບ ໄລຍະປະຫວັດສາດ ທີ່ອົງອາດກ້າຫານ

     ກຳ​ແພງ​ເກົ່າ ກວາງ​ຈິ ໂດຍລາດ​ຊະ​ວົງ​ຫງວຽນ​ໄດ້​ໃຫ້ກໍ່ສ້າງໃນ​ສະ​ຕະ​ວັດ 19 ສະ​ໄໝ​ເຈົາ​ຊີ​ວິດ ຢາ​ລອງ ປີ 1809. ໃນ​ເບື້ອງ​ຕົ້ນ, ລະ​ບົບ​ກຳ​ແພງ​ຖືກ​ປ້ານ​ດ້ວຍ​ດິນ. ມາຮອດປີ 1837, ເຈົ້າ​ຊີ​ວິດ​ມິນ​ມ້າງ ຈຶ່ງ​ໃຫ້ກໍ່​ສ້າງແບບ​ຖາ​ວອນ. ກຳ​ແພງ​ມີ​ຮູບ​ຈັດ​ຕຸ​ລັດ ດ້ວຍ​ລວງ​ຮອບກວ່າ 2.000 ແມັດ, ມີ​ລະ​ບົບ​ຂຸມ​ຄອງ​ອ້ອມ​ຮອບ ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ເກືອບ 20 ແຮັກ​ຕາ. ໃຕ້​ລະ​ບອບ​ສັກ​ດີ​ນາ, ກຳ​ແພງ​ເກົ່າ ກວາງ​ຈິ ບໍ່​ພຽງ​ແຕ່​ແມ່ນ​ລະ​ບົບ​ກຳ​ແພງການ​ທະ​ຫານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສູນ​ກາງ​ປົກ​ຄອງ, ການ​ເມືອງ, ເສດ​ຖະ​ກິດ​ອີກ​ດ້ວ​ຍ.

     ຜ່ານ​ບັນ​ດາ​ໄລ​ຍະ​ແຫ່ງ​ປະ​ຫວັດ​ສາດ, ພິ​ເສດ, ພາຍຫຼັງ​ສັນ​ຍາ​ເຊີ​ແນວ ທີ່​ໄດ້​ລົງ​ນາມ​ເມື​ອ່​ປີ 1954, ເສັ້ນ​ຂະ​ໜານ 17 ແມ່​ນ້ຳ​ເບັ້ນ​ຫາຍ ໄດ້​ກາຍ​ເປັນ​ເສັ້ນ​ຂີດ​ຂັ້ນຊົ່ວ​ຄາວ ຕັດ​ແຍກ 2 ພາກ​ເໜືອ-ໃຕ້​ຫວຽດ​ນາມ, ເທດ​ສະ​ບານ ກວາງ​ຈິ, ໃນ​ນັ້ນ​ມີ ກຳ​ແພງ​ເກົ່າ ກວາງ​ຈິ ໄດ້​ກາຍ​ເປັນ​ສູນ​ກາງ​ການ​ເມືອງ, ເສດ​ຖະ​ກິດ, ການ​ທະ​ຫານ​ຂອງ​ແຂວງ​ຕັ້ງ​ຢູ່​ເໜືອ​ສຸດ​ຂອງພາກ​ໃຕ້ຫວຽດ​ນາມ. ຜູ້​ນຳ​ທ່ຽວ​ໃຫ້​ຮູ້​ວ່າ : 

    “ ຍ້ອນກຳ​ແພງ​ເກົ່າ ກວາງ​ຈິຕັ້ງ​ຢູ່​ໃນ​ເທດ​ສະ​ບານ, ພ້ອມ​ກັບ​ການ​ປ່ຽນ​ແປງ​ຈຸດ​ປະ​ສົງ​ນຳ​ໃຊ້​ໃຕ້​ລະ​ບອບ​ສາ​ທາ​ລະ​ນະ​ລັດ​ຫວຽດ​ນາມ, ເພາະ​ສະ​ນັ້ນ, ທີ່​ຕັ້ງ​ບົດ​ບາດ​ຂອງ ກຳ​ແພງ​ເກົ່າ ກວາງ​ຈິ ແມ່ນ​ມິ​ຄວ​າມ​ສຳ​ຄັນ​ທີ່​ສຸດ. ເມື່ອ​ສະ​ຖາ​ນະ​ການ​ສະ​ໜາມ​ຮົບ​ມີ​ການ​ປ່ຽນ​ແປງ, ການ​ຕໍ່​ສູ້​ດ້ານ​ການ​ເມືອງ, ການ​ທະ​ຫານ​ລະ​ຫວ່າງ 2 ຝ່າຍ ນັບ​ມື້​ນັບ​ດຸ​ເດືອດ, ກຳ​ແພງ​ເກົ່າ ກວາງ​ຈິແມ່ນ​ແຫ່ງ​ເຕົ້າ​ໂຮມ​ບັນ​ດາ​ເຫດ​ການ​ທີ່​ດຳ​ເນີນ​ໃນ​ເທດ​ສະ​ບານ​ແຕ່​ປີ 1954 – 1971. ນັ້ນ​ແມ່ນ​ເຫດ​ຜົນ​ທີ່​ວ່າ ເປັນ​ຫຍັງ ກຳ​ແພງ​ເກົ່າ ກວາງ​ຈິ​ກາຍ​ເປັນ​ຈຸດ​ສຸມ​ໃນ​ການ​ສູ້​ຮົບ 81 ວັນ ແລະ ຄືນໃນ​ລະ​ດູ​ຮ້ອນ​​ປ​ີ 1972”

    ໃນ​ການ​ສູ້​ຮົບ 81 ວັນ ແລະ ຄືນ, ເພື່ອ​ຕ​ີ​ຢຶດ​ຄອງກຳ​ແພງ​ເກົ່າ ກວາງ​ຈິ, ອາ​ເມ​ລິ​ກາ ແລະ ອຳ​ນາດ​ການ​ປົກ​ຄອງ ສາ​ທາ​ລະ​ນະ​ລັດ​ຫວຽດ​ນາມ ໄດ້​ປຸກ​ລະ​ດົມ​ກຳ​ລັງ​ທະ​ຫານ​ຢ່າງ​ໃຫຍ່ຫຼວງດ້ວຍ​ອາ​ວຸດ​ຍຸດ​ທະ​ພັນ​ຢ່າງຫຼວງຫຼາຍ ຫວັງ​ຢຶດ​ຄອງ​ທີ່​ຕັ້ງ​ຍຸດ​ທະ​ສາດນີ້. ຍ້ອນ​ຖືກ​ທຳ​ລາຍ​ດ້ວຍ​ລູກ​ປືນ​ຢ່າງຫຼ​ວງຫຼາຍ, ດັ່ງ​ນັ້ນ​, ນັບ​ແຕ່ພາຍຫຼັງ​ສັນ​ຕິ​ພາບ​ກັບ​ຕ່າວ​ຄືນ​ມາ, ກຳ​ແພງ​ເກົ່າ ກວາງ​ຈິ ຍັງ​ເຫຼືອ​ພຽງ​ຮ່ອງ​ຮອຍ​ຂອງ​ກຳ​ແພງ​ບາງ​ຕອນ​ເທົ່າ​ນັ້ນ. ແຕ່​ປີ 1993-1995, ອຳ​ນາດ​ການ​ປົກ​ຄອງ​ແຂວງ ກວາງ​ຈິ ໄດ້​ໃຫ້​ບູ​ລະ​ນະ​ປະ​ຕິ​ສ​ັງ​ຂອນລະ​ບົບ​ຂຸມ​ຄອງ, ຂົວ, ຕະ​ຄອງ, ກຳ​ແພງ​ບາງ​ຕອນ, ປະ​ຕູ​ໂຂງ…ພິ​ເສດ​ອະ​ນຸ​ສາ​ວະ​ລີ​ນັກ​ຮົບ​ນິ​ລະ​ນາມ​ໄດ້​ຮັບ​ການກໍ່​ສ້າງ​ຢູ່​ເຄິ່ງ​ກາງກຳ​ແພງ​ເກົ່າ ກວາງ​ຈິ. ທ່ານ​ນາງ ກາບ​ທິ​ທຽນ​ຈາງ ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ປູ​ຊະ​ນີ​ຍະສະ​ຖານກຳ​ແພງ​ເກົ່າກວາງ​ຈິໃຫ້​ຮູ້​ວ່າ:

    “ ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ ແລະ ລັດ,, ປູ​ຊະ​ນີ​ຍະສະ​ຖານກຳ​ແພງ​ເກົ່າ ກວາງ​ຈິໄດ້ ແລະ ພວມ​ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ, ມຸ່ງ​ໄປ​ສູ່​ການ​ສ້າງ​ກາຍ​ເປັນ​ເຂດ​ອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສຍສະຫຼະຊີ​ວິດ​ເພື່ອ​ຊາດ. ໂດຍ​ແຕກ​ຕ່າງ​ກັບ​ເຂດ​ສຸ​ສານນັກ​ຮົບ​ທີ່​ໄດ້​ເສຍສະຫຼະຊີ​ວິດ​ເພື່ອ​ຊາດ ເຈື່ອງ​ເຊີນ, ເຂດ​ສຸ​ສານ ນັກ​ຮົບ​ທີ່​ໄດ້​ເສຍສະຫຼະຊີ​ວິດ​ເພື່ອ​ຊາດ​ທາງ​ເລັກ 9 ແລະ ເຂດ​ສຸ​ສານ​ອື່ນໆ, ​ອັດ​ຖິ​ຂອງນັກ​ຮົບ​ແຕ່​ລະ​ຄົນ​​ຕ່າງ​ກໍ​ມີ​ສຸ​ສານ​ຕ່າງ​ຫາກ ເຖິງວ່າ​ໄດ້​ຢັ້ງ​ຢືນ​ລາ​ຍຊື່ຫຼືຍັງກໍ​ຕາມ, ແຕ່​ເຂດປູ​ຊະ​ນີ​ຍະສະ​ຖານກຳ​ແພງ​ເກົ່າ ກວາງ​ຈິ ອຸ​ປະ​ມາ​ດັ່ງ​ເຂດ​ສຸ​ສານ​ທີ່​ມີ​ຂຸມ​ຝັງ​ສົບ​ລວມ​ໝູ່. ແລະ ອະ​ນຸ​ສາ​ວະ​ລີ​ນັກ​ຮົບ​ນິ​ລະ​ນາມ​ໄດ້​ຮັບ​ຖື​ວ່າ​ເປັນ​ຂຸມ​ຝັງ​ສົບ​ລວມ​ໝູ່​ໃຫ້​ນັກ​ຮົບ​ນັບ​ພັນໆ​ຄົນ​​ທີ່​ໄດ້​ເສຍສະຫຼະຊີ​ວິດໃນ​ການ​ສູ້​ຮົບ 81 ວັນ ແລະ ຄືນເພື່ອ​ປົກ​ປັກ​ຮັກ​ສາ ກຳ​ແພງ​ເກົ່າ  ແລະ ເທດ​ສະ​ບານກວາງ​ຈິ ”

    ແຕ່​ລະ​ປີ, ໂດຍ​ເຊື່ອມ​ຕົວ​ເຂົ້າ​ກັບ​ຂະ​ບວນ​ຄົນ​ໄປ​ຢ້ຽມ​ຢາມກຳ​ແພງ​ເກົ່າ ກວາງ​ຈິ, ກໍ​ມີ​ບັນ​ດາ​ຜູ້​ຄົນ​ໄດ້​ເຄີຍ​ເຂ​ົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່ກຳ​ແພງ​ເກົ່າ​ເມື່ອ​ກ່ອນນີ້. ທ່ານ​ພົນ​ຈັດ​ຕະ​ວາ ວູ້ກວ໋ກ​ຮຸ່ງ ອະ​ດີດ​ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ໃຫ້​ຮູ້​ເມື່ອ​ກັບ​ຄືນ​ຢ້ຽມ​ຢາມ​ສະ​ໜາມ​ຮົບ​ເກົ່າ​ເພື່ອ​ອາ​ໄລ​ຫາ​ບັນ​ດາ​ເພື່ອ​ນຮ່ວມ​ກົມ​ກອງວ່າ : 

    “ ນີ້ບໍ່​ແມ່ນ​ຄັ້ງ​ທຳ​ອິດ ທີ່​ຂ້າ​ພະ​ເຈົ້າໄດ້​ກັບ​ຄືນ​ມາ​ຢ້ຽມ​ຢາມສະ​ໜາມ​ຮົບ​ເກົ່າ, ຊຶ່ງ​ແມ່ນແຫ່ງ​ທີ່​ຂ້າ​ພະ​ເຈົ້າ​ພ້ອມ​ກັບ​ເພື່ອນ​ຮ່ວມ​ກົມ​ກອງ​ເຄີຍ​ເຂ​ົ້າ​ຮ່ວມ​ການ​ສູ້​ຮົບ. ກັບ​ຄືນ​ມາ​ແຫ່ງນີ້​ແຕ່​ລະ​ເທື່ອ, ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ມີ​ຄວາມ​ຕື້ນ​ຕັນ​ໃຈ ເພາະ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ບັນ​ດາ​ຜູ້​ທີ່​ມີ​ຄວາມ​ໂຊກ​ດີ ຍັງມີ​ຊີ​ວິດກັບ​ຄືນ ​ມາ​ຈາກ​ສະ​ໜາມ​ຮົບ. ເພື່ອນ​ຮ່ວມ​ກົມ​ກອງ​ຫຼາຍ​ຄົນຂອງ​ພວກ​ຂ້າ​ພະ​ເຈົ້າໄດ້​ເສຍ​ສະຫຼະ​ຊີ​ວິດ​ຢ່າງ​ພິ​ລະ​ອາດ​ຫານ​ຢູ່​ດິນ​ແດນ​ແຫ່ງນີ້”

    ມາ​ຢ້ຽມ​ຢາມ ກຳ​ແພງ​ເກົ່າ ກວາງ​ຈິ ຄັ້ງ​ນີ້, ບໍ່​ພຽງ​ແຕ່​ມີ​ບັນ​ດາ​ອະ​ດີດ​ນັກ​ຮົບຫຼື​ຍາດ​ຕິ​ພີ​ນ້ອງ​ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິ​ດ​ເພື່ອ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ມີຫຼາຍ​ຄົນ​ໃນ​ທຸກ​ເພດ, ທຸກ​ໄວ​ອີກ​ດ້ວຍ. ນາງ ເລ​ທິ​ຕ້າມ ຜູ້​ນຳ​ທ່ຽວ​ຢູ່ ກຳ​ແພງ​ເກົ່າ ກວາງ​ຈິ ໃຫ້​ຮູ້​ວ່າ :

    “ ຈຳ​ນວນ​ແຂກ​ທ່ອງ​ທ່ຽວໃນ​ຈຸດເວ​ລາ​ຍອດ​ສູງ​ແມ່ນ​ໃນ​ຍາມ​ຕົ້ນເດືອນ 3 ຫາ​ທ້າຍ​ເດືອນ 9 , ໂດຍ​ສະ​ເພາະແມ່ນ​ໂອ​ກາດ​ວັນ​ທີ 30/4 ແລະ ວັນ​ທີ 27/7 ຊຶ່ງແມ່ນ​ຊວງ​ເວ​ລາ​ເພື່ອ​ອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິ​ດ​ເພື່ອ​ຊາດ​. ສຳ​ລັບແຂກ​ທ່ອງ​ທ່ຽວ​ແຕ່​ລະ​ຄະ​ນະ​ມາ​ຢ້ຽມ​ຢາມ​ແຫ່ງນີ້, ​ຄວາມ​ຮູ້​ສຶກ​ຂອງ​ນ້ອງ​ເມື່ອ​ແນະ​ນຳ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ. ສຳ​ລັບ​ພວກລຸງແມ່ນ​ອະ​ດີດ​ນັກ​ຮົບ​ນັ້ນ, ນ້ອງ​ຮູ້​ສຶກ​ເປັນ​ກຽດ​ຢ່າງ​ຍິ່ງ ເພາະ​ຍ້ອນ​ມີ​ພວກ​ລຸງ, ​ຈຶ່ງ​ມີ​ວັນ​ນີ້. ”

    ປີ 2014, ພ້ອມ​ກັບປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ 2 ຝັ່ງ​ຮ່ຽນ​ເລືອງ - ເບັ້ນ​ຫາຍ, ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດກຳ​ແພງ​ເກົ່າ ກວາງ​ຈິ ໄດ້​ຮັບ​ໃບ​ຢັ້ງ​ຢືນປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ. ກຳ​ແພງ​ເກົ່າ ກວາງ​ຈິ ໃນ​ວັນ​ນີ້ ຍັງ​ເປັນ​ສະ​ຖານ​ທີ່​ເພື່ອ​ສຶກ​ສາ​ອົບ​ຮົມ​ມູນ​ເຊື້ອ​ຮັກ​ຊາດ​ໃຫ້​ລຸ່ນ​ໜຸ່ມ​ ທັງ​ເປັນ​ແຫ່ງ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັ​ງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຊົມ, ​ທັດ​ສະ​ນະ​ສຶກ​ສາອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ