ຂຸດຄົ້ນຄວາມງາມຢູ່ເຂື່ອນໄຟຟ້ານ້ຳຕົກນາຮາງ, ແຂວງຕວຽນກວາງ

(vovworld) - ນັບ​ແຕ່​ປີ 2006 , ດ້ວຍ​​ການກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກຢູ່​ເມືອງນາ​ຮາງ, ​ແຂວງຕວຽນ​ກວາງ ​ໄດ້​ສ້າງ​​ເປັນໜອງ​ນ້ຳ​ກວ້າງ​ກວ່າ 80.000 ​ເຮັກຕາ​ຢູ່​ກາງ​ເຂດ​ພູຜາ​ປ່າ​ໄມ້ ດ້ວຍ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ ​ແລະ ​ໃຫຍ່​ໂຕ​ມະ​ໂຫຖານ​. ​ເຊິ່ງປຽບເໝືອນ ”​ອ່າວ​ຮ້າ​ລອງ​ຢູ່​ກາງ​ພູຜາ​ປ່າ​ໄມ້”, ​ເຂື່ອນ​ໄຟຟ້າ​ນ້ຳຕົກນາ​ຮາງ ມີ​ທ່າ​ສະດວກ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ການທ່ອງທ່ຽວ. ​ໃນ​ຊຸມ​ປີຜ່ານມາ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຢູ່​ແຫ່ງ​ນີ້ ​ໄດ້​ມານະ​ພະຍາຍາມ​ລົງທຶນ​ພັດທະນາ​ຮູບ​ການທ່ອງທ່ຽວ​ຕ່າງໆ ​ເພື່ອ​ສ້າງ​ຄວາມດຶງ​ດູດ​ໃຫ້​ແກ່ນັກ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ການທ່ອງ​ທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ພະ​ຈົນ​ໄພ ​ແລະ ທ່ອງ​ທ່ຽວ​ເຂື່ອນ​ໄຟຟ້າ​ນ້ຳຕົກນາ​ຮາງ. ​ໃນ​ລາຍການ​ປະ​ເທດ​ຊາດ ​ແລະ​ຊາວ​ຫວຽດນາມ ພາກ​ນີ້, ​ພວກ​ເຮົາ​ຂໍ​ແນະນຳ​ຄວາມ​ງາມ​ຢູ່ເຂື່ອນ​ໄຟຟ້າ​ນ້ຳຕົກ​ນາ​ຮາງ, ຜ່ານ​ບົດ​ຂຽນ​ຂອງນັກ​ຂ່າວ ​ໂຕ​ຕ໋ວນ

ຂຸດຄົ້ນຄວາມງາມຢູ່ເຂື່ອນໄຟຟ້ານ້ຳຕົກນາຮາງ, ແຂວງຕວຽນກວາງ - ảnh 1

ໜອງໄຟຟ້ານ້ຳຕົກນາຮາງແຂວງຕວຽນກວາງ

(ພາບ: google.com.vn)

    ນາ​ຮາງ, ຕາມ​ພາສາ​​ເຜົ່າ​ຜູ້​​ໄທ​ມີ​ຄວາມ​ໝາຍວ່າ​ ”ປາຍນາ”. ທຳ​ມະ​ຊາດ​ໄດ້​ບັນດານ​ໃຫ້​ນາ​ຮາງ​ມີ ປ່າດົງ​ດິບ ​ແລະ ພືກ​ສາ​ຊາດ ດ້ວຍ​ສັດ ​ແລະ ຕົ້ນ​ໄມ້ຫຼາຍຊະນິດ​ທີ່​ຫາ​ຍາກ. ພິ​ເສດ, ນັ​ບ​ແຕ່​ເມື່ອ​ມີ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນາ​ຮາງ, ທັດສະນີ​ຍະ​ພາບ​ຢູ່​ແຫ່ງນີ້ຍິ່ງ​ສວຍ​ງາມ​ຕື່ມ​ອີກ. ​​ເຂື່ອນ​ໄຟຟ້ານ້ຳຕົກ​ຖືກ​ສ້າງຂຶ້ນ​ດ້ວຍ​ແມ່​ນ້ຳ​ໃຫຍ່ 2 ສາຍ​ຄື​ແມ່​ນ້ຳ​ເກິມ (Gam) ​ແລະ​ແມ່​ນ້ຳ ນັງ (Nang) ພ້ອມ​ກັບ​ສາຍພູ ປັກ​ຕະ ທີ​ໃຫຍ່​ໂຕ​ມະ​ໂຫຖານ, ​ເຊິ່ງລວມມີ​ພູໃຫຍ່​ນ້ອຍ 99 ໜ່ວຍ. ນ້ຳ​ຖ້ວມ​ຮ່ອມ​ພູ ສ້າງ​ເປັນເກາະ​ໃຫຍ່​ນ້ອຍ​ນັບ​ຮ້ອຍໜ່ວຍທີ່ລັບ​ລໍ່​ບົນ​ໜ້າ​ນ້ຳ. ນາ​ຮາງ​ ມີ​ປ່າ​ທີ່​ກວ້າງ​ໃຫຍ່, ກວມ​ເຖິງ 70% ​ເນື້ອ​ທີ່​ດິນ​ໃນ​ທົ່ວ​ເມືອງ, ທັງ​ມີ​ຄຸນຄ່າ​ດ້ານ​ເສດຖະກິດ, ທັງ​ມີ​ຄວາມ​ໝາຍ​ທີ່​ສຳຄັນ​ໃນ​ການ​ປ້ອງ​ກັນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ. ຢູ່​ທີນີ້, ເຂດ​ອະນຸລັກ​ຮັກສາ​ທຳ​ມະ​ຊາດ ຕັດ​ແກ - ບ້ານ​ບຸງ ​ດ້ວຍ​ເນື້ອ​ທີ່​ກວ່າ 42.000 ​ເຮັກຕາ ພ້ອມ​ກັບ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນາ​ຮາງ ​ໄດ້​ເຮັດ​ໃຫ້​ ເຂດ​ອະນຸລັກ​ຮັກສາ​ທຳ​ມະ​ຊາດ ຕັດ​ແກ - ບ້ານ​ບຸງ ​​ມີ​ຄວາມ​ອຸດົມສົມ​ບູນຕື່ມ​ອີກ ດ້ວຍ​ລະບົບ​ພືດ​ສາ​ຊາດ​ທີ່​ຫາ​ຍາກ ລວມມີ​ສັດ 40 ປະ​ເພດ, ນົກ 70 ປະ​ເພດ, ສັດ​ເລືອ​ຄາ​ນ 2​0 ປະ​ເພດ ​ແລະ ພືກ​ສາ​ຊາດທີ່​ຫາ​ຍາກ 70 ຊະນິດ.

    ມາ​ຢ້ຽມຢາມ​ນາ​ຮາງ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້ລ່ອງ​ເຮືອ​ໄປ​ຕາມເຂື່ອນ​​ໄຟຟ້ານ້ຳຕົກ​ເພື່ອທ່ຽວ​ຊົມຄວາມ​ງາມ​ຢູ່​ໜອງ​ນ້ຳ​ແຫ່ງ​ນີ້. ສະຖານ​ທີ່​ທ່ອງ​ທ່ຽວທຳ​ອິດ​ແມ່ນ​ພູ ປັກ​ຕະ, ​ເຊິ່ງ​ແມ່ນ​ພູ​ສູງ​ສຸດ​ໃນ​ຈຳນວນ​ພູອ້ອມ​ໜອງ 99 ໜ່ວຍ​. ​ເທິງ​ຈອມ​ພູມີ​ວິຫານສັກສິດ​ສອງ​ແຫ່ງ​ຄື: ປັກ​ຕະ ​ແລະ ປັກ​ວັງ, ນອກ​ນັ້ນ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​​ເຫັນ​​ນ້ຳຕົກຕາ​ດ ​ເມີ 5 ຊັ້ນທີ່ຖອກ​ເທລົງ​ມາ. ນັກທ່ອງທ່ຽວກໍ່​ສາມາດ​ພັກ​ເຊົາ​ລະ​ຫຼິ້ນ ​ແລະ ອາບ​ນ້ຳ​ທີ່​ເຢັນ​ສະບາຍ​ຢູ່​ທີ່​ນີ້​ໄດ້. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນາ​ຮາງ​ ໄດ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ພັດທະນາ​ຢ່າງຟົດ​ຟື້ນ ​ແລະ ວ່ອງ​ໄວ. ທ່ານ ​ເລືອ​ງມິນ​ຈິ໋ງ, ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ​ນາ​ຮາງ, ​ໃຫ້​ຮູ້​ວ່າ:

    ”​ໄລຍະ​ຜ່ານ​ມາ, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເຂດ​ຊີວະ​ພາບ​ນາ​ຮາງ ນັບ​ມື້​ນັບ​ຫຼາຍ, ຄິດ​ສະ​ເລັ່ຍ​ແຕ່ລະ​ປີ​ເພີ່ມ​ຂຶ້ນ​ກວ່າ 34%. ກ່ຽວ​ກັບ​ການ​ລົງທຶນ, ຄະນະ​ຄຸ້ມ​ຄອງ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ​ສືບ​ຕໍ່​ລົງທຶນ​ກໍ່ສ້າງ​ເຂດ​ຕ້ອນຮັບ​ແຂກ… ດ້ວຍ​ຍອດ​ມູນ​ຄ່າ 13 ຕື້​ກວ່າ​ດົ່ງ”.

ຂຸດຄົ້ນຄວາມງາມຢູ່ເຂື່ອນໄຟຟ້ານ້ຳຕົກນາຮາງ, ແຂວງຕວຽນກວາງ - ảnh 2

ໜອງໄຟຟ້ານ້ຳຕົກນາຮາງແຂວງຕວຽນກວາງ

(ພາບ: google.com.vn)

    ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄຸນ​ຄ່າວັດທະນະທຳ ​ແລະ ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ​ເມືອງ​ນາ​ຮາງ ​ໄດ້​ຖືການ​ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ​ແມ່ນ​ປາຍ​ແຫຼມ ດ້ວຍ​ເລື່ອງ​ກໍ່ສ້າງ​ເຂດ​ທ່ອງ​ທ່ຽວ​ເລິ​ມວຽນ - ທຽນ​ບຸງ, ​ເຂດ​ອະນຸລັກ​ຮັກສາ​ທຳ​ມະ​ຊາດ ຕັດ​ແກ - ທຽນ​ບຸງ ​ໃຫ້​ສຳ​ເລັດ​​. ນາ​ຮາງ ກໍ່​ໄດ້​ສ້າງ​ລາຍການ​ທ່ອງ​ທ່ຽວ​ທາງ​ນ້ຳຈຳນວນ​ໜຶ່ງຄື: ນາ​ຮາງ - ຊອງລອງ, ນາ​ຮາງ - ບັກ​ເມ ( ຮ່າ​ຢາງ), ນາ​ຮາງ - ບາ​ເບ (ບັກ​ກ້ານ). ຢູ່​ນາ​ຮາງ ​ມີ 12 ​ເຜົ່າ​ອ້າຍ​ນ້ອງ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ​ຄື: ​ເຜົ່າ​ໄຕ, ຢາ​ວ, ມົງ… ​ແຕ່ລະ​ເຜົ່າ​ລ້ວນ​ແຕ່​ມີ​ສີສັນ​ວັດທະນະທຳ​ສະ​ເພາະ ດ້ວຍ​ທຳນອງ​ຂັບ​ແທນ, ສະລີ, ​ເລື້ອນ, ສຽງ​ພິນ, ສຽງ​ແຄນ​ໄດ້​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ຄະນະ​ຄຸ້ມ​ຄອງ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ​ນາ​ຮາງ​ ໄດ້​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຜັນ​ຂະຫຍາຍ​ການ​ກໍ່ສ້າງ​ບັນດາ​ບ້ານ​ວັດທະນະທຳ​ຢູ່​ນາ​ດົງ, ຕາ​ແສງ​ເທື້ອງ​ເລິ​ມ, ບ້ານ​ເທືອງ​ບຸງ, ຕາ​ແສງ​ນັງຂາ, ບ້ານ​ລູກ… ​ເລື່ອງ​ແນະນຳ​​ເຍື່ອງ​ອາຫານ​ພິ​ເສດ​ຕ່າງໆ​ຂອງ​ຊາວ​ທ້ອງ​ຖີ່​ນ ກໍ່ສ້າງ​ຄວາມ​ດຶງ​ດູດ​ໃຫ້ແກ່ນັກ​ທ່ອງ​ທ່ຽວ​. ​ເອື້ອຍ​ເຈິ່ນທິງາ, ​ເຈົ້າ​ຂອງ​ຮ້ານ​ອາຫານ​ແຫ່ງ​ໜຶ່ງ​ຢູ່​ເທດສະບານ​ນາ​ຮາງ, ​ໃຫ້​ຮູ້​ວ່າ:

    ”​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນາ​ຮາງ ສ່ວນ​ຫຼາຍ​ແມ່ນ​ນິຍົມ​ກິນ​ປາ​ໃນ​ໜອງ​ນາ​ຮາງ, ​ແລະ​ ຜັກ​ປ່າ. ນອກ​ນັ້ນ, ນັກ​ທ່ອງ​ທ່ຽວ​ຍັງ​ນິຍົມ​ກິນ​ເຍື່ອງ​ອາຫານ​ຕ່າງໆຂອງເຜົ່າຢູ່​ທ້ອງ​ຖີ່​ນຄື: ຊີ້ນ​ໝູ, ຊີ້​ນສົ້ມ, ປາສົ້ມ”.

ຂຸດຄົ້ນຄວາມງາມຢູ່ເຂື່ອນໄຟຟ້ານ້ຳຕົກນາຮາງ, ແຂວງຕວຽນກວາງ - ảnh 3

ໜອງໄຟຟ້ານ້ຳຕົກນາຮາງແຂວງຕວຽນກວາງ

(ພາບ: google.com.vn)

    ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໂຄສະນາ​ການທ່ອງທ່ຽວ​ໃຫ້​ດີ, ​ແຂວງ​ຕວຽນ​ກວາງ​ໄດ້​ສົມທົບ​ກັບ​ບັນດາ​ແຂວງ​ຄື: ບັກ​ກ້ານ, ຮ່າ​ຢາງ, ຈັດ​ຕັ້ງ​ງານ​ຕະຫຼາດນັດ​ການ​ຄ້າ, ສັບປະດາ​ທ່ອງ​ທ່ຽວ​ໜອງ​ເທິງພູ… ທາງ ອຳນາດການປົກຄອງກໍ່ໄດ້ເອົາໃຈໃສ່ເປັນພິເສດເຖິງການຟື້ນຟູງານບຸນທີ່ ເປັນມູນເຊື້ອ, ບຸລະນະບັນດາວັດວາອາຮາມ, ວາງແຜນກຳນົດບັນດາ ທ່າເຮືອ, ສະຖານທີ່ທ່ອງທ່ຽວ, ກໍ່ສ້າງບ້ານວັດທະນະທຳ, ທ່ອງ​ທ່ຽວ… ດ້ວຍ​ຄວາມ​ມານະ​ພະຍາຍາມ​ນັ້ນ, ປີ 2011 ລາຍການທ່ອງທ່ຽວ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນາ​ຮາງ​ໄດ້ດຶງດູດນັກ​ທ່ອງ​ທ່ຽວ 16.000 ​ເທື່ອຄົນ​ມາ​ຢາມ. ສະ​ເພາະ​ໄຕ​ມາດ​ທີ 1 ປີ 2012, ​ເຂື່ອນ​ໄຟຟ້າ​ນ້ຳຕົກນາ​ຮາງ ກໍ່​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ເກືອບ 4.100 ​ເທື່ອ​ຄົນ, ​ດ້ວຍ​ລາຍ​ຮັບ​ບັນລຸ 260 ລ້ານ​ດົ່ງ.

    ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ, ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ​ແຂວງ​ຕວຽນ​ກວາງ​ ກຳນົດ​ຈະ​ສົມທົບ​ການທ່ອງທ່ຽວ​ເຂື່ອນ​ໄຟຟ້າ​ນ້ຳຕົກ, ກັບ​ການທ່ອງທ່ຽວ​ວັດທະນະທຳ, ທ່ອງ​ທ່ຽວ​ປະຫວັດສາດ ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ກິດຈະການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ແຫ່ງ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ