ຂຸດຄົ້ນຊັບພະຍາກອນທຳມະຊາດຢູ່ທ້ອງຖິ່ນ - ທິດທາງ ເປີດການເຄື່ອນໄຫວທ່ອງທ່ຽວຢູ່ ເກິ່ນເທີ ພາຍຫຼັງໂຄວິດ - 19

(VOVWORLD) -ໂດຍຖືກຂະໜານນາມວ່າ ແມ່ນເມືອງເອກເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ, ບັນດາສະຖານທີ່ທ່ອງທ່ຽວຢູ່ ເກິ່ນເທີ ຍາມໃດກໍ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຊອກຮູ້ ແລະ ຄົ້ນຫາວັດທະນະທຳ ອາຫານການກິນຂອງປະຊາຊົນແຫ່ງນີ້. ເພື່ອໃຫ້ຂະແໜງທ່ອງທ່ຽວ ເກິ່ນເທີ ຟື້ນຟູໂດຍໄວ ພາຍຫຼັງໂຄວິດ - 19, ຂະແໜງທ່ອງທ່ຽວທ້ອງຖິ່ນໄດ້ ແລະ ພວມສ້າງບັນດາຮູບແບບໃໝ່ນຳໃຊ້ບັນດາທ່າໄດ້ປຽບ ທາງດ້ານຊັບພະຍາກອນ ທ່ອງທ່ຽວຢູ່ທ້ອງຖິ່ນ ເພື່ອດຶງດູດແຂກທ່ອງທ່ຽວ. 
ຂຸດຄົ້ນຊັບພະຍາກອນທຳມະຊາດຢູ່ທ້ອງຖິ່ນ - ທິດທາງ ເປີດການເຄື່ອນໄຫວທ່ອງທ່ຽວຢູ່ ເກິ່ນເທີ ພາຍຫຼັງໂຄວິດ - 19 - ảnh 1ທ່ານ ຫງວຽນວັນຟອງ ຜູ້ບໍລິຫານ ເກິ່ນເທີຟາມ ພວມບົວລະບັດສວນໝາກໄມ້

    ຢູ່ນິຄົມກະເສດປອດສານພິດ ເກິ່ນເທີ -  ເກິ່ນເທີ ຟາມ, ທ່ານ ຫງວຽນວັນຟອງ ຜູ້ບໍລິຫານ ເກິ່ນເທີຟາມ ໃຫ້ຮູ້ວ່າ ທິດກ້າວເດີນໃໝ່ຂອງນິຄົມກະເສດ ແມ່ນເປີດປະຕູຕ້ອນຮັບແຂກທ່ອງທ່ຽວຄືນໃໝ່, ບັນດາສວນຕົ້ນໝາກໄມ້ຕ່າງໆ ກໍ່ແມ່ນສະຖານທີ່ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ, ຖ່າຍຮູບ ແລະ ຊີມລົດຊາດພິເສດຂອງໝາກໄມ້ຢູ່ກັບບ່ອນ, ແຕ່ຖ້າຫາກປິດປະຕູຄືໃນປັດຈຸບັນ, ເຂດນີ້ຈະກາຍເປັນແຫຼ່ງສະໜອງເບ້ຍໄມ້, ຂາຍເຄື່ອງ ແລະ ໃຫ້ຄຳປຶກສາໃຫ້ແກ່ການປູກຝັງຕາມຮູບການອອນລາຍ. ທ່ານ ຟອງ ເວົ້າວ່າ:

    “ນິຄົມກເສດປອດສານພິດ ເກິ່ນເທີ ກໍ່ແມ່ນບ່ອນທົດລອງຕົວຈິງ, ແມ່ນບ່ອນສ້າງບັນດາຂັ້ນຕອນໃຫ້ແກ່ແນວປູກໃໝ່ ມັນຈະໃຫ້ກຳເນີດຜົນລະປູກໃໝ່ຢ່າງຕໍ່ເນື່ອງ. ດັ່ງນັ້ນ ໃນໄລຍະນີ້ເຮົາສືບຕໍ່ລົງທຶນສ້ອມແປງ ສ້າງພື້ນຖານທາງດ້ານວັດຖຸໃຫ້ສຳເລັດ ພ້ອມກັບບັນດາຜະລິດຕະພັນຂອງຕົນ ເພື່ອລໍຖ້າໂອກາດໂລກລະບາດຖືກດັບມອດ ເຮົາຈະສາມາດຕອບສະໜອງຄວາມຕ້ອງການໃໝ່ໂດຍໄວ”.

    ຢູ່ເຂດທ່ອງທ່ຽວ ຫຽວໂກດຕາງ ທີ່ເມືອງ ຟອງດ່ຽນ ມີຫຼາຍກຸ່ມພະລາກອນ ພວມປະຕິບັດບັນດາວຽກງານບູລະນະ ສ້າງທັດຊະນີຍະພາບໃໝ່. ຕາມທ່ານ ຫງວຽນວັນຍຸງ ຜູ້ຄຸ້ມຄອງເຂດທ່ອງທ່ຽວ ຫຽວໂກດຕາງ ແລ້ວເພື່ອສ້າງກຳລັງດຶງດູດ ເມື່ອກັບຄືນມາທ່ອງທ່ຽວພາຍຫຼັງໂລກລະບາດ,  ຫຽວໂກດຕາງ ພວມຜັນຂະຫຍາຍບັນດາກິດຈະກຳຍ່ອຍ “ເປັນຄັ້ງທຳອິດມີໜ້າຢູ່ ເກິ່ນເທີ”  ຄືເຂດ ໂຢກາສະກີ ສູງ 15 ແມັດ ໃນບໍລິເວນ 200 ຕາແມັດ, ແຂກມາພັກເຊົາຈະມາແອບ ໂຢກາ ກັບຄູສອນ, ໄດ້ດື່ມກາເຟ; ຫຼິ້ນກັອບຢູ່ເດີນສາມຂຸມ ກວ້າງເກືອບ 3.000 ຕາແມັດ; ພ້ອມທັງມີເຂດສວນຜັກປອດສານພິດ ແລະ ຕົ້ນຢາສະໝູນໄພ... ທ່ານ ຫງວຽນວັນຍຸງ ໃຫ້ຮູ້ວ່າ:

    “ປັດຈຸບັນ ເພື່ອສ້າງຄວາມປະທັບໃຈໃໝ່ໃຫ້ແກ່ແຂກທ່ອງມທ່ຽວ ເພື່ອມານີ້, ຫຽວໂກດຕາງ ກໍ່ຍັງພະຍາຍາມໃຫ້ແກ່ບັນດານັກສິລະປະການ ແຕ້ມຮູບຝາຜະໜັງ ເພື່ອວາດພາບເຖິງເຂດບ້ານນາທີ່ເປັນເອກະລັກ ຂອງເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ໃນຊຸມປີຕົ້ນສະຕະວັດທີ XX”.

   ພ້ອມກັບການຍູ້ແຮງຮູບແບບການທ່ອງທ່ຽວ ໂດຍນຳໃຊທ່າແຮງຕື່ມອີກ ດ້ວຍຫຼາຍຮູບການ, ຮູບແບບທ່ອງທ່ຽວ “ຊີວະພາບ - ຊຸມຊົນ” ກໍ່ພວມມີໂສມໜ້າໃໝ່ດ້ວຍການລົງທຶນຢ່າງມີແບບແຜນດີກວ່າ. ນັກສິລະປະການ ເລທິແບ໊ໄບ໋ ຢູ່ບ້ານທ່ອງທ່ຽວຊຸມຊົນ ໂກ່ນເຊີນ ໃຫ້ຮູ້ວ່າ:

  “ບ້ານ ໂກ່ນເຊີນ ຄາວນັ້ນ ແມ່ນມີຄວາມໝາຍເລິກເຊິ່ງກວ່າ ແລະ ມັນແທດເໝາະກັບບັນດາຜູ້ຕ້ອງການຄຸນຄ່າທາງດ້ານຈິດໃຈ ແລະ ຄຸນຄ່າທາງດ້ານວັດທະນະທຳ ເມື່ອມາເຂດດິນແດນໃດໜຶ່ງ, ສ່ວນ ໂກ່ນເຊີນ ໃນວັນໃໝ່ ແມ່ນມາຄົ້ນຫາສິ່ງທີ່ໃໝ່ອ່ຽມ ແລະ ບັນທຶກໃນຫົວໃຈ. ໂກ່ນເຊີນ ແມ່ນແຫ່ງດຶງດູດແຂກທ່ອງທ່ຽວ ທັງແຂກພາຍໃນ ແລະ ຕ່າງປະເທດ ແຕ່ສອງແຫຼ່ງແຂກທ່ອງທ່ຽວນີ້ ກໍ່ມີຊ່ອງທາງຕ່າງຫາກ, ດັ່ງນັ້ນພວຫກເຮົາໄດ້ເອີ້ນວ່າການບໍລິການຫຼາຍຮູບຫຼາຍແບບ ໃນເນື້ອທີ່ດິນໜຶ່ງ ແລະ ຊາວທ້ອງຖິ່ນກໍ່ເໝືອນກັນ”.

    ນອກຈາກການຜັນຂະຫຍາຍນບັນດາໂຄງການຍົກລະດັບພື້ນຖານໂຄງລ່າງ, ແຜນອະນຸລັກ ແລະ ພັດທະນາມໍລະດົກວັດທະນະທຳບໍ່ເປັນວັດຖຸ, ຮູບແບບທ່ອງທ່ຽວ ສົມທົບກັບການຈັດກອງປະຊຸມ ເຫດການງານວາງສະແດງ... ເມື່ອສະພາບໂລກລະບາດໄດ້ຮັບການຄວບຄຸມດີກວ່ານັ້ນ, ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ນະຄອນເກິ່ນເທີ ໄດ້ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ ປູຊານ ປີ 2021 ຕາມຮູບການອອນລາຍ ດ້ວຍຮ້ານວາງສະແດງ ມີຫົວຂໍ້ “ເກິ່ນເທີ ຫວຽດນາມ - ຕົວເມືອງ - ແມ່ນ້ຳລຳເຊ”. ເກິ່ນເທີ ໄດ້ສະໜອງບັນດາບົດຂຽນ ສິ່ງພິມ ແນະນຳກ່ຽວກັບທ່າແຮງບົ່ມຊ້ອມສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ ເກິ່ນເທີ ໃຫ້ແກ່ຄະນະຈັດຕັ້ງງານຕະຫຼາດນັດ.  ທ່ານ ຫງວຽນມິງຕວ໊ນ  ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ນະຄອນເກິ່ນເທີ ໃຫ້ຮູ້ວ່າ:

  “ທາງພະແນກຈະສະເໜີນະຄອນ, ພະແນກສາທາລະນະສຸກ ກໍ່ຄືບັນດາເມືອງໃຫ້ບູລິມະສິດສັກຢາວັກຊີນໃຫ້ແກ່ເປົ້າໝາຍຜູ້ອອກແຮງງານ ເຮັດວຽກໃນຂົງເຂດທ່ອງທ່ຽວ ເພື່ອສ້າງໂອກາດໃຫ້ບັນດາວິສາຫະກິດທ່ອງທ່ຽວເຄື່ອນໄຫວໃນທັນທີ ເມື່ອກ້າວເຂົ້າສູ່ສະພາບປົກກະຕິໃໝ່”.

    ການເຂົ້າຮ່ວມຢ່າງຕັ້ງໜ້າຈາກອົງການຄຸ້ມຄອງ ແລະ ວິສາຫະກິດ ໄດ້ຮັບຖືວ່າຈະສ້າງກຳລັງໜູນ ເພື່ອນຳຂະແໜງທ່ອງທ່ຽວ ເກິ່ນເທີ ກັບຄືນສູ່ເຄື່ອນໄຫວປົກກະຕິ ແລະ ພັດທະນາໃນໄລຍະປົກກະຕິໃໝ່ ພາຍຫຼັງໂຄວິດ - 19 ໄດ້ຮັບການຄວບຄຸມເປັນຢ່າງດີ. 

ຕອບກັບ

ຂ່າວ/ບົດ​ອື່ນ