(vovworld)- ໂດຍເລີ່ມລົງມືກໍ່ສ້າງເມື່ອປີ 1898 ແລະ ສຳເລັດໃນປີ 1902, ຂົວລອງບຽນ ຊື່ງແມ່ນຂົວເຫລັກຕັ້ງຂ້າມແມ່ນຳ້ແດງ ດ້ວຍຄວາມຍາວເກືອບ 2 ກິໂລແມັດ ໂດຍນັກປະມູນ Dayde & Pille ເປັນຜູ້ຮັບເໝົາກໍ່ສ້າງ. ນີ້ແມ່ນຂົວແຫ່ງໃຫຍ່ກວ່າໝູ່ຢູ່ ອິນດູຈີນ ໃນຄາວນັ້ນ ແລະ ແມ່ນຮ່ອງຮອຍປະຫວັດສາດ ສຳລັບປະຊາຊົນຫວຽດນາມ ກ່ຽວກັບໄລຍະເປັນຫົວເມືອງຂຶ້ນທີ່ແກ່ຍາວເກືອບສັດຕະວັດ. ບັນດາເອກະສານກ່ຽວກັບການອອກແບບ, ກໍ່ສ້າງ ແລະ ບູລະນະປະຕິສັງຂອນຂົວແຫ່ງນີ້ ມາຮອດປະຈຸບັນຍັງໄດ້ຮັບການຮັກສາໄວ້ເໝືອນເດີມ. ນີ້ແມ່ນບັນດາເອກະສານເຊື່ອມຕໍ່ພູມປັນຍາປະຫວັດສາດລະຫວ່າງ ອະດີດຕະການ ແລະ ປະຈຸບັນຂອງກິດຈະກຳສະຖາປັດຕະຍະກຳທີ່ລືຊື່ນີ້.
ຂົວລອງບຽນ
ພາບ:internet
|
ແຕ່ລະມື້ ມີຄົນໄປໆມາໆ ຜ່ານຂົວ ລອງບຽນ ເປັນຈຳນວນຫລວງຫລາຍ ແລະ ໃນນັ້ນ ມີຫລາຍຄົນໄດ້ຕັ້ງຄຳຖາມເອງວ່າ ຂົວແຫ່ງນີ້ໄດ້ຮັບການກໍ່ສ້າງຄືແນວໃດ. ປີ 1898, ຜູ້ມີອຳນາມເຕັມ ແຫ່ງ ອິນດູຈີນ ໄດ້ຮັບຮູ້ວ່າ: ນີ້ແມ່ນຂົວແຫ່ງຫນຶ່ງໄດ້ຮັບການກໍ່ສ້າງດ້ວຍເຫລັກທີ່ເປັນເອກະລັກສະເພາະ ແລະ ຄັດເລືອກ ບໍລິສັດ Dayde& Pille ເປັນຜູ້ຮັບເໝົາກໍ່ສ້າງຢ່າງເປັນທາງການ ດ້ວຍລາຍຈ່າຍ 5.900.00 0 Franc (ສະກຸນເງີນຝລັ່ງ). ແຕ່ຄວາມຈິງລາຍຈ່າຍໃຫ້ແກ່ກິດຈະກຳນີ້ແມ່ນຂຶ້ນເຖິງ 6.200.000 Franc. ທ່ານ ເລຮູຍຕວນ, ສັງກັດສູນສຳເນົາເອກະສານແຫ່ງຊາດ 1 ໃຫ້ຮູ້ວ່າ:
“ນີ້ແມ່ນກິດຈະກຳສຳຄັນ. ຜູ້ມີອຳນາມເຕັມ ແຫ່ງ ອິນດູຈີນ ເອົາໃຈໃສ່ເຖິງການຂຸດຄົ້ນຫົວເມືອງຂຶ້ນ, ສະນັ້ນ ພື້ນຖານໂຄງລ່າງແມ່ນຂົງເຂດທີ່ເຂົາເຈົ້າຕ້ອງສົນໃຈທີ່ສຸດ. ໃນຈຸດເວລານັ້ນ ການຈໍລະຈອນສິນຄ້າຈາກໃຈກາງທົ່ງພຽງພາກເຫນືອລົງຫາຍຟ່ອງ ແລະ ຈາກ ຫາຍຟ່ອງໄປເຖິງ ຮ່າໂນ້ຍ ບໍ່ທັນມີຂົວແຫ່ງໃດ ສ່ວນຫລາຍແມ່ນຂົນສົ່ງດ້ວຍເຮືອຂ້າມແມ່ນຳ້.ໃນວິວັດການກໍ່ສ້າງ, ທຳອິດແມ່ນອອກແບບໃຫ້ທາງລົດໄຟແຕ່ຍັງມີການຄິດໄລ່ເຖິງການພັດທະນາທາງບົກ. ມີ 6 ບໍລິສັດເຂົ້າຮ່ວມການປະມູນກໍ່ສ້າງຂົວລອງບຽນ ແຕ່ສຸດທ້າຍ ບໍລິສັດ Dayde& Pille ເປັນຜູ້ຊະນະການປະມູນ ແລະ ຮັບເໝົາກໍ່ສ້າງ.”
4 ປີ ພາຍຫລັງມື້ລົງມືກໍ່ສາງ, ລົດໄຟ ຖ້ຽວທຳອິດເລີ່ມເດີນທາງຈາກ ສະຖານນີລົດໄຟ ຮ່າໂນ້ຍ ສົ່ງ ເຈົ້າຊີວິດ ແທງທາຍ ແລະ ທ່ານ Paul Doumer ຜູ້ມີອຳນາດເຕັມແຫ່ງ ອິນດູຈີນ ມາເຂົ້າຮ່ວມພິທີເປີດສະຫລອງ ໂດຍຊ່ອງຫນ້າຊາວຮ່າໂນ້ຍ ນັບພັນໆຄົນ. ທີ່ພິທີນີ້ ຂົວແຫ່ງໃຫຍ່ກວ່າໝູ່ ຢູ່ ອາຊີຕາເວັນອອກສ່ຽງໃຕ້ໄດ້ຕັ້ງຊື່ຕາມຊື່ຂອງຜູ້ມີຂໍ້ລິເລີ່ມກໍ່ສ້າງຂົວນີ້ ນັ້ນແມ່ນ ທ່ານ Paul Doumer ຜູ້ມີອຳນາດເຕັມແຫ່ງອິນດູຈີນ. ແລະ ສາຍທາງລົດໄຟຈາກຮ່າໂນ້ຍໄປເຖິງຊາຍແດນ ຫວຽດນາມ -ຈີນ, ຕອນ ຮ່າໂນ້ຍ - ຢາເລີມ ກໍ່ໄດ້ນຳເຂົ້າເຄື່ອນໄຫວ. ນັບແຕ່ມື້ນັ້ນເປັນຕົ້ນ, ທ່າເຮືອບັກຂອງ ຮ່າໂນ້ຍ ຖືກລົບລ້າງ, ຄວາມຕ້ອງການໄປມາແລກປ່ຽນຄ້າຂາຍສິນຄ້າຂອງ ປະຊາຊົນ ພາກເຫນືອຫວຽດນາມ ເມື່ອຜ່ານແມ່ນ້ຳແດງໃນຍາມຝົນ, ນ້ຳຖ້ວມ ບໍ່ປະສົບກັບຄວາມຫຍຸ້ງຍາກ . ຂົວ Paul Doumer ໄດ້ຊ່ວຍໃຫ້ແຜນການຂຸດຄົ້ນຫົວເມືອງຂຶ້ນຂອງ ຝລັ່ງ ມີຄວາມສະດວກສະບາຍກວ່າ ແລະ ກໍຊ່ວຍໃຫ້ການຄົມມະນາຄົມເຊື່ອມຕໍ່ ຮ່າໂນ້ຍ ກັບບັນດາແຂວງ ພາກເຫນືອຫວຽດນາມ ສະດວກກວ່າ. ຮອດເດືອນ 7 ປີ 1945, ທ່ານໝໍ ເຈີນວັນລາຍ ໄດ້ປ່ຽນຊື່ຂົວແຫ່ງນີ້ ແມ່ນຂົວລອງບຽນ. ລຸງ ຫວູວັນຖີ່ນ ຊາວ ຮ່າໂນ້ຍ ຊື່ງແມ່ນຜູ້ມີອະນຸສອນຫລາຍຢ່າງທີ່ຕິດພັນກັບຂົວ ລອງບຽນ ໃຫ້ຮູ້ວ່າ:
“ໃນໄລຍະສົງຄາມ, ຢູ່ເທິງຂົວ ໄດ້ຕັ້ງຖານປືນໃຫຍ່ເພື່ອຍິງເຮືອບິນສັດຕູ. ປີ 1971 ນ້ຳຂຶ້ນສູງກໍໄດ້ໄຫລຜ່ານທາງເດິນເທິງຂົວແຫ່ງນີ້. ຂົວແຫ່ງນີ້ ແມ່ນງາມຫລາຍ ເພາະ ມັນໄດ້ຮັບການອອກແບບຕາມຮູບມັງກອນ, ຖ້າໄດ້ຮັບການບູລະນະປະຕິສັງຂອນ, ຂົວລອງບຽນ ແມ່ນແຫ່ງທີ່ສວຍງາມ ແລະ ເກົ່າແກ່ ຢູ່ ອິນດູຈີນ ແລະ ທັງພາກພື້ນ.”
ຂົວ ລອງບຽນ ໃນຍາມ ຄຳ່ຄືນ
|
ຄຽງຄູ່ກັບການພັດທະນາເຕັກໂນໂລຊີ ແລະ ຈຳນວນປະຊາກອນເພີ່ມຂຶ້ນ, ພາຍຫລັງ ນຳໃຊ້ມາເປັນເວລາ 20 ປີ, ບໍລິສັດ Dayde& Pille ສືບຕໍ່ເປັນຜູ້ຮັບເໝົາກໍ່ສ້າງຕື່ມອີກ 2 ເລນທາງຢູ່ລຽບຕາມ 2 ຟາກຂົວ, ແຕ່ລະລານມີລວງກວ້າງ 2 ແມັດ.
ຫນັງສືພິມລາຍສັບປະດາ Eveil Economique ສະບັບເລກທີ 387 ໃນຄາວນັ້ນ ໄດ້ລົງພິມຂ່າວກ່ຽວກັບການສະເຫນີກໍ່ສ້າງຂົວແຫ່ງທີ 2 ຕື່ມອີກ ຄ້າຍຄືຂົວ ລອງບຽນໃຫ້ແກ່ ຮ່າໂນ້ຍ. ເຖິງຢ່າງໃດກໍຕາມ, ຝ່າຍ ຝລັ່ງ ບໍໍ່ປະຕິບັດ ຍ້ອນກິດຈະການຂຸດຄົ້ນຫົວເມືອງຂຶ້ນຂອງເຂົາເຈົ້າໄດ້ສິ້ນສຸດໃນປີ 1954 ແລະ ມີຫລາຍສາຍເຫດດ້ານເສດຖະກິດອື່ນ. ແນວໃດກໍຕາມ, ບັນດາຂໍ້ສະເຫນີນີ້ ແມ່ນແນວຄວາມຄິດດີໃຫ້ແກ່ບັນດານັກວາງແຜນກຳນົດສະຖາປັດຕະຍະກຳ ຮ່າໂນ້ຍ. ທ່ານ ເລຮູຍຕວນ, ສັງກັດສູນສຳເນົາເອກະສານແຫ່ງຊາດ 1 ໃຫ້ຮູ້ວ່າ:
“ເປັນທີ່ຈະແຈ້ງແລ້ວວ່າ ຂົວແຫ່ງນີ້ ຝລັ່ງກໍ່ສ້າງເພື່ອຂຸດຄົ້ນຫົວເມືອງຂຶ້ນ ແຕ່ດ້ານຕັ້ງຫນ້າແມ່ນເປີດກວ້າງຄົມມະນາຄົມໃຫ້ຊາວຫວຽດນາມ ແລະ ມາຮອດປະຈຸບັນ ພວກເຮົາຍັງຮັກສາໄວ້. ຜ່ານບັນດາວິວັດການ, ນີ້ແມ່ນກິດຈະກຳຈຸດສຸມ ຊ່ວຍໃຫ້ການຈໍລະຈອນສິນຄ້າເປັນຢ່າງດີ. ຫລັງຈາກນັ້ນ ຂົວແຫ່ງນີ້ແມ່ນກິດຈະກຳປະຫວັດສາດ, ຄົງຕົວໃນໄລຍະຍາວນານ ສະນັ້ນ ມີຄວາມໝາຍດ້ານວັດທະນະທຳອີກ. ນອກນັ້ນ ຂົວແຫ່ງນີ້ ຍັງແມ່ນພະຍານຫລັກຖານປະຫວັດສາດຂອງບັນດາໄລຍະ, ປີ 1955 ພວກລ່າເມືອງຂຶ້ນ ຝລັ່ງ ຖອນກຳລັງທະຫານກັບຄືນເມືອປະເທດ ຂີ່ລົດໄຟໄປເຖິງ ຫາຍຟ່ອງ ກໍຕ້ອງໄປຜ່ານຂົວແຫ່ງນີ້.”
ມາຮອດປະຈຸບັນ, ຮ່າໂນ້ຍ ມີຂົວທັນສະໄຫມຫລາຍແຫ່ງຕື່ມອີກ ຄື ຂົວ ເຈືອງເຢືອງ, ທັງລອງ, ແທນຈີ, ຫວີງຕູຍ, ເຍີດເຕີນ. ແຕ່ຂົວລອງບຽນ ຄົງຕົວມາເປັນເວລາ ກວ່າ 1 ສັດຕະວັດ ແຕ່ມັນຄ້າຍຄືຊາວຫວຽດນາມ ດຸໝັ່ນຂະຫຍັນພຽນ ແຕ່ລະມື້ ໄດ້ຕິດພັນກັບບັນດາຍານພາຫະນະສັນຈອນໄປມາ ຄືລົດໄຟ, ລົດຖີບ, ລົດຈັກ. ປະຈຸບັນ ເມື່ອເວົ້າເຖິງ ຂົວ ລອງບຽນ ຊາວຫວຽດນາມ ຜູ້ໃດກໍຄິດເຖິງຂົວແຫ່ງຫນຶ່ງທີ່ເຊື່ອມຕໍ່ປະຫວັດສາດ ແລະ ໄລຍະປະຈຸບັນ, ແມ່ນຄຸນຄ່າດ້ານຈິດໃຈທີ່ຂາດບໍ່ໄດ້ໃນຄວາມນຶກຄິດຂອງ ຊາວຮ່າໂນ້ຍ.