ຄຸນຄ່າປູຊະນີຍະສະຖານລະດັບຊາດພິເສດໂນນ ດົ໊ງດາ

(VOVWORLD) -ໂນນ ດົ໊ງດາ ແມ່ນສະຖານທີ່ປະຫວັດສາດຕິດພັນກັບໄຊຊະນະ ງັອກໂຮ່ຍ - ດົ໊ງດາ ຂອງເຈົ້າຊີວິດ ກວາງຈຸງ - ຫງວຽນເຫວະ ພ້ອມກັບກຳລັງທະຫານ ເຕິຍເຊີນ ຕີທັບມ້າງພວກທະຫານ ຊິງ ເຂົ້າຮຸກຮານເມື່ອລະດູບານໃໝ່ປີລະກາ 1789. ວັນທີ 24 ທັນວາ ປີ 2018 ນາຍົກລັດທະມົນຕີ ຫວຽດນາມ ໄດ້ປະກາດໃຊ້ຂໍ້ຕົກລົງ ຈັດອັນດັບປູຊະນີຍະສະຖານປະຫວັດສາດໂນນ ດົ໊ງດາ ແມ່ນປູຊະນີຍະສະຖານລະດັບຊາດພິເສດ. ໂນນ ດົ໊ງດາ ຈະໄດ້ຮັບການອະນຸລັກ, ເສີມຂະຫຍາຍຢ່າງຖືກຕ້ອງຕາມຄຸນຄ່າ, ຄວາມໝາຍອັນໃຫຍ່ຫຼວງ ຂອງປູຊະນີຍະສະຖານລະດັບຊາດພິເສດ ໃນສາງມໍລະດົກວັດທະນະທຳ ຫວຽດນາມ
ຄຸນຄ່າປູຊະນີຍະສະຖານລະດັບຊາດພິເສດໂນນ ດົ໊ງດາ - ảnh 1 ງານບຸນໂນນດົ໊ງດາຖືກຈັດຂຶ້ນໃນແຕ່ລະປີ

ໂນນ ດົ໊ງດາ ນອນຢູ່ຖະໜົນ ເຕິຍເຊີນ ຕາແສງ ກວາງຈຸງ ເມືອງ ດົ໊ງດາ ນະຄອນຮ່າໂນ້ຍ. ປູຊະນີຍະສະຖານໂນນ ດົ໊ງດາ ມີສອງປະຕູໂຂງ ເຊິ່ງລວມມີປະຕູໂຂງໃຫຍ່ຢູ່ໜ້າຖະໜົນ ເຕິຍເຊີນ ແລະ ປະຕູໂຂງນ້ອຍຢູ່ໜ້າຖະໜົນ ດັ້ງຕ໊ຽນດົງ. ທ່ານ ຫວໍຫງວຽນຟອງ ປະທານຄະນະກຳມະການປະຊາຊົນເມືອງ ດົ້ງດາ ໃຫ້ຮູ້ວ່າ:

       “ປີ 1962, ປູຊະນີຍະສະຖານໂນນ ດົ໊ງດາ ແມ່ນໜຶ່ງໃນຈຳນວນປູຊະນີຍະສະຖານ 12 ແຫ່ງທີ່ພົ້ນເດັ່ນທຳອິດຂອງ ຮ່າໂນ້ຍ ເຊິ່ງກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວໄດ້ຈັດອັນດັບ ເປັນປູຊະນີຍະສະຖານລະດັບຊາດ. ປີ  1989 ເນື່ອງໃນໂອກາດວັນສະເຫຼີມສະຫຼອງ 200 ປີແຫ່ງວັນໄຊຊະນະ ດົ໊ງດາ, ນະຄອນຮ່າໂນ້ຍ ໄດ້ອະນຸຍາດໃຫ້ສ້າງຕັ້ງສວນສາທາລະນະວັດທະນະທຳດົ໊ງດາ ເຊິ່ງລວມມີກຸ່ມປູຊະນີຍະສະຖານໂນນ ດົ໊ງດາ,  ອະນຸສາວະລີ ເຈົ້າຊີວິດ ກວາງຈຸງ, ຫໍວາງສະແດງ, ເດີ່ນລະຫຼິ້ນ ແລະ ບັນດາກິດຈະກຳຍ່ອຍ. ປູຊະນີຍະສະຖານໂນນ ດົ໊ງດາ ມີເນື້ອທີ່ 21.745 ຕາແມັດ”.

      ໃຈກາງຂອງປູຊະນີຍະສະຖານແຫ່ງນີ້ກໍ່ແມ່ນໂນນ ດົ໊ງດາ ທີ່ມີມາກ່ອນນີ້ນັບ 100 ປີ ມີທີ່ຕັ້ງສຳຄັນຢູ່ບໍລເວນທາງກ້ຳຕາເວັນຕົກຂອງກຸງ ທັງລອງ ເມື່ອກ່ອນນີ້. ຢູ່ຈອມໂນນມີແຜ່ນສີລາຄວັດບົດກອນຮຽກຮ້ອງລຸກຮື້ຂຶ້ນຂອງເຈົ້າຊີວິດ ກວາງຈຸງ. ນອກຈາກນັ້ນກໍ່ຍັງມີວິຫານ ຈຸງຫຼຽດ ບູຊາບັນດາເຈົ້າເສນາອາມາດ, ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວດເພື່ອຊາດ, ສ່ວນອະນຸສາວະລີເຈົ້າຊີວິດ ກວາງຈຸງ ໄດ້ຖືກປຸກສ້າງຢູ່ຄຽງຂ້າງໂນນ ດົ໊ງດາ ໃນໂອກາດສະເຫຼີມສະຫຼອງ 200ປີ ແຫ່ງວັນໄຊຊະນະ ງັອກໂຮ່ຍ - ດົ໊ງດາ ປີ 1989. ຮູບປັ້ນເຈົ້າຊີວິດ ກວາງຈຸງ ສູງເກືອບ 15 ແມັດ ຖືກເຮັດດ້ວຍເບຕົງເສີມເຫຼັກ, ມີນ້ຳໜັກ 200 ໂຕນ ຖືກຕິດກະໂລຫີນການິດ. ຢູ່ສອງເບື້ອງຂອງອະນຸສາວະລີ ແມ່ນສອງຮູບແກະຄວັດສະຫຼັກ ເຮັດດ້ວຍຫີນຂາວ ເຊິ່ງໄດ້ພັນລະນາເຖິງການບຸກໂຈມຕີຢ່າງວ່ອງໄວ ບຸກເຂົ້າບັນດາປ້ອມໝັ້ນຂອງພວກທະຫານຊິງ ຢູ່ ຮະໂຮ່ຍ, ງັອກໂຮ່ຍ, ເຄືອງເທື້ອງ, ດົ໊ງດາ ຂອງກຳລັງທະຫານ ເຕິຍເຊີນ.

         ວິຫານບູຊາເຈົ້າຊີວິດ ກວາງຈຸງ ຖືກຕັ້ງຢູ່ຫຼັງອະນຸສາວະລີເຈົ້າຊີວິດ ກວາງຈຸງ, ປະກອບດ້ວຍສອງຊັ້ນ ໄດ້ຮັບການປຸກສ້າງເມື່ອປີ 2010 ເນື່ອງໃນໂອກາດສະເຫຼີມສະຫຼອງ 1.000 ແຫ່ງວັນ ທັງລອງ - ຮ່າໂນ້ຍ. ຊັ້ນສອງແມ່ນວິຫານບູຊາ ຖືກອອກແບບຕາມປະເພນີດ້ວຍສອງຫຼັງຄາ, ສວ່ນຊັ້ນລຸ່ມແມ່ນຫ້ອງ ວາງສະແດງວັດຖຸພັນ  ແລະ ບັນດາຮູບພາບພັນລະນາ ເຖິງບັນດາການບຸກໂຈມຕີຢ່າງວ່ອງໄວຂອງທະຫານ ເຕິຍເຊີນ. ຢູ່ທີ່ນີ້ຍັງມີຫ້ອງວາງສະແດງມີເນື້ອທີ່ 100 ຕາແມັດ ເຊິ່ງໄດ້ວາງສະແດງບັນດາວັດຖຸພັນປະຫວັດສາດໃນສະໄໝ ເຕິຍເຊີນ, ວັດຖຸເອກສານຮູບຖ່າຍກ່ຽວກັບງານບຸນໂນນ ດົ໊ງດາ. ຄຸນຄ່າທາງດ້ານວັດທະນະທຳບໍ່ເປັນວັດຖຸ ຂອງປູຊະນີຍະສະຖານລະດັບຊາດພິເສດໂນນ ດົ໊ງດາ ແມ່ນງານບຸນໂນນ ດົ໊ງດາ. ໃນວັນທີ່ 5 ບຸນເຕັດ ໃນແຕ່ລະປີ, ງານບຸນໂນນ ດົ໊ງດາ ຖືກຈັດຂຶ້ນ ເພື່ອລະນຶກເຖິງວັນໄຊຊະນະປະຫວັດສາດ ດົ໊ງດາ, ປົດປ່ອຍກຸງ ທັງລອງ. ທ່ານ ຮອງສາສະດາຈານ - ປອ ດັ້ງວັນບ່າຍ ອະດີດຫົວໜ້າກົມມໍລະດົກວັດທະນະທຳ ໃຫ້ຮູ້ວ່າ:

        “ເມືອງ ດົ໊ງດາ ແລະ ຄະນະຄຸ້ມຄອງປູຊະນີຍະສະຖານໂນນ ດົ໊ງດາ, ພະແນກທ່ອງທ່ຽວ ຮ່າໂນ້ຍ ອາດຈະຍົກອອກໂຄງການສຶກສາປະຫວັດສາດໃຫ້ແກ່ນັກຮຽນທີ່ມານີ້ ຊອກຮູ້ຮ່ຳຮຽນກ່ຽວກັບປະຫວັດສາດ ດ້ວຍການໂຕ້ຕອບ, ລົງຕົວຈິງ, ພົບປະແລກປ່ຽນໂດຍຜ່ານເຄື່ອງມືທັນສະໄໝ ເຕັກນິກດີຈີຕອນ. ງານບຸນໂນນ ດົ໊ງດາ ຕ້ອງກາຍເປັນວັນບຸນຂອງທົ່ວປະເທດ. ເປັນອັນວ່າ ໄດ້ສ້າງພະລັງຊີວິດໃໝ່ ໃຫ້ແກ່ມໍລະດົກ ແລະ ສ້າງບາດກ້າວບຸກທະລຸທາງດ້ານການທ່ອງທ່ຽວ”.

      ເພື່ອເສີມຂະຫຍາຍປະສິດທິຜົນຂອງປູຊະນີຍະສະຖານລະດັບຊາດພິເສດໂນນ ດົ໊ງດາ, ນະຄອນຮ່າໂນ້ຍ ຈະປັບປຸງບັນດາກິດຈະກຳຂອງປູຊະນີຍະສະຖານ, ຄົ້ນຄວ້າຟື້ນຟູບັນດາກິດຈະກຳທີ່ໄດ້ເຄີຍຄົງຕົວ ໃນປູຊະນີຍະສະຖານ, ເພີ່ມທະວີການໂຄສະນາ, ເຊື່ອມຕໍ່ກັບບັນດາປູຊະນີຍະສະຖານທີ່ລືຊືຶ່ອື່ນໆທີ່ນະຄອນຫຼວງ ຮ່າໂນ້ຍ. ຮອງສາສະດາຈານ ປອ ເຢືອງວັນເສົາ ສັງກັດມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ຖືວ່າ:

      “ໂນນ ດົ໊ງດາ ແມ່ນປູຊະນີຍະສະຖານລະດັບຊາດພິເສດ, ດັ່ງນັ້ນກໍ່ຕ້ອງມີວິທີການແກ້ໄຂສະເພາະ ເພື່ອສ້າງເປັນສະຖານທີ່ເປັນເອກະລັກ. ຢາກເຮັດໄດ້ເຊັ່ນນັ້ນ ກໍ່ຕ້ອງມີການລົງທຶນ, ມີພື້ນຖານໂຄງລ່າງ, ການບໍລິການຄົບຊຸດ. ຖ້າວ່າໂນນ ດົ໊ງດາ ໄດ້ຮັບການເອົາໃຈໃສ່ລົງທຶນ ແມ່ນຈະສ້າງເປັນຄຸນຄ່າພິເສດ”.

      ບັນດາອົງການທີ່ມີຄວາມຮັບຜິດຊອບຂອງ ນະຄອນຮ່າໂນ້ຍ ພວມຄົ້ນຄວ້າຈະວາງແຜນກຳນົດ ກ່ຽວກັບປູຊະນີຍະສະຖານໂນນ ດົ໊ງດາ ໃຫ້ສົມກັບປູຊະນີຍະສະຖານລະດັບຊາດພິເສດ, ນຳປູຊະນີຍະສະຖານແຫ່ງນີ້ ກາຍເປັນສະຖານທີ່ພົ້ນເດັ່ນ ໃນຂົງເຂດການທ່ອງທ່ຽວທີ່ນະຄອນຫຼວງ ຮ່າໂນ້ຍ, ກາຍເປັນຈຸດນັດພົບທີ່ຈັບໃຈ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະທດ.

ຕອບກັບ

ຂ່າວ/ບົດ​ອື່ນ