ຄົ້ນຫາກີ່ເທື້ອງໃນນະຄອນຮະລອງ

(VOVWORLD) -ຕາແສງກີ່ເທື້ອງຫ່າງຈາກໃຈກາງນະຄອນຮະລອງແຂວງກວ໋າງນິງ ປະມານ 60 ກິໂລແມັດ. ຢູ່ແຫ່ງນີ້ມີເຂດອະນຸລັກທຳມະຊາດດົ່ງເຊີນດ້ວຍເນື້ອທີ່ກວ້າງໃຫຍ່, ມີຄຸນຄ່າທາງດ້ານຊີວະນາໆພັນສູງມີຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວອັນດັບໜຶ່ງໃນບັນດາເຂດປ່າທາງທິດຕາເວັນອອກພາກເໜືອຫວຽດນາມ. ບັນດາຄຸນຄ່າທາງດ້ານວັດທະນະທຳທ້ອງຖິ່ນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ ກີ່ເທື້ອງ ກໍ່ສາມາດກາຍເປັນບັນດາຜະລິດຕະພັນທ່ອງທ່ຽວ ທີ່ເປັນໜ້າປະທັບໃຈສາມາດຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວເມື່ອມາຢາມຮະລອງ.
ຄົ້ນຫາກີ່ເທື້ອງໃນນະຄອນຮະລອງ - ảnh 1ເຂດອະນຸລັກທຳມະຊາດດົ່ງເຊີນຢູ່ຕາແສງກີ່ເທື້ອງ

     ເຂດອະນຸລັກທຳມະຊາດດົ່ງເຊີນຢູ່ຕາແສງກີ່ເທື້ອງມີເນື້ອທີ່ກວ່າ 15.600 ເຮັກຕາ.ປີ 2021 ເຂດອະນຸລັກແຫ່ງນີ້ ໄດ້ຂະຫຍາຍເນື້ອທີ່ໄດ້ເກືອບ 20.000 ເຮັກຕາກວ້າງໃຫຍ່ກວ່າໝູ່ໃນເຂດທາງທິດຕາເວັນອອກພາກເໜືອຫວຽດນາມ. ດົ່ງເຊີນມີລະບົບສັດພຶກສາຊາດທີ່ອຸດົມສົມບູນລວມມີພຶກສາຊາດ 1.163 ຊະນິດສັດ 224 ປະເພດລວມມີນົກສັດປ່າສັດເລືອຄານແລະສັດດຳລົງຊີວິດທັງບົກທັງນ້ຳ. ໃນນັ້ນມີສັດພຶກສາຊາດ 51 ປະເພດທີ່ຫາຍາກມີຊື່ໃນປຶ້ມແດງຫວຽດນາມແລະໜຶ່ງປະເພດຖືກບັນທຶກໄວ້ໃນປຶ້ມແດງຂອງໂລກ. ພິເສດຢູ່ ດົ່ງເຊີນຍັງມີສັດສອງປະເພດທີ່ມີຄ່າຫາຍາກຄື: ກິ້ງກ່າຈໍລະແຂ້ ແລະປາຄໍ່ໃຫຍ່ ຫວຽດນາມ. ພາແຂກທ່ອງທ່ຽວໄປຢ້ຽມຊົມເຮືອຍຮ້ານໃຫຍ່ ພວມປຸກສ້າງໃຫ້ສຳເລັດ, ອ້າຍບານວັນວີ ເລຂາໜ່ວຍພັກ ນາຍບ້ານໆ ແຄເຟືອງ ຕາແສງກີ່ເທື້ອງໃຫ້ຮູ້ວ່າ ເຮືອນຮ້ານຫຼັງນີ້ແມ່ນໂຄງການພັດທະນາການທ່ອງທ່ຽວຊຸມຊົນຂອງຊາວໜຸ່ມໃນຕາແສງ. ເຂົາເຈົ້າພວມປຸກສ້າງສາລາບ້ານເພື່ອວາງສະແດງວັດທະນະທຳຊາວເຜົ່າຢ້າວ ເຄື່ອງນຸ່ງ ຊຸດອາພອນປະຈຳເຜົ່າ ອຸປະກອນເຄື່ອງມືອອກແຮງງານ ແນະນຳບັນດາຮີດຄອງປະເພນີ ວັນບຸນ ພິທິກຳຕ່າງໆ ພ້ອມທັງສົມທົບກັບບັນດາຫົວໜ່ວຍທ່ອງທ່ຽວຂຶ້ນແຜນການນຳແຂກທ່ອງທ່ຽວຈາກຮະລອງມາຢ້ຽມຊົມທັດສະນະສຶກສາຢູ່ສະຖານທີ່ທ່ອງທ່ຽວຕ່າງໆ. ອ້າຍບານວັນວີເວົ້າວ່າ:

       “ພໍ່ແມ່ພີ່ນ້ອງໄດ້ມີການປ່ຽນແປງລະດັບຄວາມຮັບຮູ້ຢ່າງຈະແຈ້ງເຫັນວ່າວັດທະນະທຳຂອງເຜົ່າຕົນ ເມື່ອກ່ອນນີ້ບໍ່ມີໃຜຮູ້ຈັກເຖິງແຕ່ໃນປັດຈຸບັນໄດ້ແນະນຳໃຫ້ທຸກໆຄົນຮູ້ຈັກກັນດີໄດ້ຮັບຄວາມເອົາໃຈໃສ່ສ້າງເງື່ອນໄຂເພື່ອພັດທະນາດັ່ງນັ້ນພວກພໍ່ຕູ້ແມ່ຕູ້ທຸກໆຄົນຕ່າງກໍ່ມີຄວາມພາກພູມໃຈຈາກນັ້ນທຸກໆຄົນກໍ່ເຫັນດີເຫັນພ້ອມ ເພື່ອນຳວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງຊົນເຜົ່າອອກສູ່ຊຸມຊົນ ທັງເປັນການຮັກສາໂຄສະນາໃຫ້ລູກຫຼານຮັກສາໄວ້ໃນອະນາຄົດ”.

      ຕາມອ້າຍບານວັນວີແລ້ວ ນັບມື້ນັບມີແຂກທ່ອງທ່ຽວມາຢ້ຽມຢາມກີ່ເທື້ອງຫຼາຍຂຶ້ນຍ້ອນທິວທັດທຳມະຊາດທີ່ເປັນເອກະລັກ ຈຸດວັດທະນະທຳອັນເປັນປະເພນີຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ແຫ່ງນີ້ ການນຳສະຖານທີ່ທ່ອງທ່ຽວຕ່າງໆຢູ່ແຫ່ງນີ້  ຂຶ້ນແຜນທີ່ທ່ອງທ່ຽວເຊື່ອມຕໍ່ກັບອ່າວຮະລອງທີ່ມີຊື່ສຽງແມ່ນຈະໄດ້ປະຕິບັດໃນອະນາຄົດອັນບໍ່ໄກນີ້ ຂະນະທີ່ບັນດາໂຄງການທີ່ມີຂອບຂະໜາດໃຫຍ່ຄືກຸ່ມເຂດອະນຸລັກທຳມະຊາດແລະທ່ອງທ່ຽວ ຊາຟາລີ ຮະລອງ ເສັ້ນທາງເຊື່ອມຕໍ່ຂົວ ເກື໋ອລຸກໜຶ່ງສອງກັບກີ່ເທື້ອງພວມກໍ່ສ້າງໃຫ້ເປັນຮູບປະທຳ. ທ່ານລິງຢູຮົ່ງເລຂາຄະນະພັກປະທານຄະນະກຳມະການປະຊາຊົນຕາແສງກີ່ເທື້ອງໃຫ້ຮູ້ວ່າ ປັດຈຸບັນທາງຕາແສງພວມປະກອບເອກະສານສະເໜີ ຢັ້ງຢືນຮັບຮອງກີ່ເທື້ອງບັນລຸມາດຕະຖານຊົນນະບົດໃໝ່. ດ້ວຍການຊ່ວຍໜູນທາງດ້ານນະໂຍບາຍແລະຈິດໃຈເປັນເຈົ້າຕົນເອງຂອງປະຊາຊົນ, ກີ່ເທື້ອງຈະມີຄວາມຄາດຫວັງໃໝ່ຫຼາຍຢ່າງເພື່ອບືນຕົວຂຶ້ນ.ທ່ານລິງຢູຮົ່ງໃຫ້ຮູ້ວ່າ:

      “ໃນປີ 2020 ພາຍຫຼັງທີ່ ແຮ່ວງໂບ່ ຖືກຄວບເຂົ້າຮະລອງນັ້ນການປ່ຽນແປງຢ່າງໃຫຍ່ຫຼວງທີ່ສຸດໃນການກຳນົດທິດຍາວນານນັ້ນແມ່ນພວກຂ້າພະເຈົ້າໄດ້ມີແຜນຜັງໃຈກາງຕາແສງໄດ້ຮັບການເຊັນອະນຸມັດ ຕໍ່ຈາກນັ້ນຈະຂະຫຍາຍຕົວຕາມທິດບັນລຸມາດຖານຂອງຕາແສງໜຶ່ງຂຶ້ນກັບນະຄອນ. ໃນໄລຍະທີ່ຈະມາເຖິງພວກຂ້າພະເຈົ້າຈະມີບັນດາມະຕິ, ໂຄງການຕາມທິດບໍ່ພຽງແຕ່ລົງທຶນເຂົ້າໃນເນື້ອທີ່ປ່າເທົ່ານັ້ນຫາກຍັງເປີດກວ້າງຫຼາຍຂຶ້ນ ພິເສດແມ່ນການທ່ອງທ່ຽວທຳມະຊາດທ່ອງທ່ຽວຕິດພັນກັບການພັດທະນາວັດທະນະທຳອັນເປັນປະເພນີຂອງຊາວເຜົ່າຢ້າວ.”

       ເດີນທາງອອກຈາກບ້ານກີ່ເທື້ອງກັບຄືນສູ່ໃຈກາງນະຄອນຮະລອງເສັ້ນທາງທີ່ຄົດລ້ຽວຖືກອ້ອມຮອບດ້ວຍແຖວຕົ້ນແປກຂຽວອຸ່ມທຸ່ມໃນທ່າມກາງນ້ຳໝອກກົ້ວຂອງໝູ່ບ້ານອັນໄດ້ເຮັດໃຫ້ແຂກທ່ອງທ່ຽວເພີ່ມຄວາມປະທັບໃຈແລະ ຍາກທີ່ຈະຫຼົງລືມໄດ້ ກ່ຽວກັບໝູ່ບ້ານກີ່ເທື້ອງທີ່ເປັນເອກະລັກແລະມີຄວາມແຕກຕ່າງໃນໃຈກາງນະຄອນຮະລອງ. 

ຕອບກັບ

ຂ່າວ/ບົດ​ອື່ນ