ຄົ້ນຫາຂົວແກ້ວແບັກລອງ - ຂົວແຫ່ງສະຖີຕິຂອງໂລກ

(VOVWORLD) -    ຫຼາຍປີມານີ້ ໝົກເຈົາໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ລື້ງເຄີຍຂອງແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດເຊິ່ງໄດ້ເລືອກເອົາເມື່ອມາຢາມແຂວງເຊີນລາ. ຢູ່ແຫ່ງນີ້ມີອາກາດເຢັນສະບາຍປອດໂປ່ງ ພ້ອມກັນນັ້ນກໍ່ແມ່ນທິວທັດພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ພ້ອມກັບບັນດາຮ່ອມພູຂຽວອຸ່ມທຸ່ມຈົນສຸດສາຍຕາມີຄວາມງາມດັ່ງໃນຝັນ. ປັດຈຸບັນເມື່ອມາຮອດໝົກເຈົາແຂກທ່ອງທ່ຽວຍັງມີໂອກາດຄົ້ນຫາບັນດາສິ່ງທີ່ເປັນໜ້າຈັບໃຈດ້ວຍກິດຈະກຳຂົວແກ້ວແບັກລອງ ເຊິ່ງແມ່ນຂົວແຫ່ງສະຖີຕິຢຸຍເນັດໂລກ
ຄົ້ນຫາຂົວແກ້ວແບັກລອງ - ຂົວແຫ່ງສະຖີຕິຂອງໂລກ - ảnh 1ຂົວແກ້ວມີລວງຍາວ632ແມັດ ຄວາມສູງຫ່າງຈາກໜ້າດິນ130ແມັດ

     ຂົວແກ້ວແບັກລອງຖືກຕັ້ງຢູ່ໃນເຂດທ່ອງທ່ຽວໝົກເຈົາອິດສະແລນຫ່າງຈາກໃຈກາງເມືອງໝົກເຈົາແຂວງເຊີນລາປະມານ10 ກິໂລແມັດຂົວແກ້ວມີຍອດລວງຍາວ 632 ແມັດຄວາມສູງຫ່າງຈາກໜ້າດິນ 130 ແມັດ.ໜ້າຂົວແມ່ນແກ້ວໃຫຍ່ຫຼາຍແຜນຕິດຕໍ່ກັນດ້ວຍຂະໜາດ 2,4 x 3 ແມັດ ຂົວໄດ້ຮັບການຕິດຕັ້ງລະບົບດອກໄຟທີ່ງາມຕາດ້ວຍການນຳໃຊ້ເຕັກໂນໂລຊີ 9ມິຕິ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວເມື່ອຍ່າງເທິງຂົວ. ທ່ານແກຣນໂຕແລັດ ຜູ້ຕາງໜ້າອົງການສະຖີຕິໂລກໄດ້ຕີລາຄາວ່າ:

       “ຂ້າພະເຈົ້າຕ້ອງໄດ້ຮັບຮູ້ວ່າກິດຈະກຳນີ້ ແມ່ນຜົນງານອັນດີເດັ່ນທາງດ້ານເຕັກນິກການກໍ່ສ້າງ. ເຕັກນິກການດຳເນີນກໍ່ສ້າງຂົວແມ່ນເປັນໜ້າຕົກສະເງິ ຂະນະທີ່ເຂົາເຈົ້າສາມາດຕັ້ງຂົວແກ້ວແຕ່ລະຕອນຢູ່ຕາມເນີນພູແລະຍ່າງເທິງຂົວກໍ່ຮູ້ສຶກມີຄວາມປອດໄພ. ກິດຕະກຳນີ້ ກໍ່ແມ່ນຜົນງານເປັນໜ້າມະຫັດສະຈັນຢ່າງແທ້ຈິງ. ສິ່ງທີ່ພາໃຫ້ແຂກທ່ອງທ່ຽວທັງຫຼາຍມີຄວາມນິຍົມຊົມຊອບ ເມື່ອມາຮອດຂົວແກ້ວແບັກລອງ ນັ້ນແມ່ນທາງຍ່າງເຮັດດ້ວຍແກ້ວແລ່ນຄົດງໍຕັ້ງຂ້າມສອງຮ່ອມພູມີລວງຍາວ 290 ແມັດ.ຢືນຢູ່ເທິງຂົວມຸ່ງສາຍຕາໄປທາງໄກ ກໍ່ເຫັນພູຜາສະຫຼັບສັບຊ້ອນ ຫຼຽວເບິ່ງທາງລຸ່ມກໍ່ແມ່ນຮ່ອມພູຫ່າງຈາກໜ້າດິນປະມານ 150 ແມັດ ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມປະທັບໃຈ. ເມື່ອຍ່າງຜ່ານຂົວແກ້ວກໍ່ຮອດຂົວຖ້ຳຈີມເທິ່ນຫຼືເອີນວ່າຖ້ຳເມື່ອງມັອກດ້ວຍລະບົບນົມຜາຫີນທຳມະຊາດ ສວຍສົດງົດງາມປຽບເໝືອນກິດຈະກຳປະຕິມາກຳເທິງຫີນເຊິ່ງໄດ້ຕິດພັນກັບເລື່ອງນິທານກ່ຽວກັບນົກວິເສດເຊິ່ງຊາວທ້ອງຖິ່ນໄດ້ເລົ່າຂານປາກຕໍ່ປາກມາແຕ່ນັບຮ້ອຍປີກ່ອນນີ້. ແຂກບາງຄົນເວົ້າຄວາມໃນໃຈສູ່ຟັງວ່າ:

      “ເປັນຄັ້ງທຳອິດທີ່ເຮົາໄດ້ຍ່າງຜ່ານຂົວແກ້ວແລະຮູ້ສຶກຢ້ານທີ່ສຸດ, ນ້ຳເຫື່ອໄຫຼອາບໜ້າ, ເຮົາກໍ່ບໍ່ກ້າເບິ່ງທາງລຸ່ມຍ້ອນຢ້ານທີ່ສຸດ. ແຕ່ກໍ່ຢາກຜ່ານຜ່າຄວາມທົດສອບດ້ວຍການຍ່າງຜ່ານຂົວແກ້ວ”.

       “ຂ້າພະເຈົ້າໄດ້ໄປຮອດຂົວແກ້ວບາງແຫ່ງຢູ່ ຫວຽດນາມແຕ່ຂົວແຫ່ງນີ້ແມ່ນງາມທີ່ສຸດແລະໃຫຍ່ທີ່ສຸດເພາະວ່າໃນທ່າມກາງພູຜ່າປ່ໄມ້ ເຂດເຕິຍບັກຊ້ຳພັດມີຂົວແກ້ວຕັ້ງຂ້າມພູສອງໜ່ວຍເຊັ່ນນີ້ ກໍ່ຮູ້ສຶກເປັນໜ້າປະທັບໃຈທີ່ສຸດ”.

      ທີ່ພິທີເປີດຂົວນຳເຂົ້າເຄື່ອນໄຫວທີ່ຈັດຂຶ້ນໃນທ້າຍເດືອນພຶດສະພາທີ່ຜ່ານມາຂົວແກ້ວແບັກລອງໄດ້ຮັບການຮັບຮູ້ສາມສະຖີຕິໂລກລວມມີສະຖີຕິທາງຍ່າງຕາມເນີນພູຍາວທີ່ສຸດໃນໂລກໂດຍອົງການສະຖີຕິໂລກຢຸຍແນັດມອບໃຫ້; ສະຖີຕິຂົວແກ້ວຍາວທີ່ສຸດໃນໂລກໂດຍສະຫະສະມາຄົມສະຖີຕິໂລກຢັ້ງຢືນ... ຄາດວ່າພາຍຫຼັງທີ່ໄດ້ເປີດຕ້ອນຮັບແຂທ່ອງທ່ຽວຢ່າງເປັນທາງການຂົວແກ້ວແບັກລອງຈະຕ້ອນຮັບແຂກທ່ອງທ່ຽວປະມານ 700.000 ເທື່ອຄົນຕໍ່ປີ. ທ່ານນາງຫງວຽນທິຮວາ ຮອງປະທານຄະນະກຳມະການປະຊາຊົນເມືອງໝົກເຈົາແຂວງເຊີນລາໃຫ້ຮູ້ວ່າ:

       “ຂົວແກ້ວແບັກລອງໃນເມືອງໝົກເຈົາຫາກໍ່ເປີດນຳເຂົ້າເຄື່ອນໄຫວເຊິ່ງແມ່ນໜຶ່ງໃນບັນດາຜະລິດຕະພັນທ່ອງທ່ຽວໃໝ່ ແລະມີກຳລັງດູດດື່ມທີ່ສຸດເພາະວ່າມັນບັນລຸບັນດາສະຖີຕິຂອງໂລກ. ຜ່ານໂຄງການເຂດທ່ອງທ່ຽວໝົກເຈົາອິດສະແລນ, ທຸກໆຄົນຕ່າງກໍ່ຢາກມາຢາມໝົກເຈົາຫຼາຍຂຶ້ນເພື່ອຄົ້ນຫາຜະລິດຕະພັນທີ່ມີລະດັບສາກົນ”.

       ດ້ວຍບັນດາສະຖີຕິໂລກໄດ້ຮັບການຢັ້ງຢືນ, ຂົວແກ້ວແບັກລອງໄດ້ຮັບຖືວ່າແມ່ນຄວາມເອກອ້າງທະນົງໃຈຂອງຊາວແຂວງເຊີນລາ ເວົ້າລວມ ແລະ ເມືອງໝົກເຈົາເວົ້າສະເພາະ ຈາກນັ້ນປະກອບສ່ວນໂຄສະນາພາບພົດທ້ອງຖິ່ນໃຫ້ແກ່ແຂກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ. ທ່ານຟຸ່ງກວາງຖັງ ຮອງປະທານຜູ້ປະຈຳການສະຫະສະມາຄົມທ່ອງທ່ຽວທາງໄກຫວຽດນາມໃຫ້ຂໍ້ສັງເກດວ່າ:

      “ຂົວແກ້ວແບັກລອງແມ່ນຜະລິດຕະພັນທ່ອງທ່ຽວທີ່ບັນດາວິສາຫະກິດທ່ອງທ່ຽວໄດ້ກຳນົດທິດນຳເຂົ້າລາຍການທ່ອງທ່ຽວຮັບໃຊ້ລູກຄ້າ. ນີ້ຈະແມ່ນລາຍການທ່ອງທ່ຽວປາຍແຫຼມເພື່ອດຶງດູດແຂກທ່ອງທ່ຽວມາຢາມເຂດເຕິຍບັກເວົ້າລວມ ແລະ ແຂວງເຊີນລາເວົ້າສະເພະ. ນີ້ແມ່ນແຫ່ງມີຄຸນຄ່າເພື່ອຊຸກຍູ້ການທ່ອງທ່ຽວໃຫ້ແຂວງເຊີນລາ”.

     ຖ້າຫາກມີໂອກາດ ຂໍເຊີນບັນດາທ່ານຈົ່ງມາຢ້ຽມຢາມຫວຽດນາມ ແວ່ຢາມເມືອງໝົກເຈົາໃນແຂວງເຊີນລາ ເພື່ອພ້ອມກັນຄົ້ນຫາສິ່ງທີ່ໃໝ່ອ່ຽມ ເມື່ອຍ່າງເທິງຂົວແກ້ວແບັກລອງເຊິ່ງແມ່ນຂົວແຫ່ງສະຖີຕິໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ