ຄົ້ນຫາບັນດາລາຍການທ່ອງທ່ຽວ ຫວນຄືນອະນຸສອນໃນແຂວງ ກວ໋າງຈິ

(VOVWORLD) -ບັນດາລາຍການທ່ອງທ່ຽວ ຫວນຄືນອະນຸສອນໃນແຂວງ ກວ໋າງຈິ ໄດ້ມີຊື່ສຽງແຕ່ດົນນານມາແລ້ວ. ແຕ່ລະປີ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບລ້ານເທື່ອຄົນໄດ້ມາຢາມແຂວງ ກວ໋າງຈິ ຕາມບັນດາລາຍການທ່ອງທ່ຽວ ຫວນຄືນອະນຸສອນເພື່ອຊອກຮູ້ກ່ຽວກັບມູນເຊື້ອປະຫວັດສາດປະຕິວັດ, ຢ້ຽມຢາມສະໜາມຮົບເກົ່າ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດ ໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາຂອງ ຫວຽດນາມ
ຄົ້ນຫາບັນດາລາຍການທ່ອງທ່ຽວ ຫວນຄືນອະນຸສອນໃນແຂວງ ກວ໋າງຈິ - ảnh 1ນັກຮົບເກົ່າມາຢ້ຽມຢາມຂົວຫຽນເລືອງຄືນ 

ແຂວງ ກວ໋າງຈິ ມີປູຊະນີຍະສະຖານປະຫວັດປະຕິວັດ ແລະ ວັດທະນະທຳເກືອບ 500 ແຫ່ງ, ໃນນັ້ນມີຫຼາຍແຫ່ງແມ່ນປູຊະນີຍະສະຖານລະດັບຊາດພິເສດເຊັ່ນ ທາງອຸໂມງ ຫວິງມົກ, ແມ່ນ້ຳຫ່ຽນເລືອງ-ເບັນຫາຍ, ກຳແພງເກົ່າກວ໋າງຈິ, ເຂດປ່າຊ້ານັກຮົບເສຍຊີວິດເພື່ອຊາດ ເຈື່ອງເຊີນ ແລະ ປ່າຊ້ານັກຮົບເສຍສະຫຼະຊີວິດແຫ່ງຊາດທາງຫຼວງເລກ 9… ສະເພາະເຂດປູຊະນີຍະສະຖານທາງອຸໂມງໃຕ້ດິນ ຫວິງມົກ ແຕ່ລະປີກໍ່ໄດ້ຮັບແຂກທ່ອງທ່ຽວນັບແສນເທື່ອຄົນມາຢ້ຽມຊົມທັດສະນະສຶກສາ. ນັກທ່ອງທ່ຽວ ຫງວຽນທິເຮືອງ ເວົ້າວ່າ:

      “ຂ້າພະເຈົ້າມານີ້ບໍ່ພຽງແຕ່ມາຢ້ຽມຊົມກິດຈະກຳໝູ່ບ້ານໃຕ້ດິນເທົ່ານັ້ນ ຫາກຍັງໄປຢ້ຽມຊົມຊອກຮູ້ການດຳລົງຊີວິດທີ່ລຳບາກຢູ່ໃຕ້ດິນ ຂອງປູ່ຍ່າຕາຍາຍໃນການສູ້ຮົບອັນອົງອາດກ້າແກ່ນ ຂອງຊາດຫວຽດນາມອີກດ້ວຍ. ແຂວງ ກວ໋າງຈິ ມີປູຊະນີຍະສະຖານປະຫວັດສາດທີ່ລືຊື່ຫຼາຍແຫ່ງ ແລະ ຕາມຂ້າພະເຈົ້າແລ້ວນີ້ແມ່ນສະຖານທີ່ແດງ ເພື່ອໃນໂອກາດວັນບຸນ ຫຼື ໃນຕົ້ນປີໃໝ່, ແຂກທ່ອງທ່ຽວກໍ່ມານີ້ເພື່ອຢ້ຽມຊົມ ທັດສະນະສຶກສາຊອກຮູ້ ກ່ຽວກັບວັດທະນະທຳປະຫວັດສາດ”.

    ປູຊະນີຍະສະຖານປະຕິວັດລະດັບຊາດພິເສດອີກອັນໜຶ່ງ ແມ່ນສອງຟາກຝັ່ງແມ່ນນ້ຳ ຫ່ຽນເລືອງ- ເບັນຫາຍ ນອນບົນທາງຫຼວງ 1A ແລ່ນຜ່ານເມືອງ ຫວິງລິງ ກໍ່ແມ່ນສະຖານທີ່ແດງໃນແຜນທີ່ທ່ອງທ່ຽວຫວນຄືນອະນຸສອນໃນແຂວງ ກວ໋າງຈິ. ສອງຟາກຝັ່ງແມ່ນ້ຳ ຫຽນເລືອງ-ເບນຫາຍ ກໍ່ເຄີຍເປັນແຫ່ງທີ່ເຈັບປວດ ດ້ວຍການຕັດແຍກສອງພາກເໜືອໃຕ້ ເປັນເວລາກວ່າ 20 ປີໃນປາງສົງຄາມ ແລະ ກໍ່ແມ່ນແຫ່ງຈົດຈຳຈຸດເວລາສອງພາກເໜືອໃຕ້ ໄດ້ໂຮມເຂົ້າກັນເປັນປຶກໜຶ່ງແຜ່ນດຽວ. ນາງ ເລທິໂຕຮວ່າຍ ຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານ ສອງຟາກຝັ່ງແມ່ນ້ຳຫຽ່ນເລືອງ-ເບັນຫາຍ ໃຫ້ຮູ້ວ່າ:

     “ຂົວແມ່ນ້ຳຫຽ່ນເລືອງ-ເບັນຫາຍແມ່ນໜຶ່ງໃນບັນດາສະຖານທີ່ໃນລາຍການທ່ອງທ່ຽວ ຫວນຄືນອະນຸສອນຢູ່ສະໜາມຮົບເກົ່າ ແລະ ເພື່ອນຮ່ວມກົມກອງ. ບໍ່ພຽງແຕ່ມີແຂກທ່ອງທ່ຽວຕ່າງເທດ ມາຊອກຮູ້ກ່ຽວກັບຄຸນຄ່າປະຫວັດສາດຂອງປູຊະນີຍະສະຖານເທົ່ານັ້ນ ຫາກຍັງມີນັກຮົບເກົ່າ, ນັກຮຽນຫຼາຍຄົນກໍ່ໄດ້ ມານີ້. ຫຼາຍຄົນກໍ່ມານີ້ ເພື່ອຄົ້ນຫາ, ທັດສະນະສຶກສາກ່ຽວກັບມູນເຊື້ອປະຕິວັດອີກດ້ວຍ”.

     ປີ 2010 ແຂວງ ກວ໋າງຈິ ໄດ້ເປີດສະຫຼອງສູນພັດທະນາການທ່ອງທ່ຽວ ຫວນຄືນອະນຸສອນ ຫວຽດນາມ ແລະ ເປີດຕົວກອງທຶນພັດທະນາການທ່ອງທ່ຽວ ຫວນຄືນອະນຸສອນ. ນັບແຕ່ນັ້ນເປັນຕົ້ນມາ, ການທ່ອງທ່ຽວຫວນຄືນອະນຸສອນ ໄດ້ກາຍເປັນເຄື່ອງໝາຍທ່ອງທ່ຽວຂອງແຂວງ ກວ໋າງຈິ. ທ່ານ ຫງວຽນດິ້ງກວາງ ຮອງອຳນວຍການສູນສົ່ງເສີມການທ່ອງທ່ຽວແຂວງ ກວ໋າງຈິ ໃຫ້ຮູ້ວ່າ ທາງແຂວງຈະສົ່ງເສີມການໂຄສະນາ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ການທ່ອງທ່ຽວ ເພື່ອໃຫ້ຮູບແບບທ່ອງທ່ຽວນີ້ພັດທະນາເປັນຢ່າງດີ. ທ່ານກວ່າວ່າ:

      “ຂະແໜງທ່ອງທ່ຽວແຂວງ ກວ໋າງຈິ ຄວນຍົກສູງຄຸນນະພາບການຮັບໃຊ້, ປ່ຽນແປງໃໝ໋ເຕັກໂນໂລຢີເພື່ອພັດທະນາການທ່ອງທ່ຽວ. ໃນຊຸມປີທີ່ຜ່ານມາ ພວກຂ້າພະເຈົ້າກໍ່ໄດ້ເປີດບັນດາຊຸດອົບຮົມບຳລຸງ, ຍົກສູງລະດັບການຄຸ້ມຄອງ ຂອງຂະແໜງການທ່ອງທ່ຽວ”.

     ທ່ານ ຫງວຽນວັດຈ້ຽນ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງຈິ ໃຫ້ຮູ້ວ່າ: ການທ່ອງທ່ຽວ “ຫວນຄືນອະນຸສອນໃນສະໜາມຮົບເກົ່າ ແລະ ເພື່ອນຮ່ວມກົມກອງ” ຖືກກຳນົດວ່າແມ່ນຜະລິດຕະພັນທ່ອງທ່ຽວ ພິເສດສະເພາະ ແລະ ມີຄວາມແຕກຕ່າງໃນແຂວງ ກວ໋າງຈິ.  ທ່ານໃຫ້ຮູ້ວ່າ ທາງແຂວງຈະກໍ່ສ້າງ ແລະ ຍົກສູງຄຸນນະພາບບັນດາການເຄື່ອນໄຫວງານບຸນ, ໂຄສະນະບັນດາຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກຂອງດິນແດນກວ໋າງຈິ; ພ້ອມທັງຍູ້ແຮງການຫັນວຽກງານຂອງສັງຄົມໃນການຄຸ້ມຄອງ, ຂຸດຄົ້ນ ແລະ ປົກປັກຮັກສາປູຊະນີຍະສະຖານ. ທ່ານ ຫງວຽນວັນຈ້ຽນ ກວ່າວ່າ:

    “ໃນການກຳນົດທິດທີ່ຈະມາເຖິງ, ຍັງຄົງສືບຕໍ່ສ້າງເຄື່ອງໝາຍທ່ອງທ່ຽວກ່ຽວກັບຮູບແບບນີ້ ເພື່ອກາຍເປັນເຄື່ອງໝາຍທ່ອງທ່ຽວແຂວງ ກວ໋າງຈິ. ບົນພື້ນຖານນັ້ນ ກໍ່ສາມາດຮ່ວມມື ຮວມສຳພັນດ້ວຍບັນດາຜະລິດຕະພັນທ່ອງທ່ຽວໃນເຂດ. ຈາກການທ່ອງທ່ຽວຫວນຄືນອະນຸສອນ, ຕ້ອງຄົ້ນຄວ້າເພື່ອກໍ່ສ້າງຍົກລະດັບຮູບແບບການທ່ອງທ່ຽວນີ້ເພື່ອກາຍເປັນເຄື່ອງໝາຍ ກ່ຽວກັບການທ່ອງທ່ຽວຫວນຄືນອະນຸສອນໃນບາງສົງຄາມ ແລະ ຄວາມຄາດຫວັງມີສັນຕິພາບ”.

      ປີ 2018 ແຂວງ ກວ໋າງຈິ ໄດ້ຕ້ອນຮັບນັກທ່ອງທ່ຽວ 1,8 ລ້ານເທື່ອຄົນ ມາຢ້ຽມຊົມທັດສະນະສຶກສາ. ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ຫວນຄືນອະນຸສອນໃນແຂວງ ກວ໋າງຈິ ຍັງອຸດົມອຸສົມບູນສົມຄວນ. ເພື່ອໃຫ້ຮູບແບບນີ້ພັດທະນາແບບຍືນຍົງ ທາງແຂວງ ກວ໋າງຈິ ໄດ້ ແລະ ພວມມານະພະຍາຍາມ ສ້າງຈຸດໃໝ່, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຢາມ ທັດສະນະສຶກສາຢູ່ດິນແດນແຫ່ງນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ