ຄົ້ນຫາບົນດາສະຖານທີ່ລືຊື່ ໃນແຂວງ ດົ່ງທາບ

(VOVWORLD) -ດົ່ງທາບ ແມ່ນໜຶ່ງໃນຈຳນວນ 13 ແຂວງ, ນະຄອນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ແມ່ນໜຶ່ງໃນຈຳນວນສາມແຂວງຢູ່ເຂດ ດົ່ງທາບເມື່ອຍ  ນັ້ນແມ່ນ ລອງອານ, ຕ່ຽນຢາງ  ແລະ ດົ່ງທາບ. ດ້ວຍບັນດາຈຸດພິເສດທຳມະຊາດທີ່ມີຫຼາຍຮູບຫຼານສີ, ປູຊະນີຍະສະຖານປະຫວັດສາດ, ວັດທະນະທຳທີ່ອຸດົມສົມບູນ ພ້ອມກັບບັນດາທິວທັດທຳມະຊາດທີ່ງົດງາມ, ດົ່ງທາບ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ ທັງຢູ່ໃກ້ ແລະ ໄກເມື່ອມາຢ້ຽມຢາມເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ
ຄົ້ນຫາບົນດາສະຖານທີ່ລືຊື່ ໃນແຂວງ ດົ່ງທາບ - ảnh 1ເຂດທ່ອງທ່ຽວທຳມະຊາດ ກ໊າວຢົ່ງ 

ແຂວງ ດົ່ງທາບ ມີສອງນະຄອນຂຶ້ນກັບແຂວງນັ້ນແມ່ນ ນະຄອນກາວແຫຼັ໊ງ ແລະ ນະຄອນຊາແດັກ. ໂດຍຖືກອ້ອມຮອບດ້ວຍແມ່ນ້ຳຕ່ຽນ ແລະ ແມ່ນ້ຳເຫົ້າ ພ້ອມກັບລະບົບແມ່ນ້ຳລຳເຊໜາແໜ້ນ, ດັ່ງນັ້ນການຄົມມະນາຄົມທາງນ້ຳລະຫວ່າງແຂວງ ດົ່ງທາບ ກັບນະຄອນໂຮ່ຈີມິນ ແລະ ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ແລະ ໄປຍັງກຳປູເຈຍ ແມ່ນມີຄວາມສະດວກສະບາຍ. ແຂວງ ດົ່ງທາບ ຖືກຂະໜາດນາມວ່າ ແມ່ນດິນແດນແຫ່ງດອກບົວ. ບຶງດອກບົວທາບເມື່ອຍ ນອນຢູ່ຕາແສງ ໝີຮ່ວາ ເມືອງ ທາບເມື່ອຍ ຫ່າງຈາກນະຄອນກາວແຫຼັ໊ງ 40 ກິໂລແມັດ. ແຂວງ ດົ່ງ ທາບ ມີປູຊະນີຍະສະຖານປະຫວັດສາດ ວັດທະນະທຳ ທີ່ລືຊື່ຫຼາຍແຫ່ງ, ໃນນັ້ນເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ເຊິ່ງແມ່ນບິດາຂອງປະທານ ໂຮ່ຈີມິນ ແມ່ນນອນຢູ່ນະຄອນກາວແຫຼັ໊ງ ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານລະດັບຊາດ. ນາງ ຮວິ່ງຍື  ຜູ້ນຳທ່ຽວຊົມຢູ່ເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ໃຫ້ຮູ້ວ່າ:

    “ເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ໄດ້ຮັບການກໍ່ສ້າງເມື່ອປີ 1975, ເປີດສະຫຼອງເມື່ອປີ 1977. ໃນເບື້ອງຕົ້ນ ພຽງແຕ່ກໍ່ສ້າງເຂດສຸສານ ແລະ ຫ້ອງວາງສະແດງ ວັດຖຸພັນເທົ່ານັ້ນ. ປີ 1990 ແມ່ນໄດ້ກໍ່ສ້າງຕື່ມກິດຈະກຳເຮືອນຮ້ານຂອງປະທານ ໂຮ່ຈີມິນ ເໝືອນກັບເຮືອນຮ້ານຂອງເພິ່ນຢູ່ ຮ່າໂນ້ຍ. ປີ 2010 ເຂດປູຊະນີຍະສະຖານແຫ່ງນີ້ ໄດ້ຮັບການເປີດກວ້າງເນື້ອທີ່ເປັນເກືອບ 9 ເຮັກຕາ, ກໍ່ສ້າງໃໝ່ຫ້ອງວາງສະແດງວັດຖຸພັນຂອງພໍ່ຕູ້ ຫວຽນຊິງສັກ…”

     ເຂດປູຊະນີຍະສະຖານ ກໍທາບ ໃນແຂວງ ດົ່ງທາບ ແມ່ນຕົວແບບຂອງພື້ນຖານວັດທະນະທຳ ອັອກແອວ ຂອງລາຊະນາຈັກ ຝູນາມ ທີ່ໄດ້ຄົງຕົວມາເປັນເວລາກວ່າ 1.500 ປີ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນີ້ແມ່ນເຂດປູຊະນີຍະສະຖານລະດັບຊາດພິເສດ, ຕັ້ງຢູ່ໃນບໍລິເວນຕາແສງ ຮ່ວາໝີ ແລະ ຕາແສງ ເຕິນກ່ຽວ ຂຶ້ນກັບເມືອງ ທາບເມື່ອຍ. ທາງດ້ານຊັບພະຍາກອນທ່ອງທ່ຽວທຳມະຊາດ, ແຂວງ ດົ່ງທາບ ມີປ່າສະຫງວນແຫ່ງຊາດ ຈຳຈີມ, ພ້ອມກັນນັ້ນ ກໍ່ຍັງມີເຂດທ່ອງທ່ຽວທຳມະຊາດ ກ໊າວຢົ່ງ, ເຂດປູຊະນີຍະສະຖານ ແສວກວີດ ທັງແມ່ນເຂດທ່ອງທ່ຽວທຳມະຊາດ ທັງແມ່ນເຂດຖານທີ່ໝັ້ນຕໍ່ຕ້ານປະຕິວັດ ໃນໄລຍະຕ້ານອາເມລິກາກູ້ຊາດ. ແຂວງ ດົ່ງທາບ ຍັງມີໝູ່ບ້ານຫັດຖະກຳທີ່ລືຊື່ ເຊິ່ງແມ່ນບັນດາສະຖານທີ່ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶສາ ແລະ ຊື້ເຄື່ອງຂອງ. ອ້າຍ ເລເຍິດລຽນ ພະນັກງານຂະແໜງວັດທະນະທຳ ຜູ້ນຳທ່ຽວຊົມຢູ່ຫໍພິພິທະພັນ ດົ່ງທາບ ເລົ່າສູ່ຟັງວ່າ:

     “ຢູ່ແຂວງ ດົ່ງທາບ ມີສອງໝູ່ບ້ານຫັດຖະກຳ ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ນັ້ນແມ່ນໝູບ້ານຕ່ຳສາດຢູ່ ດິ້ງອານ, ດິ້ງອຽນ. ໝູ່ຍ້ານອາຊີບນີ້ມີຊື່ສຽງ ຍ້ອນວ່າມີຕະຫຼາດກາງຄືນ ຫຼື ເອີ້ນວ່າຕະຫຼາດຜີ. ປັດຈຸບັນຕະຫຼາດກາງຄືນນີ້ ໄດ້ຮັບການຟື້ນຟູ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ສ່ວນໝູ່ບ້ານອາຊີບຕໍ່ເຮືອຢູ່ຕາແສງ ລອງເຫົ້າ ເມືອງ ລາຍວຸງ ກໍ່ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳ ບໍ່ເປັນວັດຖຸລະດັບຊາດ.”

      ຢູ່ນະຄອນຊາແດັກ ຍັງມີສອງສະຖານທີ່ລືຊື່ ນັ້ນແມ່ນໝູ່ບ້ານດອກໄມ້ ຊາແດັກ ແລະ ເຮືອນບູຮານ ຮວິ່ງຖຸຍເລ. ໜູ່ບ້ານດອກໄມ້ ຊາແດັກ ແມ່ນເຂດປູກດອກໄມ້ໃຫຍ່ກວ່າໝູ່ຢູ່ພາກໃຕ້ ເຊິ່ງໄດ້ສະໜອງດອກໄມ້ໃຫ້ແກ່ບັນດາແຂວງ ນະຄອນໃນທົ່ວປະເທດ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດ. ສ່ວນເຮືອນບູຮານ ຮວິ່ງຖຸຍເລ ແມ່ນໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານລະດັບຊາດ ເມື່ອປີ 2009. ເມື່ອມາຢ້ຽມຊົມເຮືອນບູຮານ ຮວິ່ງຖຸຍເລ, ນາງ ແກຣັກໂກກອມ ແຂກທ່ອງທ່ຽວມາຈາກ ແອັດສະປາຍ ເວົ້າວ່າ:

     “ໃນເຮືອນຫຼັງນີ້ ຂ້າພະເຈົ້າຊົມຊອບທີ່ສຸດຢູ່ບ່ອນວ່າ ເຮືອນຫຼັງນີ້ຖືກອອກແບບຝ່າຍຕາເວັນຕົກ ແລະ ຫວຽດນາມຄື ປະຕູ, ພື້ນເຮືອນ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ຕໍ່ບັນດາຮູບແກະຄວັດສະຫຼັກ ດ້ວຍບັນດາລວດລາຍທີ່ງາມຕາ”.

      ນອກຈາກນັ້ນ, ແຂວງ ດົ່ງທາບ ຍັງມີສາລາວັດວາອາຮາມຫຼາຍແຫ່ງ ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານລະດັບຊາດ ແລະ ລະດັບແຂວງ. ປີ 2018 ແຂວງ ດົ່ງທາບ ໄດ້ຕ້ອນຮັບແຂກທ່ອງທ່ຽວ 3,6 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ 90.000 ຄົນ. ປີ 2019 ແຂວງ ດົ່ງທາບ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວ 3,9 ລ້ານເທື່ອຄົນ, ບັນລຸລາຍຮັບ 1.050 ຕື້ດົ່ງ. ເດືອນ ກໍລະກົດ ແລ້ວນີ້ ທາງແຂວງ ດົ່ງທາບ ກໍ່ໄດ້ຈັດຕັ້ງສັບປະດາວັດທະນະທຳທ່ອງທ່ຽວ ທີ່ມີຂອບຂະໜາດໃຫຍ່ທີ່ສຸດຢ່າງສຳເລັດຜົນ ອັນໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶກສາ 660.000 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ